ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຮ່ວມມືລະຫ່ວາງອົງການ USAID ເເລະ ອົງການອຸຍນີເຊັບ ໃນຄັ້ງໃໝ່ນີ້ຈະປະກອບສ່ວນເຂົ້າໃນການຟື້ນຟູການສຶກສາຢູ່ໃນ ສປປ ລາວ ຈາກຜົນກະທົບຂອງການລະບາດຂອງພະຍາດ ໂຄວິດ-19 ໂດຍການສ້າງຄວາມເຂັ້ມແຂງໃຫ້ເດັກນ້ອຍດ້ວຍການສຶກສາຮຽນຮ່ວມ, ການຮຽນຮູ້ ຂັ້ນພື້ນຖານ ແລະ ທັກສະຊີວິດ.
ນະຄອນຫຼວງວຽງຈັນ, ວັນທີ 13 ພຶດ ສະພາ 2022 – ອົງການ ພັດທະນາສາກົນ ສະຫະລັດອາເມລິກາ (USAID) ແລະ ອົງການ ອຸຍນີເຊັບ ໄດ້ລິເລີ່ມການຮ່ວມມືຄັ້ງໃໝ່ຢ່າງເປັນທາງການໃນມື້ນີ້ ເພື່ອປະກອບສ່ວນເຂົ້າໃນການຟື້ນຟູ ຂະແໜງການສຶກສາ ຈາກຜົນກະທົບຂອງການລະບາດພະຍາດ ໂຄວິດ-19 ໂຍການແກ້ໄຂວິກິດການຮຽນ, ການເຂົ້າເຖິງ ແລະ ຄຸນນະພາບຂອງການສຶກສາສຳລັບເດັກກ່ອນໄວຮຽນ ແລະ ຊັ້ນປະຖົມສຶກສາ ແລະ ຄວາມບໍ່ສະເໝີພາບທາງດ້ານການສຶກສາ ທີ່ມີຫຼາຍຂຶ້ນ ສືບເນື່ອງມາຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.
ງານຖະແຫຼງຂ່າວການຮ່ວມມືຄັ້ງໃໝ່ນີ້ ໄດ້ຈັດຂຶ້ນທີ່ ໂຮງຮຽນປະຖົມສົມບູນນາໄຮ່ດຽວ ໂດຍການເປັນປະທານຂອງ ທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ. ນາງ ອິສໂຊເບວ ໂຄແມນ, ຮອງຜູ້ບໍລິຫານ ອົງການ USAID, ແລະ ທ່ານນາງ ປອ ເພຍ ຣິເບັນໂລ ບຣິດໂຕ້, ຜູ້ຕາງໜ້າ ອົງການ ອຸຍນີເຊັບ ປະຈຳ ສປປ ລາວ. ພາຍໃຕ້ການຮ່ວມມືຄັ້ງໃໝ່ນີ້, ອົງການ USAID ຈະສະໜັບສະໜູນທຶນ ຈໍານວນ 2.6 ລ້ານໂດລາສະຫະລັດ ໃຫ້ແກ່ແຜນງານການສຶກສາ ຂອງ ອົງການ ອຸຍນີເຊັບ ທີ່ຈະຊ່ວຍຮັບປະກັນໃຫ້ເດັກນ້ອຍ, ໂດຍສະເພາະແມ່ນຜູ້ດ້ອຍໂອກາດ ແລະ ກຸ່ມເດັກທີ່ມີຄວາມສ່ຽງ ຂອງ ສປປ ລາວ, ໄດ້ກຽມຄວາມພ້ອມໃນການເຂົ້າໂຮງຮຽນ ແລະ ສຶບຕໍ່ການຮຽນຢູ່ໃນໂຮງຮຽນ ເພື່ອປັບປຸງຄວາມສາມາດດ້ານພາສາລາວ ແລະ ການຄິດເລກ, ໄດ້ມີທັກສະ ແລະ ຄວາມຮູ້, ການເຫັນຄຸນຄ່າ ແລະ ທັດສະນະຄະຕິທີ່ຈຳເປັນ ເພື່ອການພັດທະນາ ແລະ ຈະເລີ່ມເຕີບໂຕຕາມຊ່ວງອາຍຸຂອງຕົນ.
