ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພາຍຫຼັງໄດ້ພິມບົດຄວາມສຳຄັນທີ່ພາດຫົວຂໍ້ວ່າ“ເປັນຫຍັງພວກເຮົາຈຶ່ງສາ ມາດປະສົບຜົນສຳເລັດໄດ້”ໃນວັນທີ 27 ກັນຍານີ້ແລ້ວ, ໃນວັນທີ 28 ກັນຍານີ້, ໜັງສືພິມ“ເຢີນມີນຢື້ປ້າວ”–ສຽງສູນກາງພັກກອມມູນິດຈີນໄດ້ພິມບົດຄວາມອີກບົດໜຶ່ງຢູ່ໜ້າທຳອິດໂດຍພາດຫົວຂໍ້ວ່າ “ພວກເຮົາຄວນເຮັດແນວໃດຈຶ່ງຈະສາ ມາດໄດ້ຮັບຜົນສຳເລັດຢ່າງຕໍ່ເນື່ອງ”. ບົດຄວາມໄດ້ວິເຄາະ ແລະສະຫຼຸບບົດ ຮຽນຂອງພັກກອມມູນິດຈີນໃນການນຳພາຍາດເອົາຜົນສຳເລັດຈາກ 4 ດ້ານ ຄື: ແກນກາງການນຳພາ ການຊີ້ນຳທາງດ້ານແນວຄິດ ລະບົບການຈັດຕັ້ງ ແລະ ບົດບາດຄວາມເປັນແບບຢ່າງ, ແລະໄດ້ວາງແຜນດຳເນີນງານຂອງພັກກອມມູນິດຈີນເພື່ອນຳພາປະຊາຊົນຈີນສູ້ຊົນບັນລຸເປົ້າໝາຍຮ້ອຍປີປະການທີ 2 ຄື: ເມື່ອຮອດປີ 2049 ທີ່ສາທາລະນະລັດປະຊາ ຊົນຈີນສະຖາປະນາຂຶ້ນຄົບຮອບ 100 ປີ, ປະເທດຈີນຈະສ້າງປະເທດສັງຄົມນິຍົມທີ່ທັນສະໄໝແລະເຂັ້ມແຂງໃຫ້ສຳເລັດ ຜົນຢ່າງຮອບດ້ານ ພາຍໃຕ້ສະຖານະການໃໝ່ທັງສາກົນແລະພາຍໃນປະເທດທີ່ມີຄວາມສັບສົນແລະປ່ຽນແປງເລື້ອຍໆ. ປີນີ້ແມ່ນປີທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ, ພັກກອມ ມູນິດຈີນໄດ້ນຳພາປະເທດຈີນບັນລຸເປົ້າ ໝາຍສູ້ຊົນຮ້ອຍປີປະການທີໜຶ່ງ ຄື: ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານ.
ບົດຄວາມ“ພວກເຮົາຄວນເຮັດແນວໃດຈຶ່ງຈະສາມາດໄດ້ຮັບຜົນສຳເລັດຢ່າງຕໍ່ເນື່ອງ”ໄດ້ຊີ້ອອກວ່າ: ຄວາມສາມັກຄີແມ່ນພື້ນຖານຂອງຜົນສຳເລັດ. ຢູ່ຕໍ່ໜ້າສະພາບແວດລ້ອມທີ່ມີຜົນປະໂຫຍດທີ່ຫຼາກຫຼາຍ ແລະມີຄວາມຮຽກຮ້ອງຕ້ອງ ການທີ່ແຕກຕ່າງກັນຢ່າງຫຼວງຫຼາຍ, ແກນກາງການນຳພາຂອງພັກກອມມູນິດຈີນທີ່ເຂັ້ມແຂງຕ້ອງຍຶດໝັ້ນການຖືເອົາປະຊາຊົນເປັນໃຈກາງ, ເປັນຕົວແທນຜົນປະໂຫຍດພື້ນຖານຂອງປະຊາຊົນອັນໄພ ສານຢ່າງແທ້ຈິງ, ປະສົມປະສານຜົນປະ ໂຫຍດຂອງຝ່າຍຕ່າງໆໃຫ້ດີ, ເຕົ້າໂຮມພະລັງຊີວິດແລະຫົວຄິດປະດິດສ້າງຂອງສັງຄົມ, ເຕົ້າໂຮມກຳລັງທີ່ໃຫຍ່ຫຼວງທີ່ເກີດຈາກການສູ້ຊົນຮ່ວມກັນຢ່າງສຸດຂີດ.
ບົດຄວາມໄດ້ວິເຄາະລະບົບການຈັດຕັ້ງທີ່ເຂັ້ມແຂງທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຕາມລະບອບລວມສູນປະຊາທິປະໄຕໃນ 100 ປີທີ່ຜ່ານມາ ໂດຍຊີ້ອອກວ່າ: ລະບົບນີ້ມີລະບຽບການ ແລະມີປະສິດທິພາບສູງໃນການຈັດຕັ້ງສະມາຊິກພັກ ແລະປຸກລະ ດົມປະຊາຊົນ. ເຄືອຂ່າຍການຈັດຕັ້ງທີ່ປົກຄຸມບໍລິເວນກວ້າງຂວາງດັ່ງກ່າວ ແມ່ນສາ ມາດເຊື່ອມຕໍ່ກັນລະຫວ່າງອົງການປົກ ຄອງທຸກຂັ້ນ, ວິສາຫະກິດ ແລະອົງການຈັດຕັ້ງທາງສັງຄົມຕ່າງໆໄດ້, ສາມາດຮັດແໜ້ນຄວາມສາມັກຄີປະຊາຊົນທົ່ວປະ ເທດເຂົ້າເປັນປະຊາຄົມຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກກັນ. ບົດຄວາມກ່າວເນັ້ນວ່າ: ໃນຂະບວນການໃໝ່, ຕ້ອງເສີມຂະຫຍາຍບົດບາດການຈັດຕັ້ງຂອງພັກ, ເຮັດໃຫ້ຄວາມສາມາດຈັດຕັ້ງນຳພາປະ ຊາຊົນຂອງພັກ ໄດ້ຮັບການຈັດຕັ້ງປະ ຕິບັດຢູ່ໃນທຸກຂົງເຂດວຽກງານທີ່ປິ່ນອ້ອມການຫັນເປັນທັນສະໄໝໃນການຄຸ້ມຄອງລັດຢ່າງແທ້ຈິງ.
ບົດຄວາມຍັງລະບຸວ່າ: ພະລັງຮຽກຮ້ອງໃນສັງຄົມຂອງພັກກອມມູນິດຈີນ ແມ່ນເກີດຈາກພະລັງສັດຈະທຳ ແລະພະລັງແຫ່ງຄຸນສົມບັດ. ຍ້ອນວ່າມີສະມາຊິກພັກກອມມູນິດທີ່ມີຄຸນສົມບັດຈຳນວນຫຼວງ ຫຼາຍໄດ້ປາກົດອອກມາ, ຈຶ່ງເຮັດໃຫ້ປະ ຊາຊົນໄດ້ຮູ້ຈັກພັກ, ເຊື່ອໝັ້ນພັກ ແລະເດີນຕາມພັກຢ່າງໝັ້ນໜຽວບໍ່ປ່ຽນແປງ.
ບົດຄວາມໄດ້ສະຫຼຸບວ່າ: ປະຊາຊົນຈີນເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນເຂັ້ມແຂງຂອງສູນກາງພັກທີ່ຖືສະຫາຍສີຈິ້ນ ຜິງເປັນແກນກາງ, ບໍ່ມີຄວາມຫຍຸ້ງຍາກໃດໆສາມາດຄອບງຳປະຊາຊົນຈີນໄດ້, ບໍ່ມີກະແສຟອງໃຫຍ່ໃດໆສາມາດກີດກັ້ນການເດີນທະເລຂອງກຳປັ່ນໃຫຍ່ແຫ່ງຊົນຊາດຈີນໄດ້.