ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມອົງການປົກຄອງແຂວງສາລະວັນ ຄັ້ງທີ 3 ຊຸດທີ IX ໄດ້ສຸມໃສ່ຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 9 ເດືອນຜ່ານມາ ແລະຄົ້ນຄວ້າປະກອບຄຳເຫັນຢ່າງເລິກເຊິ່ງ ຕໍ່ກັບທິດທາງແຜນ ການຕໍ່ໜ້າ ເຊິ່ງໄດ້ສໍາເລັດລົງໃນວັນທີ 11 ພະຈິກ2021, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ, ມີບັນດາທ່ານຮອງເຈົ້າແຂວງ, ທ່ານເຈົ້າເມືອງ- ຮອງເຈົ້າເມືອງ, ຫົວໜ້າພະແນກ-ຮອງພະແນກ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ 3 ກຸ່ມທະນາຄານຂອງລັດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າຕີລາຄາການຈັດຕັ້ງປະຕິບັດວຽກງານຕ່າງໆຂອງແຂວງສາລະວັນ ເປັນຕົ້ນ: ແຜນພັດທະນາເສດຖະກິດ-ສັງຄົມ ຢ່າງພາວະວິໃສ ໃນໄລຍະ 9 ເດືອນຜ່ານມາ ຂົງເຂດກະສິກຳ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄວາມກະຕືລືລົ້ນໃນການຜະລິດສູງຂຶ້ນ, ຂົງເຂດອຸດສາຫະກຳ ບາງພາກ ສ່ວນໄດ້ຮັບຜົນກະທົບ ບໍ່ສາມາດເຄື່ອນ ໄຫວໄດ້ຢ່າງເຕັມສ່ວນ ແລະ ດ້ານການບໍລິການ. ເຊີ່ງເປັນສາເຫດເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານປະຕິບັດ ໄດ້ທັງໝົດ 78,02 ຕື້ກີບ ເທົ່າກັບ 45.09%ຂອງແຜນການປີ, ມູນຄ່າການສົ່ງອອກ ປະຕິບັດໄດ້ 1.499 ຕື້ກີບ, ເພີ່ມຂື້ນ 37,45% ຂອງແຜນການ ທຽບໃສ່ໄລຍະດຽວກັນເພີ່ມຂື້ນ 59,60%, ສິນຄ້ານໍາເຂົ້າປະຕິບັດໄດ້ 156 ຕື້ກີບ. ສໍາລັບວຽກງານການລົງທຶນຂອງລັດໃນປີ 2021 ມີໂຄງການທັງໝົດ 340 ໂຄງການ ເຊິ່ງມີແຜນອະນຸມັດທັງໝົດ 33,24 ຕື້ກີບ ແລະອະນຸມັດຈ່າຍໄດ້ແລ້ວ 106 ໂຄງການມູນຄ່າ 10,70 ຕື້ກີບ, ນອກນັ້ນຍັງໄດ້ເອົາໃຈໃສ່ວຽກງານແກ້ໄຂຄວາມທຸກຍາກໃຫ້ໄດ້ບັນລຸຕາມແຜນການ, ການຊຸກຍູ້ສົ່ງເສີມການຜະລິດການປູກຝັງ-ລ້ຽງສັດເປັນສິນຄ້າ, ການສົ່ງເສີມທຸລະກິດແບບຄອບຄົວ, ວິສາຫະກິດຂະໜາດນ້ອຍແລະຂະໜາດກາງ (SMES)ແລະການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນຫາອື່ນໆ. ນອກນັ້ນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕ້ອງໄດ້ເອົາໃຈໃສ່ເລັ່ງສັກຢາວັກຊິນ ກັນພະຍາດໂຄວິດ-19 ໃຫ້ໄດ້ 50%ໃນປີ 2021 ຄຽງຄູ່ກັນໄປກັບວຽກງານອື່ນໆ.
ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ກໍ່ໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນອີກ 3 ເດືອນທ້າຍປີ, ເອົາໃຈໃສ່ປະຕິບັດມາດຕະການແກ້ໄຂຢ່າງເຂັ້ມງວດ, ປັບປຸງ, ແກ້ໄຂສິ່ງທີ່ເປັນອຸປະສັກ, ນັບທັງກົນໄກ, ລະບຽບການຕ່າງໆ. ທັງໄດ້ເນັ້ນເຖິງບຸກຄະລາກອນ ໃນກົງຈັກການຈັດຕັ້ງຂອງພັກ – ລັດ ໃນແຕ່ລະຂົງເຂດ ປະຕິບັດຕາມກົນໄກປະຕູດຽວໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ສາມາດກວດສອບໄດ້, ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ເອົາໃຈໃສ່ສູງວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ -19 ຂອງແຂວງໃຫ້ດີຂຶ້ນເປັນກ້າວໆ ແລະເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນໃນການປູກຝັງ-ລ້ຽງສັດ ໃຫ້ກາຍເປັນສິນຄ້າເພື່ອສະໜອງໃຫ້ກັບຕະຫຼາດພາຍໃນ ແລະຕ່າງປະເທດ ແລະວຽກງານອື່ນໆ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.