ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 19 ຕຸລາ ນີ້, ຢູ່ສູນປິ່ນປົວພະຍາດໂຄວິດ-19, ໂຮງໝໍແຂວງເຊກອງ ໄດ້ຈັດສົ່ງຜູ້ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ຈໍານວນ 1 ຄົນກັບຄືນບ້ານ ເຮືອນຂອງຕົນ ໂດຍມີ ດຣ ນາງລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກສາທາ ລະນະສຸກແຂວງ, ຕາງໜ້າກອງເລຂາຄະນະສະເພາະກິດຂັ້ນແຂວງ, ດຣ. ກິລິຍາ ສຸດທິຈັກ ຮອງຜູ້ອໍານວຍການໂຮງໝໍແຂວງ, ພະນັກ ງານແພດ-ໝໍ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ດຣ. ກິລິຍາ ສຸດທິຈັກ ໄດ້ລາຍງານໂດຍຫຍໍ້ໃນການຕິດຕາມການຮັກສາຜູ້ຕິດເຊື້ອໂຄວິດ-19 ທີ່ເຂົ້າມາຮັບການປິ່ນປົວຢູ່ສູນນີ້ວ່າ: ຜູ້ກ່ຽວເຂົ້າມາຮັບການປິ່ນປົວຢູ່ສູນແຫ່ງນີ້ນັບແຕ່ວັນທີ 29 ກັນຍາ-19 ຕຸລາ 2021, ຕະຫລອດໄລຍະ 21 ວັນຜູ້ກ່ຽວໄດ້ຮັບການເອົາໃຈໃສ່ປິ່ນປົວຈາກພະນັກງານແພດ-ໝໍ ຖືກຕ້ອງຕາມຫລັກວິຊາການຢ່າງເຂັ້ມງວດ, ອັນໄດ້ເຮັດໃຫ້ອາການຂອງຜູ້ກ່ຽວດີຂຶ້ນຢ່າງຕໍ່ເນື່ອງ, ບໍ່ມີໄຂ້, ໄອ, ຈາມ, ບໍ່ເມື່ອຍ ແລະປິ່ນປົວຫາຍດີກິນ-ດື່ມໄດ້ເໝືອນຄົນປົກກະຕິທົ່ວໄປ. ມາຮອດປັດຈຸບັນ ທົ່ວປຂວງເຊກອງ ມີຜູ້ຕິດເຊື້ອສະສົມທັງໝົດ 9 ຄົນ ແລະ ປິ່ນປົວຫາຍດີສະສົມ 7 ຄົນ.
ໃນໂອກາດນີ້, ດຣ ນາງ ລໍາພັນ ໄຊຄໍາມີ ໄດ້ຍົກໃຫ້ເຫັນຜົນຮ້າຍ ແລະຄວາມຫຍຸ້ງຍາກຂອງພະຍາດໂຄວິດ-19 ພ້ອມທັງຮຽກຮ້ອງມາຍັງຜູ້ທີ່ປິ່ນປົວຫາຍດີເວລາກັບເມືອບ້ານ-ເຮືອນຈົ່ງເອົາໃຈໃສ່ ປະຕິບັດມາດຕະການຕ່າງໆທາງການແພດຢ່າງເຂັ້ມງວດ ແລະ ເປັນເຈົ້າການຮ່ວມມືສະກັດກັ້ນ, ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ໃຫ້ໝົດໄປ.
ຂ່າວ-ພາບ: ສັນຍາ