ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 19 ມັງ ກອນ 2022 ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະ ໄດ້ເດີນ ທາງໄປເຄື່ອນໄຫວຢ້ຽມຢາມ ກອງພົນທະຫານຮາບທີ 2 ທີ່ ແຂວງໄຊະບູລີ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ, ວັນທີ 20 ມັງກອນ ຄົບຮອບ 73 ປີ, ໂດຍການຕ້ອນຮັບ ຂອງການນໍາແຂວງໄຊຍະບູລີ; ຄະນະນໍາກະ ຊວງປ້ອງກັນປະເທດ; ຄະນະ ພັກ-ຄະນະບັນຊາ, ນາຍ-ພົນທະ ຫານ ກອງພົນທະຫານຮາບທີ 2, ພະນັກງານປະຕິວັດອາວຸໂສ ແລະ ແຂກຖືກເຊີນ.
ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທະ ຫານຮາບທີ 2 ໄດ້ຍົກໃຫ້ເຫັນມູນເຊື້ອອັນດີງານ, ການເຕີບໃຫຍ່ຂະຫຍາຍຕົວ, ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ກອງທັບເຮົາສາມາດຍາດມາໄດ້ ຕະຫຼອດໄລຍະ 73 ປີ ຜ່ານມາ. ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກປະຊາ ຊົນ ປະຕິວັດລາວ, ກອງທັບ ໄດ້ສ້າງວິລະກຳອັນລໍ້າເລີດ ຈາລຶກໄວ້ໃນໜ້າປຶ້ມຄຳປະຫວັດສາດ ຂອງກອງທັບປະຊາຊົນລາວ ແລະ ຂອງຊາດລາວ ຈາກການຂະ ຫຍາຍຕົວຂອງກອງໂຄສະນາປະກອບອາວຸດ ທີ່ສ້າງຕັ້ງຂຶ້ນໃນທ້ອງຖິ່ນຕ່າງໆ ແລະ ມີອາວຸດຍຸດໂທ ປະກອນທີ່ປະຖົມປະ ຖານ, ກອງທັບ ໄດ້ເຕີບໃຫຍ່ຂຶ້ນຢ່າງວ່ອງໄວ ທັງດ້ານປະລິ ມານ ແລະ ຄຸນນະພາບ ກາຍເປັນກອງທັບປະຕິວັດ ມີແບບແຜນທັນສະໄໝ ຊຶ່ງປະກອບດ້ວຍບັນດາເຫຼົ່າຮົບ ແລະ ກຳລັງປວງຊົນລາວທັງຊາດ ສູ້ຮົບເດັດດ່ຽວອາດຫານ, ຍິ່ງສູ້ຮົບຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງຕີກໍຍິ່ງຍາດໄດ້ໄຊຊະນະອັນໃຫຍ່ຫຼວງເລື້ອຍໆ ຈົນສາມາດເຮັດສຳເລັດພາລະກຳປະຫວັດສາດ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ຄື: ຕີເອົາຊະນະກັບສັດຕູ ຜູ້ຮຸກຮານ ແລະ ສະຖາປະນາ ສປປ ລາວ ຂຶ້ນ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.
ໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທະຫານຮາບທີ 2 ໃນຄັ້ງນີ້, ສະຫາຍນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດ ໃນການຈັດຕັ້ງປະຕິ ບັດໜ້າທີ່ວຽກງານຂອງກອງພົນທະຫານຮາບທີ 2 ໃນໄລຍະຜ່ານມາ. ອັນສຳຄັນ, ສະຫາຍ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງພົນທະຫານຮາບທີ 2 ຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ໂດຍສະເພາະ ມູນເຊື້ອປະຕິວັດ ຕໍ່ສູ້ເດັດດ່ຽວ, ພິລະອາດຫານ, ບໍ່ຍອມຈໍານົນ, ຍາກປານໃດກໍບຸກ, ທຸກປານໃດກໍສູ້, ເຖິງຈະເສຍສະ ຫຼະ ກໍບໍ່ຫວາດ ຫວັ່ນ, ຍາມໃດກໍຕອບສະໜອງ ຕໍ່ຄວາມຮຽກຮ້ອງຕ້ອງການຂອງພັກ ດ້ວຍຄວາມຈົງຮັກພັກດີ, ບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ; ໃຫ້ເອົາໃຈໃສ່ຕິດຕາມ ແລະ ກໍາໄດ້ສະພາບ ການ ຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ; ປັບປຸງຕົນເອງໃນການຝຶກຊ້ອມອາວຸດ ແລະ ກະກຽມຄວາມພ້ອມຕະຫຼອດເວລາ; ຮຽນຮູ້ ແລະ ຝຶກຊ້ອມໃນການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານຂອງຕົນເອງ; ປັບປຸງແບບແຜນວິທີເຮັດວຽກ ແລະ ວິທີນໍາພາຂອງຄະພັກ, ຄະນະບັນຊາ; ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ ໃຫ້ເປັນຈິດໜຶ່ງໃຈດຽວກັນ ຄຽງຄູ່ກັບການສຶກສາອົບຮົມການເມືອງ- ແນວຄິດ ໃຫ້ນາຍ ແລະ ພົນທະ ຫານຢ່າງຕໍ່ເນື່ອງ; ພັດທະນາພະລາທິການກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ ໃຫ້ສາມາດກຸ້ມຕົນເອງ ແລະ ສ້າງເສດຖະກິດ ໄປພ້ອມໆກັນ; ສືບຕໍ່ພົວພັນຮ່ວມກັບບັນດາກອງທັບປະເທດເພື່ອນມິດຍຸດທະສາດ ແລະ ອື່ນໆ ບົນພື້ນຖານ ຖືເອົາປະຊາຊົນ ເປັນໃຈກາງ, ສືບຕໍ່ສ້າງຄວາມເຊື່ອ ໝັ້ນໃຫ້ປະຊາຊົນ ເຮັດໃຫ້ປະ ຊາຊົນມີສ່ວນຮ່ວມ ໃນວຽກງານປົກປັກຮັກສາປະເທດຊາດ.
ໃນໂອກາດສະເຫຼີມສະຫຼອງ ວັນທີ່ມີຄວາມໝາຍສຳຄັນທາງປະ ຫວັດສາດ ທີ່ກອງພົນທະຫານຮາບທີ 2 ຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ໄດ້ອວຍພອນໄຊໃຫ້ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພົນທະ ຫານຮາບທີ 2 ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສຳ ເລັດທຸກໜ້າທີ່ ທີ່ພັກ, ລັດ ແລະ ປະ ຊາຊົນມອບໝາຍໃຫ້ ເພື່ອປະ ກອບສ່ວນອັນສຳຄັນ ເຂົ້າໃນການປະຕິບັດ ພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດ ຊາດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຕີບໃຫຍ່ຂະ ຫຍາຍຕົວ ບໍ່ຢຸດຢັ້ງ.
(ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ).