ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະໜາມກິລາໃນຮົ່ມແຫ່ງຊາດເປັນໜຶ່ງໃນ 3 ສະໜາມກິລາຫຼັກໃນງານກິລາໂອລິມປິກປັກກິ່ງປີ 2008, ໃນງານກິລາໂອລິມປິກລະດູໜາວປັກກິ່ງປີ 2022, ຈະຈັດການແຂ່ງຂັນລາຍການແຂ່ງຂັນກິລາເທິງນ້ຳກ້ອນເພດຊາຍແລະເພດຍິງສ່ວນໜຶ່ງ ພ້ອມທັງການແຂ່ງຂັນກິລາເທິງນ້ຳກ້ອນຄົນພິການໃນງານກິລາໂອລິມປິກລະດູໜາວຄົນພິການປັກກິ່ງ, ສະໜາມກິລາແຫ່ງນີ້ສົມເປັນ “ສະໜາມກິລາທີ່ຮັບໃຊ້ງານກິລາໂອລິມປິກສອງຄັ້ງ”.
ຈາກງານກິລາໂອລິມປິກລະດູໜາວປັກກິ່ງເປັນຕົ້ນໄປ, ສະໜາມແຂ່ງຂັນກິລາເທິງນ້ຳກ້ອນໄດ້ດັດແປງຈາກສະໜາມກວ້າງ 30 X 60 ແມັດ ເປັນຂະໜາດ 26 X 60 ແມັດ. ນີ້ກໍໝາຍຄວາມວ່າເນື້ອທີ່ນ້ຳກ້ອມນ້ອຍກວ່າງານໂອລິມປິກທຸກຄັ້ງທີ່ຜ່ານມາ. ເຖິງຈະນ້ອຍກວ່າກໍຕາມ, ແຕ່ຄຸນນະພາບຂອງໜ້ານ້ຳກ້ອມພັດມີຄຸນນະພາບສູງກວ່າແຕ່ກ່ອນຫຼາຍ. ຍ້ອນວ່າວັດຖຸດິບທີ່ນຳໃຊ້ມີຄຸນນະພາບເຊັ່ນ: ນ້ຳ. ນ້ຳທີ່ໃຊ້ໃນການຜະລິດນ້ຳກ້ອມໄດ້ຜ່ານການກັ່ນຕອງຫຼາຍເທື່ອ, ບໍ່ພຽງແຕ່ໄດ້ຕາມມາດຕະຖານທີ່ສາມາດດື່ມໄດ້ເທົ່ານັ້ນ, ຍັງສູງກວ່າມາດຕະຖານນ້ຳດື່ມອີກດ້ວຍ.