“ໃນ ສປປ ລາວ ການຮຽນໄດ້ຮັບຜົນກະທົບຢ່າງໃຫ່ຍຫຼວງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ດັ່ງນັ້ນ, ການຮັບປະກັນໃຫ້ເດັກນ້ອຍໄດ້ເຂົ້າເຖິງໂອກາດໃນການຮຽນຮູ້ທີ່ມີຄຸນນະພາບ ແລະ ກຽມພ້ອມສໍາລັບການສຶກສາຊັ້ນປະຖົມ ແມ່ນມີຄວາມສຳຄັນກວ່າທີ່ເຄີຍມີມາ ເພື່ອການຟື້ນຕົວຂອງປະເທດຈາກການລະບາດຂອງພະຍາດ. ການຮ່ວມມືຄັ້ງໃໝ່ ລະຫວ່າງ ອົງການ USAID ແລະ ອົງການ ອຸຍນີເຊັບ ນີ້ ຈະເປັນການປະກອບສ່ວນອັນໃຫຍ່ຫຼວງ ໃຫ້ແກ່ ຄວາມພະຍາຍາມຂອງພວກເຮົາ ເພື່ອຮັບປະກັນໃຫ້ເດັກນ້ອຍທຸກຄົນສາມາດສືບຕໍ່ການຮຽນຮູ້ຢູ່ໃນໂຮງຮຽນ ແລະ ຍັງຈະຊ່ວຍຫຼຸດຜ່ອນຜົນກະທົບຕໍ່ກັບການສຶກສາ ແລະ ກະຕຸ້ນການຟື້ນຟູການຮຽນຮູ້ ພາຍຫຼັງການລະບາດຂອງພະຍາດ ໂຄວິດ-19,” ເຊິ່ງ ພະນະທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ໄດ້ກ່າວມານັ້ນ.
ສປປ ລາວ ໄດ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ໃນການຂະຫຍາຍການເຂົ້າເຖິງການສຶກສາ. ເຖິງຢ່າງໃດກໍ່ຕາມ, ກ່ອນຈະເລີ່ມມີການແຜ່ລະບາດຂອງພະຍາດ ໂຄວິດ-19, ເດັກນ້ອຍສ່ວນໃຫຍ່ໄດ້ອອກຈາກການສຶກສາໃນຊັ້ນປະຖົມ ໂດຍທີ່ບໍ່ໄດ້ມີ ທັກສະພື້ນຖານດ້ານພາສາ ແລະ ການຄິດໄລ່ ຢ່າງພຽງພໍ, ເຊິ່ງເປັນສິ່ງທີ່ຈໍາເປັນທີ່ສຸດສຳລັບ ການຮຽນຮູ້ ຕະຫຼອດຊີວິດ. ດັ່ງນັ້ນ, ການຮ່ວມມືໃນຄັ້ງນີ້ຈະຊ່ວຍສະໜັບສະໜູນແຜນງານການສຶກສາຂອງ ອົງການ ອຸຍນີເຊັບ ເຊີ່ງແນໃສ່ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍຂອງລັດຖະບານເເຫ່ງ ສປປ ລາວ ພາຍໃຕ້ແຜນພັດທະນາ ຂະແໜງການສຶກສາ ແລະ ກິລາ 2021-25 ແລະ ເປົ້າໝາຍທີ 4 ຂອງເປົ້າໝາຍການພັດທະນາແບບຍືນຍົງ (SDG) ກໍ່ຄື ມີການສຶກສາທີ່ມີຄຸນນະພາບ.
ການຮ່ວມມືດັ່ງກ່າວ ຍັງມີຈຸດປະສົງເພື່ອປັບປຸງການຮຽນການສອນ ໂດຍການສະໜັບສະໜູນຄູ ແລະ ບຸກຄະລາກອນດ້ານການສຶກສາໃຫ້ມີຄວາມຮູ້ ແລະ ຄວາມສາມາດທີ່ດີຂຶ້ນ ເພື່ອຕອບສະໜອງກັບສະຖານະການ ແລະ ຄວາມຕ້ອງການໃນການຮຽນຮູ້ທີ່ມີຄວາມຫຼາກຫຼາຍ ເພື່ອໃຫ້ເດັກນ້ອຍທຸກຄົນສາມາດສືບຕໍ່ການຮຽນໄດ້ ທັງຜ່ານການ ຮຽນແບບເຊິ່ງໜ້າ ແລະ ທາງໄກ.
ທ່ານ ປອ. ນາງ ໂຄນແມນ ໄດ້ສະແດງຄວາມຂອບໃຈຕໍ່ກະຊວງສຶກສາທິການ ແລະ ກິລ ແລະ ອົງການ ອຸຍນີເຊັບ ທີ່ໄດ້ໃຫ້ການຮ່ວມມືກັບອົງການ USAID ໃນການປັບປຸງການສຶກສາຂັ້ນພື້ນຖານ ຢູ່ ສປປ ລາວ. ທ່ານ ປອ. ນາງ ໂຄນແມນ ໄດ້ກ່າວວ່າ “ກ່ານຮ່ວມມືອັນໃໝ່ນີ້ແມ່ນເນັ້ນໃຫ້ເຫັນຄວາມມຸ່ງໝັ້ນຂອງ ສ. ອາເມລິກາ ທີ່ມີຕໍ່ປະຊາຊົນລາວ, ຕໍ່ການຈະເລີນເຕີບໂຕຂອງເດັກນ້ອຍລາວ ແລະ ຄວາມຝັນຂອງພວກເຂົາ ແລະ ການສະໜັບສະໜູນລັດຖະບານລາວ ໃນການບັນລຸເປົ້າໝາຍການພັດທະນາ. ການຮ່ວມມືໃນຄັ້ງນີ້ ຈະສະໜັບສະໜູນ ຄວາມພະຍາຍາມໃນການສ້າງສັງຄົມແບບມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ.”
ແຜນງານການສຶກສາຂອງ ອົງການຢູນິເຊັບ ມີຄວາມສອດຄ່ອງກັບບູລິມະສິດໃນແຜນການພັດທະນາຂະແໜງການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ທີ່ສຸມໃສ່ການຂະຫຍາຍການເຂົ້າເຖິງການສຶກສາກ່ອນໄວຮຽນທີ່ມີຄຸນນະພາບ ແລະ ການກ້າວໄປສູ່ການຮຽນຈົບຊັ້ນປະຖົມຂອງເດັກຢູ່ໃນເຂດຫ່າງໄກສອກຫຼີກ, ເດັກຊົນເຜົ່າ ແລະ ເດັກທີ່ມີຄວາມພິການ. ແຜນງານດັ່ງກ່າວ ຍັງຈະສະໜັບສະໜູນຕໍ່ການຕອບໂຕ້ກັບການລະບາດຂອງພະຍາດ ໂຄວິດ-19 ຢ່າງຕໍ່ເນື່ອງ ກໍ່ຄື ການຮັບປະກັນໃຫ້ເດັກນ້ອຍສາມາດສືບຕໍ່ການຮຽນຮູ້ໃນສະພາບແວດລ້ອມພາຍໃນໂຮງຮຽນທີ່ປອດໄພ. ພໍ່ແມ່ຍັງຈະມີສ່ວນຮ່ວມ ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ ແລະ ທັກສະສໍາລັບສະໜັບສະໜູນການພັດທະນາລູກຕົນເອງ.
“ການຮຽນຮູ້ເກີດຂຶ້ນຕະຫຼອດຊີວິດ. ແນວໃດກໍ່ຕາມ, ການຮຽນຮູ້ທີ່ເກີດຂຶ້ນໃນໄວເດັກ ຈະຊ່ວຍສ້າງພື້ນຖານອະນາຄົດ ຂອງເດັກ. ການຮັບປະກັນການເຂົ້າເຖິງການສຶກສາທີ່ມີຄຸນນະພາບໃນໄວເດັກ ແລະ ການກ້າວໄປສູ່ການເຂົ້າຮຽນໃນປະຖົມ ແມ່ນການລົງທຶນໃສ່ອະນາຄົດຂອງເດັກນ້ອຍຂອງພວກເຮົາ ແລະ ຈະຊ່ວຍໃຫ້ພວກເຂົາເຕີບໃຫຍ່ເຕັມທີ່ຕາມຂີດຄວາມສາມາດ ຂອງຕົນເອງ” ກ່າວໂດຍ ທ່ານນາງ ດຣ. ເພຍ ຣິເບັນໂລ ບຣິດໂຕ້. “ການສົມທົບທຶນຂອງອົງການ USAID ເຂົ້າໃນແຜນງານການສຶກສາຂອງ ອົງການ ອຸຍນີເຊັບ ຈະກາຍເປັນປະຫວັດສາດໜ້າໃໝ່ຂອງການຮ່ວມມືທີ່ເຂັ້ມແຂງ ຂອງພວກເຮົາ ໃນການສະໜັບສະໜູນລະບົບການສຶກສາຂອງ ສປປ ລາວ ທີ່ສອດຄ່ອງກັບນະໂຍບາຍການຊ່ວຍເຫຼືອປະເທດອື່ນຂອງສະຫະລັດ ແລະ ສົ່ງເສີມບູລິມະສິດຂອງອົງການ USAID ໃນດ້ານການສຶກສາ.”