ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 30 ພະຈິກ 2021 ທີ່ນະຄອນຫຼວງວຽງຈັນ, ກະຊວງກະສິກຳ ແລະ ປ່າໄມ້ (ກປ), ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ, ພ້ອມດ້ວຍອົງການສະວີສ ເພື່ອການພັດທະນາ ແລະ ການຮ່ວມມື (SDC)ໃນນາມລັດຖະບານປະເທດສະວິດເຊີແລນ ໄດ້ຮ່ວມກັນຈັດກອງປະຊຸມເປີດການນຳໃຊ້ ລະບົບຖານຂໍ້ມູນຂ່າວສານອອນໄລນ໌ໃໝ່ ລະຫວ່າງກະຊວງກ່ຽວ ຂ້ອງ ຊຶ່ງເປັນສ່ວນໜຶ່ງຂອງແນວຄິດລິເລີ້ມ ທີ່ໄດ້ພັດທະນາໃຫ້ເປັນ ຄວາມຮູ້ເພື່ອການພັດທະນາ (K4D) www.k4d.la. ລະບົບຂໍ້ມູນເປັນລະບົບ ແບບປະສົມປະສານ ແລະ ຍັງເປັນການເຜີຍແຜ່ຂໍ້ມູນທາງການ ແລະ ຂໍ້ມູນທີ່ມີລາຍລະອຽດກວ້າງຂວາງຂອງບັນດາ ຂະແໜງການ ທີ່ບໍ່ເຄີຍມີມາກ່ອນ. ແນວຄິດລິເລີ້ມຂອງ ລັດຖະບານ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດສະວິດເຊີແລນ ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE)ຂອງມະຫາ ວິທະຍາໄລເບີນ, ແລະ ປະຕິບັດຕາມຄວາມເໝາະສົມ ພ້ອມທັງເປັນການຕໍ່ຍອດຈາກ ຜົນສຳເລັດຂອງໂຄງການ ລາວ ດີຊາຍ ອິນໂຟ ໃນເມື່ອກ່ອນ ພ້ອມກັບ ລະບົບຖານຂໍ້ມູນຂອງໂຄງການ.
ທ່ານ ກິແກ້ວ ສິງນາວົງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີຄໍາເຫັນໃນພິທີ ໂດຍໄດ້ຢໍ້າໃຫ້ເຫັນເຖິງ ຄວາມຈຳເປັນ ແລະ ຄວາມຕ້ອງການ ໃນການແລກປ່ຽນຂໍ້ມູນຂ່າວສານ ທີ່ດີກວ່າເກົ່າ ພ້ອມທັງ ດ້ານການເຊື່ອມໂຍງຂໍ້ມູນຂອງຂະແໜງການລະຫວ່າງບັນດາກະຊວງຕ່າງໆວ່າ: “ສິ່ງທ້າທາຍໃນປະຈຸບັນທີ່ລັດຖະ ບານຂອງພວກເຮົາກຳລັງປະເຊີນ ແມ່ນມີຄວາມສະຫຼັບຊັບຊ້ອນຫຼາຍຂຶ້ນ. ເພື່ອເປັນການຮັບມືກັບບັນດາສິ່ງທ້າທາຍ ທາງດ້ານການພັດທະນາ ແລະ ເພື່ອກ້າວສູ່ການນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະ ປະເທດດ້ອຍພັດທະນາ, ຂອດການປະສານສົມທົບ ແລະ ການແລກປ່ຽນຂໍ້ມູນຂອງ ຂະແໜງການຕ່າງໆ ຈຶ່ງມີຄວາມສຳຄັນຫຼາຍ”, ພ້ອມນີ້ ທ່ານໄດ້ອະທິບາຍຕື່ມວ່າ ເຄື່ອງມື ທີ່ເປັນຂໍ້ມູນ ດິຈິ ຕອລໃໝ່ ດັ່ງກ່າວ ລ້ວນແຕ່ເປັນເຄື່ອງມືທີ່ສຳຄັນຂອງລັດຖະບານ ເພື່ອສື່ສານຂໍ້ ມູນຂ່າວສານ ໃນທົ່ວຂະແໜງການ ແລະ ໃນແຕ່ລະ ລະດັບຂອງອົງການປົກຄອງຕ່າງໆໃຫ້ດີຂຶ້ນ ແລະ ເພື່ອໃຫ້ເປັນພື້ນຖານໃຫ້ແກ່ການວາງແຜນ ໃນຂອດການປະສານງານ ແລະ ການຕັດສິນບັນຫາໂດຍອີງໃສ່ຫຼັກຖານອ້າງອີງ.
