ສະຫງວນລິຂະສິດ © ສະຖານີ ວິທະຍຸກະຈາຍສຽງແຫ່ງຊາດລາວ

ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

   ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ

ເຊໂປນຝຶກອົບຮົມເພື່ອການເລືອກຕັ້ງ ສສຊ ຊຸດທີ9 ແລະ ສສຂ ຊຸດທີ2

ໃນວັນທີ 29 ທັນວາ 2020 ນີ້ ຢູ່ທີ່ສະໂມ ສອນເມືອງເຊໂປນ ໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອການເລືອກຕັ້ງ ສສຊຊຸດທີ9 ແລະ ສສຂ ຊຸດທີ2 ໃຫ້ກັບພະນັກ ງານຫຼັກແຫຼ່ງຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນລ້ອມ ສຸພາມີໄຊ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ-ພະນັກງານ,ຄະນະກຳມະການເລືອກຕັ້ງຂັ້ນເມືອງ, ມີບັດດາທ່ານໃນຄະບໍລິຫານງານພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການອ້ອມຂ້າງເມືອງ ເລຂາ-ນາຍບ້ານ, ຄະນະກຳມະການຊີ້ນຳການປ່ອນບັດຂັ້ນເມືອງ, ຄະນະກຳມະການຮັບຜິດຊອບໜ່ວຍປ່ອນບັດຂັ້ນເມືອງເຂົ້າຮ່ວມ.
ທ່ານ ບຸນລ້ອມ ສຸພາມີໄຊ ໄດ້ກ່າວເປີດກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນວ່າ: ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ມີປະຊາທິປະໄຕ ຖືກຕ້ອງຕາມກົດໝາຍ ຜູ້ມີສິດປ່ອນບັດຕ້ອງຕື່ນຕົວສະໝັກໃຈໄປໃຊ້ສິດເລືອກຕັ້ງໃຫ້ໄດ້,ຮັບປະກັນບໍ່ໃຫ້ມີບັດຕາຍ, ແຕ່ລະໜ່ວຍປ່ອນບັດເລືອກຕັ້ງຮັບປະກັນໄດ້ຄວາມສະຫງົບປອດໄພໃນວັນເລືອກຕັ້ງໃຫ້ໄດ້ 100%, ສຳລັບວຽກງານເຜີຍແຜ່ແລະເຊື່ອມຊຶມບັນດາເອກະສານ ກ່ຽວກັບການເລືອກຕັ້ງຖືເປັນວຽກງານສຳຄັນໜຶ່ງເຊຶ່ງນຳເອົາເນື້ອໃນມະຕິຄຳສັ່ງແລະບົດແນະນຳຕ່າງໆໄປເຜີຍແຜ່ສຶກສາອົບຮົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ທົ່ວເຖິງ ເພື່ອໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ແລະເຂົ້າໃຈຢ່າງເລິກເຊິ່ງແລະພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ໃຫ້ມີການຕື່ນຕົວໄປໃຊ້ສິດ ແລະປະຕິບັດພັນທະຂອງພົນລະເມືອງເຂົ້າໃນການປ່ອນບັດ ແລະບູລະນະລັດປະຊາທິປະໄຕ ປະຊາຊົນໃຫ້ມີຄຸນະພາບ, ມີຄວາມເຂັ້ມແຂງ ກອງປະຊຸມຝຶກອົບຮົມໃນຄັ້ງນີ້ຖືເປັນບາດກ້າວສຳຄັນໜຶ່ງໃຫ້ແກ່ການກະກຽມການເລືອກຕັ້ງຕາມຄຳແນະນຳຂອງກົມການເມືອງສູນກາງພັກ ເຊິ່ງໄດ້ສຸມໃສ່ເອກະສານຫົວຂໍ້ຕ່າງໆຄື: ມະຕິວ່າດ້ວຍການເພີ່ມທະວີ ການຊີ້ນຳ-ນຳພາ ຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ9 ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ2,ເອກະສານວ່າດ້ວຍການເສີມຂະຫຍາຍສິດເປັນເຈົ້າຂອງພົນລະເມືອງລາວຕໍ່ກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ9ແລະສະມາຊິກສະພາປະຊາຊົນແຂວງຊຸດທີ2, ເອກະສານວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນແຂວງ, ເອກະສານຮ່າງມະຕິຕົກລົງຂອງຄະນະປະຈຳພັກເມືອງວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນເມືອງ, ຈາກນັ້ນບັນດາທ່ານຕາງໜ້າໃນແຕ່ລະອະນຸກໍາມະການກໍ່ໄດ້ຂຶ້ນລາຍງານເຖິງສະພາບການກະກຽມຄວາມພ້ອມຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນເອງ.