ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ມອບທຶນ ຈໍານວນ 129.000 ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການອະນຸ ລັກຮັກສາແຫລ່ງບູຮານສະຖານທົ່ງໄຫຫີນ ມໍລະດົກໂລກ ແຂວງຊຽງຂວາງ ເຊີ່ງເປັນສ່ວນຫນຶ່ງຂອງກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ ຫຼື AFCP.
ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະ ລັດ ອາເມລິກາ ປະຈໍາ ສປປ ລາວ ໄດ້ປະກາດທຶນຊ່ວຍ ເຫລືອດັ່ງກ່າວໃນພິທີລົງນາມສັນຍາໂຄງການອະນຸລັກ ແລະ ປະຕິສັງຂອນໄຫຫີນບູຮານທີ່ເກົ່າແກ່ ແຕ່ຍຸກສະໄໝ 500 ປີກ່ອນຄຼີສຕະສັກ ກະລາດ ເຊີ່ງຈັດຂຶ້ນຢູ່ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ໃນວັນທີ 28 ສິງຫາ 2021 ໂດຍມີ ທ່ານ ສິວິ ໄລ ແສງຈະເລີນ, ຮອງເຈົ້າແຂວງຊຽງຂວາງ ແລະ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ປີເຕີ ເຮມ໋ອນ ກ່າວວ່າ: ໃນໄລຍະຜ່ານມາ ສະຫະ ລັດ ອາເມລິກາ ໄດ້ມອບທືນຊ່ວຍບູລະນະຮັກສາວັດທະ ນາທໍາຢູ່ຫລາຍແຂວງໃນ ສປປ ລາວ ເປັນຕົ້ນ: ແຂວງ ຫຼວງພະບາງ, ຈຳປາສັກ ແລະ ແຂວງຫຼວງນໍ້າທາ. ໃນຂະນະທີ່ພວກເຮົາພວມສະເຫຼີມສະຫຼອງ ຄົບຮອບ 5 ປີ ສາຍພົວ ພັນແບບກວມລວມ ລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ ແລະ ການສະເຫຼີມສະຫຼອງ ຄົບຮອບ 20 ປີ ຂອງໂຄງການກອງທືນທ່ານທູດເພືອອະນຸລັກວັດທະນາທໍາໃນ ສປປ ລາວ, ສະຫະລັດ ອາເມລິກາ ມີຄວາມໝາຍໝັ້ນ ທີ່ຈະເຮັດວຽກຮ່ວມກັບປະຊາຊົນ ແລະ ລັດຖະບານລາວ ໃນການປົກປັກຮັກສາວັດທະນະທໍາ ກໍຄື ການພັດ ທະນາເສດຖະກິດ-ສັງຄົມຂອງລາວ.
ກອງທືນທ່ານທູດ ເພື່ອອະນຸລັກວັດທະນາທໍາ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຈະນໍາໃຊ້ເຂົ້າໃນການສ້າງຖານຂໍ້ມູນໄຫຫີນ ແລະ ລະບົບ GIS ເພື່ອຮັກສາບັນຊີລາຍຊື່ໄຫຫີນ ແລະແຫຼ່ງໄຫຫີນ, ການອະນູລັກຮັກສາ ແລະບູລະນະຄຸ້ມ ຄອງໄຫຫີນທີ່ມີຄວາມເສຍຫາຍລວມທັງຝາປິດພ້ອມ. ນອກຈາກນີ້ ຍັງຈະໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກ ງານ ແລະ ເຈົ້າຫນ້າທີ່ຫ້ອງການມໍລະດົກໂລກທີ່ຮັບຜິດ ຊອບໃນເຂດມໍລະດົກແຫ່ງນີ້ ຕື່ມອີກ.
Cr: ໄພມະນີ ທໍາມະວົງສາ
May be an image of 6 people, people sitting, people standing, grass and tree
May be an image of 1 person and standing
May be an image of grass and cloud