ສ່ວນ ທ່ານChristian Englerຮອງຜູ້ອຳນວຍການ ອົງການ SDC ປະຈຳພາກພື້ນແມ່ນໍ້າຂອງ ທີ່ມີຫ້ອງການຕັ້ງຢູ່ ສປປ ລາວ ໄດ້ກ່າວວ່າ ໂຄງການໄດ້ພັດທະນາລະບົບຖານຂໍ້ມູນດັ່ງກ່າວຂຶ້ນມາ ໂດຍອີງໃສ່ ເງື່ອນໄຂທີ່ໄດ້ມີເຄື່ອງອຸປະກອນທີ່ເໝາະ ສົມ ພຽງພໍ ສຳລັບການແລກປ່ຽຂໍ້ມູນຂ່າວສານ ແລະ ທາງດ້ານການເຊື່ອມໂຍງຂໍ້ມູນ ໃນບັນດາກະຊວງກ່ຽວຂ້ອງ ແລະ ເພື່ອເປັນການຍົກລະດັບຂີດຄວາມສາມາດທາງດ້ານການວິເຄາະຂໍ້ມູນ ພາຍໃນອົງການຈັດຕັ້ງຕ່າງໆ. ທ່ານ Englerຍັງໄດ້ກ່າວຕື່ມອີກວ່າ “ຄວາມກ້າວໜ້າທາງດ້ານ ເທັກໂນໂລຊີ ທີ່ຜ່ານມາ ໃນດ້ານການຄຸ້ມຄອງບໍ ລິຫານຂໍ້ມູນ ດິຈິຕອລ ໄດ້ຊຸກຍູ້ໃຫ້ເກີດມີ ການເສີມຂະຫຍາຍ ກໍຄືການປັບປຸງຂໍ້ມູນຄືນໃໝ່ ຮວມເຖິງ ທາງດ້ານຂອງເຄື່ອງມືການວິເຄາະ ທີ່ມີຢູ່ໃນລະບົບຖານຂໍ້ມູນດັ່ງກ່າວ”.
ລະບົບຖານຂໍ້ມູນ K4D ໃໝ່ນີ້ ແມ່ນສາມາດເຂົ້າເຖິງຂໍ້ມູນ ແລະ ເຂົ້າຫາບັນດາຕົວຊີ້ບອກດ້ານການພັດທະນາ ທີ່ກ່ຽວຂ້ອງກັບຂະແໜງການຕ່າງໆໄດ້ງ່າຍ, ລວມທັງຂໍ້ມູນສະຖິຕິ ແລະ ແຜນທີ່ການນຳໃຊ້ເນື້ອທີ່ດິນກະສິກຳ ແລະ ການຄຸ້ມ ຄອງປ່າໄມ້ຕ່າງໆ ຂອງກະຊວງກະສິກຳ ແລະ ປ່າໄມ້ ເປັນຕົ້ນແມ່ນຂໍ້ມູນທີ່ກ່ຽວກັບສະພາບ ເສດຖະກິດ-ສັງຄົມ ຈາກສູນສະຖິຕິແຫ່ງຊາດ (ສຖຕ), ຂໍ້ມູນກ່ຽວກັບດ້ານສິ່ງແວດ ລ້ອມ ຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ພ້ອມທັງຂໍ້ມູນຈາກ ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ).
ລະບົບຖານຂໍ້ມູນ ດ້ານການພັດທະນາຂອງຂະແໜງການຕ່າງໆ ຄາດວ່າຈະສາ ມາດປະກອບສ່ວນເຂົ້າໃນການເຊື່ອມໂຍງຄວາມຮູ້ ແລະ ການຕັດສິນບັນຫາ ແລະ ຍ້ອນແນວນັ້ນ ມັນຈຶ່ງຈະເຮັດໃຫ້ວຽກງານດ້ານການພັດທະນາ ຂອງ ສປປ ລາວ ມີຄວາມຍືນຍົງ ແລະ ມີຄວາມສະເໝີພາບຫຼາຍຂຶ້ນ.