ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 19 ທັນວາ 2021 ຜ່ານມາ ທີ່ສະຖານເອກອັກຄັກລັດ ຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ, ສະຫາຍ ພັນ ເອກ ວົງໄຊ ອິນທະຄຳ ທີ່ປຶກສາປ້ອງກັນຊາດລາວ ປະຈຳ ຫວຽດ ນາມ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າອວຍພອນຂອງບັນດາແຂກ ເປັນຕົ້ນແມ່ນ ຄະນະອະ ດີດທະຫານອາສາສະມັກ ແລະ ຊ່ຽວຊານການທະຫານ ຫວຽດ ນາມ ທີ່ເຄີຍຊ່ວຍເຫຼືອລາວ ກໍຄືບັນດາພາກສ່ວນຕ່າງໆທີ່ກ່ຽວ ຂ້ອງ.
ການເຂົ້າອວຍພອນໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະ ຊາຊົນສອງຊາດ ລາວ – ຫວຽດ ນາມ ຢ່າງ ສະເໝີຕົ້ນສະເໝີປາຍ ພ້ອມທັງເປັນການລະດົມໃຫ້ກຳລັງໃຈແກ່ພະນັກງານພາຍໃນຫ້ອງການທີ່ປຶກສາປ້ອງກັນຊາດລາວ ໃນການປະຕິບັດໜ້າທີ່ຂອງຕົນຢູ່ ສສ ຫວຽດນາມ.
ສະຫາຍ ພັນເອກ ວົງໄຊ ອິນທະຄຳ ໄດ້ຕີລາຄາສູງ, ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງ ໃຈ ມາຍັງ ຄະນະ ແລະ ແຂກທີ່ເຂົ້າມາອວຍພອນ ໃນໂອກາດດັ່ງກ່າວ.
ຂ່າວ, ພາບ: ພັນຕີ ທະວີເດດ ສະແຫວງວິໄລ
ພາບ: ພັນຕີ ທະວີເດດ ສະແຫວງ