ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຫວ້ານຫົວຜັກບົ່ວແດງ ມີລຳຕົ້ນແຕ່ມີຫົວຢູ່ພື້ນດິນ ເຊິ່ງຫົວຂອງມັນມີລັກສະນະຄ້າຍຫົວຜັກບົ່ວ, ຫົວອ່າວຍາວ ແລະ ມີຮູບຊົງຄ້າຍຄືກະສວຍ ສ່ວນເຫງົ້າຫົວ ແລະ ບ່ອນປາຍຈະອ່າວນ້ອຍກວ່າສ່ວນກາງ. ສ່ວນດ້ານນອກຂອງຫົວມີແຜ່ນສີມ່ວງແດງຫຸ້ມ ມີສີຄ້າຍຄືຫົວຜັກບົ່ວແດງ ສ່ວນເນື້ອຫົວດ້ານໃນປະກອບດ້ວຍກາບໃບທີ່ຮຽງຊ້ອນກັນ ເມື່ອຜ່າຫົວຈະມີນໍ້າສີແດງໄຫຼອອກມາ.

ຫວ້ານຫົວຜັກບົ່ວແດງ ມີສັບພະຄຸນທາງຢາ ເນື່ອງຈາກຫົວມີຣົດເຜັດຮ້ອນ, ສະນັ້ນ ແພດຢາພື້ນເມືອງຈຶ່ງນຳເອົາຫວ້ານຫົວຜັກບົ່ວແດງມາປຸງແຕ່ງເປັນຢາ ເພື່ອມາປິ່ນປົວພະຍາດຕ່າງໆໄດ້ຫຼາຍຊະນິດເປັນຕົ້ນແມ່ນ: ນຳເອົາຫົວຂອງຫວ້ານຫົວຜັກບົ່ວແດງມາບົດປະສົມກັບນໍ້າເລັກນ້ອຍ ກ່ອນຈະນຳມາທາປົວພະຍາດຜິວໜັງເຊັ່ນ: ກາກ, ກ້ຽນຕ່າງໆ.

ນຳເອົາຫວ້ານຫົວຜັກບົ່ວແດງມາບົດໃຫ້ລະອຽດ  ແລ້ວນຳມາທາບ່ອນແຜທີ່ຖືກແມງໄມ້ກັດ ຈະຊ່ວຍບັນເທົາອາການປວດບວມໄດ້, ປົວບາດແຜເຮັດໃຫ້ແຜແຫ້ງໄວ ແລະ ປ້ອງກັນການຕິດເຊື້ອ; ໃຊ້ຫວ້ານຫົວຜັກບົ່ວແດງບົດໃຫ້ລະອຽດ ມາທາບ່ອນເກີດແຜ ຈະຊ່ວຍຫ້າມເລືອດໄດ້.

ນອກນັ້ນ, ຫວ້ານຫົວຜັກບົ່ວແດງເມື່ອນຳມາຮັບປະທານແບບສົດ, ແບບເປັນຜົງ ແລະ ນຳມາຕົ້ມດື່ມ ຈະຊ່ວຍບັນເທົາອາການເປັນຫວັດ, ແກ້ອາການຕັນດັງ, ຊ່ວຍບັນເທົາອາການໄອ, ແກ້ອາການຄັນຄໍ, ໃຊ້ເປັນຢາຂັບປັດສະວະ, ບັນເທົາອາການເຈັບທ້ອງ, ແກ້ອາການທ້ອງອືດ, ຈຸກສຽບ ແລະ ແໜ້ນທ້ອງ, ຊ່ວຍຂັບລົມໃນລຳໄສ້, ບັນເທົາອາການຖອກທ້ອງ ແລະ ຊ່ວຍແກ້ອາການເລືອດອອກຕາມຫວ່າງແຂ້ວໄດ້ອີກ.