ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ຄອນທອງ ເລື່ອງຄຳມາ ຫົວໜ້າຄຸ້ມຄອງເຂດພັດທະນາເສດຖະກິດພິເສດບໍ່ເຕ່ນແດນງາມ ແຂວງຫຼວງນ້ຳທາ ໃຫ້ສຳພາດໃນວັນທີ 18 ພຶດສະພາ 2022, ວ່າ:ເຂດພັດທະນາເສດຖະກິດພິເສດບໍ່ເຕ່ນແດນງາມເໝາະສົມໃນການສ້າງເຂດທົດລອງ ດ້ານເສດຖະກິດ, ໂດຍອີງໃສ່ສັນຍາວ່າດ້ວຍການດັດແກ້ ແລະ ເພີ່ມ ເຕີມ ຄັ້ງວັນທີ 04 ເມສາ 2012 ເຊີ່ງກວມເອົາ ເນື້ອທີ່ທັງໝົດ 1640 ເຮັກຕາ, ປະກອບມີ 11 ກິດຈະກຳ ຄື: ໂຄງການກໍ່ສ້າງໂຄງລາງພື້ນຖານເສດຖະກິດເຊັນ: ໄຟຟ້າ, ນ້ຳປະປາ ແລະ ຄົມມະ ນາຄົມ, ກະສິກຳ, ລ້ຽງສັດ, ອຸດສາຫະກຳປຸງແຕ່ງ,ສູນວັດ ທະນາທຳ, ໂຮງແຮມ 5 ດາວ, ຣີສອດ,ສະໜາມກ໊ອບ, ແຫຼ່ງທ່ອງທ່ຽວ,ສູນການສຶກສາ, ວັດທະນາທຳ ແລະ ສຸຂະພິ ບານ,ສູນການທຸລະກິດ,ການພັດທະນາອະສັງຫາລິມະຊັບ,ການເງິນ, ການທະນາຄານ, ຕະຫຼາດຫຼັກຊັບ, ໄປສະ ນີ ແລະ ໂທລະຄົມມະນາຄົມ,ທຸລະກິດບໍລິການເຊົ່າລົດໃຫຍ່, ນ້ອຍ, ລົດຈັກ ແລະ ສວນສາທາລະນະ ແລະ ສວນຂຽວ.ປັດຈຸບັນສາມາດສຳເລັດການ ບຸກເບີກເນື້ອທີ່ດິນ, ປັບພື້ນທີ່ດິນພູໃຫ້ຮາບພຽງ ເພື່ອຮອງຮັບນັກລົງທຶນທີມີຄວາມສົນໃຈເຂົ້າມາລົງທຶນພາຍໃນເຂດໄດ້ 1,131.8 ເຮັກຕາ ແລະ ຈັດແບ່ງການນຳໃຊ້ຕອນດິນ ອອກເປັນ 3 ເຂດ ຄື: ເຂດເສດຖະກິດການຄ້າ ແລະ ການເງິນສາກົນ: ມີເນື້ອທີ່ 266 ເຮັກຕາ; ເຂດວັດທະນະທໍາແລະທ່ອງທ່ຽວກວມເອົາເຂດສາທາລະນະສຸກ, ເຂດການສຶກສາແລະອື່ນໆ. ມີເນື້ອທີ່ລວມ 732.6 ເຮັກຕາ ແລະ ເຂດຄ່ຽນຖ່າຍສິນຄ້າ ( ໂລຈິສຕິກ ) ຊຶ່ງລວມທັງເຂດອຸດສາຫະກຳປຸງແຕ່ງມີເນື້ອທີ່ລວມ 133.2 ເຮັກຕາ. ເຂດພັດທະນາເສດຖະກິດພິເສດ ບໍ່ເຕ່ນແດນງາມ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ 260 ບໍລິສັດມີທຶນຈົດທະບຽນ 676,781,200,000 ກີບ ແລະ ເປັນເງິນຢວນ 15,097,504,171 ຢວນ. ໂອກາດນີ້ທ່ານກໍ່ໄດ້ເຊີນຊວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມີຈຸດປະສົງທີ່ຈະເຂົ້າມາທ່ຽວຊົມພາຍໃນເຂດ ແມ່ນສາມາດເດີນທາງມາໄດ້ ແຕ່ກ່ອນທີ່ຈະເຂົ້າມາຍັງເຂດ ຈະຕ້ອງໄດ້ມີການລົງທະບຽນກວດ ATK ເພື່ອຢັ້ງຢືນການກວດຫາເຊື້ອພະຍາດໂຄວິດ-19 ສາກ່ອນ, ຈາກນັ້ນເມືອຮູ້ຜົນກວດເປັນລົບແລ້ວ ກໍສາມາດເຂົ້າມາທ່ອງທ່ຽວ ແລະ ຢ້ຽມຊົມພາຍໃນເຂດໄດ້ເລີຍ ຊຶງຈະມີເຈົ້າຫນ້າທີ່ ປກສ ເຂດ ແລະ ລປພ ເຂດບໍ່ເຕ່ນແດນງາມ ເປັນຜູ້ເກັບກຳຂໍ້ມູນ ແລະ ຕິດຕາມ ເພື່ອຮັກສາຄວາມປອດໄພໃຫ້ ໃນສະຖານທີ່ທ່ອງທ່ຽວຕ່າງໆ ໃນເຂດ.ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ, ຜ່ານມາມີ 6 ບໍລິສັດ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາຂື້ນທະບຽນນຳ, ຊຶ່ງນັບແຕ່ມີພະຍາດໂຄວິດ-19 ເຂົ້າມາ ເຮັດໃຫ້ ບໍລິສັດ ດັ່ງກ່າວ ບໍ່ໃດ້ມີການເຄື່ອນໄຫວ ເນື່ອງຈາກສະຖານທີ່ທ່ອງທ່ຽວເບື້ອງລາວ, ສປ ຈີນ ກໍ່ຄືທົ່ວໂລກໄດ້ຢຸດສະງັດລົງ, ໃນໂອກາດທີ່ລັດຖະບານໃດ້ມີນະໂຍບາຍເປີດປະເທດຄືແນວນີ້ ດ້ານບໍລິສັດທ່ອງທ່ຽວໃນເຂດກໍ່ຈະໄດ້ກັບຄືນມາເຄື່ອນໄຫວຄືນ, ສ່ວນບໍລິສັດ ທ່ອງທ່ຽວຂອງແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ສາມາດເຂົ້າມາປະສານຮ່ວມມືກັບບໍລິສັດທ່ອງທ່ຽວໃນເຂດ ເພື່ອແລກປ່ຽນເອົານັກທ່ອງທ່ອງຂອງແຂວງມາທ່ຽວໃນເຂດ ແລະ ເອົານັກທ່ອງທ່ຽວຂອງເຂດໄປທ່ອງທ່ຽວຢູ່ໃນແຂວງຫຼວງນໍ້າທາ, ຕ່າງແຂວງ ກໍ່ສາມາດປະສານຮ່ວມມືນຳກັນ ຫຼື ສາມາດມາຂື້້ນທະບຽນເຄື່ອນໄຫວໄດ້ເອງຢູ່ໃນເຂດ.ຕໍ່ກັບຂອດປະສານງານນີ້ໃຫ້ທາງພະແນກຖະແຫຼງຂ່າວ,ວັດ ທະນະທຳ ແລະ ທ່ອງທ່ຽວແຂວງປັບປຸງຂອດ, ຂັ້ນຕອນປະສານງານ, ການເກັບຄ່າທຳນຽມບໍລິການຫລາຍຂອດ ແລະ ການປະກອບເອກະສານໃຫ້ກະທັດຮັດວ່ອງໄວ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນປະກອບເອກະສານການເຂົ້າອອກຜ່ານດ່ານ ແຕ່ລະດ່ານ, ຜ່ານເຂດ, ຜ່ານເມືອງ – ແຂວງ, ແລະ ສະຖານທີ່ທ່ອງທ່ຽວຕ່າງໆ.
ຂ່າວ: ກິ່ນນາລົມ