ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະມາຄົມນັກ ປະ ພັນລາວ ໄດ້ຈັດກອງປະຊຸມປຸກລະດົມຂະບວນການບັ້ນແຂ່ງຂັນກວດສອບປະພັນວັນນະຄະດີທົ່ວປະເທດ ເພື່ອສະເຫຼີມສະຫຼອງປິສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຂຶ້ນ ເມື່ອວັນທີ 16 ພຶດສະພານີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານ ຂອງ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ຮອງປະທານຄະນະຊີ້ນຳລະດັບຊາດເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ຜິວລາວັນ ຫຼວງວັນນາ ຮອງປະທານສະມາຄົມນັກປະພັນລາວ ໄດ້ສະເໜີແຜນວ່າ: ກິດຈະກຳແຂ່ງຂັນກວດສອບບົດປະພັນວັນນະຄະດີ ແລະ ຈັດພິມປຶ້ມຜົນງານ, ສຳລັບບົດແຂ່ງຂັນກວດສອບ ປະກອບມີ 4 ປະເພດຄື: ເລື່ອງຍາວ (ນະວະນິຍາຍ), ເລື່ອງສັ້ນ, ບົດບັນທຶກ (ບົດຫວນຄືນ, ເລື່ອງຈິງຄົນແທ້) ແລະ ກາວີ (ກາບກອນເລົ່າເລື່ອງ, ສັນລະເສີນມູນເຊື້ອ) ໃນນັ້ນວັນທີ 30/6/2022 ປິດຮັບບົດຂອງນັກຂຽນກິດຕິມະສັກ, 16/8/2022 ປິດຮັບບົດແຂ່ງຂັນກວດສອບ, 1/9/2022 ພິທີປະກາດຜົນມອບລາງວັນຢ່າງເປັນທາງການ ແລະ ຈັດພິມປຶ້ມສຳເລັດ.
ສ່ວນປະເພດລາງວັນຄື: ລາງວັນທີ 1 ມີ 2 ລາງວັນ, ລາງວັນລະ 5 ລ້ານກີບ (ພ້ອມໃບກຽດຕິຄຸນ), ລາງວັນທີ 2 ມີ 4 ລາງວັນ, ລາງວັນລະ 4 ລ້ານກີບ (ພ້ອມໃບກຽດຕິຄຸນ), ລາງວັນທີ 3 ມີ 6 ລາງວັນ, ລາງວັນລະ 3 ລ້ານກີບ (ພ້ອມໃບກຽດຕິຄຸນ) ແລະ ລາງວັນຊົມເຊີຍ ມີ 30 ລາງວັນ ລາງວັນລະ 1 ລ້ານກີບ (ພ້ອມໃບກຽດຕິຄຸນ), ສຳລັບການຈັດພິມປື້ມ ຈຳນວນ 3 ຫົວເລື່ອງ ຄາດວ່າປະມານ 6.000 ຫົວ
ໂອກາດດັ່ງກ່າວ ທ່ານ ຄຳພັນ ເຜີຍຍະວົງ ໄດ້ໂອ້ລົມຊຶ່ງໄດ້ເນັ້ນວ່າ: ການ ປະດິດແຕ່ງດ້ວຍສິລະປະ ວັນນະຄະດີພາຍໃຕ້ຫົວເລື່ອງການພົວພັນຮ່ວມມືແບບພິເສດລະຫວ່າງ ລາວ-ຫວຽດນາມ ຄັ້ງນີ້
ຂໍໃຫ້ຂຽນສ່ອງແສງໄດ້ຕະຫຼອດໄລຍະການພົວພັນຮ່ວມມືຂອງສອງປະເທດ, ຂຽນເຖິງ ໄລຍະການຕໍ່ສູ້ກູ້ຊາດກໍດີ, ແຕ່ພິເສດໃຫ້ມີບົດຂຽນເຖິງການພົວພັນຮ່ວມມືໃນໄລຍະສ້າງສາພັດທະນາປະເທດຊາດ, ໂດຍສະເພາະໄລຍະ ດໍາເນີນພາລະກິດປ່ຽນແປງໃໝ່ຢູ່ແຕ່ລະປະເທດ ຍ້ອນວ່າບົດວັນນະຄະດີຂຽນກ່ຽວກັບໄລຍະນີ້ ບໍ່ທັນມີຫຼາຍ ແຕ່ບົດຮຽນ, ແບບຢ່າງ ອັນດີແຫ່ງການພົວພັນຮ່ວມມືມີຫລາຍ, ມີທຸກໆ ຂົງເຂດວຽກງານ, ຂະແໜງການ ຂອງທັງສອງຊາດ, ເພື່ອໃຫ້ບົດປະພັນຂອງຕົນສ່ອງແສງໄດ້ຄວາມເປັນຈິງ ທີ່ເປັນບົດຮຽນອັນລໍ້າຄ່າ, ຜູ້ຂຽນຄວນໄດ້ຊອກຮູ້, ຄົ້ນຫາຂໍ້ມູນນໍາພະນັກງານ, ທະຫານ, ປະຊາຊົນ ທີ່ເຄີຍໄດ້ຜ່ານປະສົບການ ຫຼື ຮູ້ຈັກການພົວພັນຮ່ວມມື ລາວ-ຫວຽດນາມ ໃນຫົວເລື່ອງທີ່ຕົນຈະຂຽນ
May be an image of 2 people
May be an image of 1 person and standing