ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເປີດຂະບວນການສັກວັກຊິນກັນພະຍາດໂຄວິດ19 ໃຫ້ນັກຮຽນຊັ້ນມັດທະຍົມ ທົ່ວນະຄອນຫລວງວຽງຈັນ ອາຍຸແຕ່12 ຫາ 17ປີ ຈັດຂຶ້ນຕອນເຊົ້າວັນທິ 26 ພະຈິກ 2021, ຢູ່ທີ່ໂຮງຮຽນມັດທະຍົມ ສົມບຸນ ສົມປັນຍາ, ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສະໜອງ ທອງສະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ , ທ່ານພູວົງ ວົງຄໍຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ດຣ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ພ້ອມດ້ວຍຫົວໜ້າຫ້ອງການສືກສາ ແລະກິລາ ແລະ ຫ້ອງການສາທາ ລະນະສຸກ 9 ເມືອງ, ຄູອາຈານ ແລະນັກຮຽນໂຮງຮຽນມັດທະຍົມສົມບູນສົມປັນຍາ.
ທ່ານພູວົງ ວົງຄໍຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ກ່າວໃນພິທີວ່າ: ຂະບວນການສັກວັກຊີນ ໃຫ້ນັກຮຽນມັດທະຍົມ ອາຍຸ 12-17 ປີ ໃນຄັ້່ງນີ້, ເຫັນວ່າ ມີຄວາມໝາຍ ສໍາຄັນຫຼາຍ, ເນື່ອງຈາກປິດໂຮງຮຽນມາເກືອບ 2 ປີ ແລ້ວ ເຮັດໃຫ້ຜູ້ປົກຄອງ ແລະ ນ້ອງ ນັກຮຽນ ຄອງຄອຍ ໃຫ້ເປີດການຮຽນການສອນ , ແຕ່ເນື່ອງຈາກສະພາບການລະບາດ ຂອງພະຍາດ ໂຄວິດ-19 ຍັງມີການລະບາດ ເປັນວົງກວ້າງ ໃນຂອບເຂດທົ່ວປະເທດ, ໂດຍສະເພາະໃນນະຄອນຫຼວງ ແມ່ນ ຕົວເລກ 3 ຫຼັກໃນແຕ່ລະວັນ, ສົ່ງຜົນໃຫ້ຄະນະສະເພາະກິດນະຄອນຫຼວງ ຍັງບໍ່ທັນອະນຸຍາດ ໃຫ້ເປີດ ການຮຽນ ການສອນໄດ້ເທື່ອ, ແຕ່ເຖິງຢ່າງໃດກໍ່ຕາມ ເພື່ອປະຕິບັດຕາມຄໍາສັ່ງຂອງທ່ານນາຍົກສະບັບເລກທີ 24/ນຍ, ລົງວັນທີ10 ພະຈິກ 2021 ແລະ ແຈ້ງການຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ເລກທີ 1295/ສທ, ລົງວັນທີ 14 ພະຈິກ 2021 ກ່ຽວກັບການໃຫ້ສັກວັກຊີນກັນພະຍາດໂຄວິດ-19 ໃນກຸ່ມອາຍຸ 12-17 ປີ ໃນເດືອນພະຈິກ 2021 ນີ້, ເຊິ່ງເປົ້າໝາຍທັງໝົດແມ່ນ ນອນຢູ່ ໃນໂຮງຮຽນ ມັດທະຍົມ ມ1-ມ7 ໝົດແລ້ວ, ສະນັ້ນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຊີ້ນໍາກອງເລຂາຄະນະຮັບຜິດຊອບວັກຊີນ ນະຄອນຫຼວງວຽງຈັນ ໃຫ້ ປະສານງານກັບສາຍສຶກສາ ເພື່ອຮ່ວມກັນກະກຽມຄວາມພ້ອມ ແລະ ຈັດຕັ້ງການໃຫ້ວັກຊີນ ໃຫ້ສໍາເລັດພາຍ ໃນເດືອນ ທັນວາ ປີ 2021 ນີ້, ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການເປີດການຮຽນການສອນໃນຕົ້ນປີ 2022 ຢູ່ນະຄອນຫຼວງວຽງຈັນ ແລະ ກ້າວໄປສູ່ການເປີດປະເທດ ຂອງລັດຖະບານ.
ທັງໝົດນັ້ນ, ຈະປະສົບຜົນສໍາເລັດຕາມລະດັບຄາດໝາຍໄດ້ກໍ່ຕໍ່ເມືອມີການປະສານສົມທົບ ຈາກຫຼາຍ ພາກສ່ວນ ມີສ່ວນຮ່ວມນໍາ ທັງພາກລັດ ແລະ ເອກະຊົນ, ໂດຍມີການວາງແຜນ, ມີກົນໄກການປະສານງານ ແລະ ແບ່ງຄວາມຮັບຜິດຊອບ ຈະແຈ້ງ, ແຕ່ລະເມືອງຈະຕ້ອງມີເປົ້າໝາຍຢູ່ໃນໂຮງຮຽນທີ່ຊັດເຈນ, ກໍານົດ ເວລາ ຈັດຕາຕະລາງລົງເຄື່ອນໄຫວ ພາຍໃນ 7 ວັນ ໂດຍໃຫ້ນັກຮຽນລົງທະບຽນ ແລະ ຂຽນໃບຍິນຍອມ ໃຫ້ຜູ້ປົກຢັ້ງຢືນ, ໂດຍແມ່ນຫ້ອງການສຶກສາທີການ ແລະ ກິລາເມືອງ ເປັນຜູ້ອໍານວຍຊ່ວຍເຫຼືອ ຊີ້ນໍາບັນຊາ ຢູ່ໃນແຕ່ລະໂຮງຮຽນໃຫ້ຈັດສັນ ຄູອາຈານ ຊ່ວຍຄຸ້ມຄອງນັກຮຽນຈັດສັກແຕ່ລະຫ້ອງ ກໍາກັບ ຊ່ວຍແພດໝໍ, ສໍາຄັນຕ້ອງໄດ້ປະຕິບັດມາດຕະການປ້ອງກັນໃຫ້ດີ ທຸກຄົນຈະຕ້ອງໃສ່ ຜ້າອັດປາກດັງ,ລ້າງມື,ຮັກສາໄລຍະຫ່າງ ບໍໍ່ໃຫ້ແອອັດ ແລະ ໃຫ້ສໍາເລັດຕາມລະດັບຄາດໝາຍ 100% ຂອງເປົ້າໝາຍໃນໂຮງຮຽນມັດຖະຍົມ.
ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ຄະນະໃຫ້ວັກຊີນກັນພະຍາດ ຂັ້ນເມືອງ ໃຫ້ການຊີ້ນໍາ ຕິດຕາມຊຸກຍູ້ ຫ້ອງການສຶກສາ, ສາທາ, ອໍານວຍການ ແລະ ຄູອາຈານ ແຕ່ລະໂຮງຮຽນໃຫ້ເປັນເຈົ້າການ ແລະ ມີຄວາມ ຮັບຜິດຊອບ ສູງຕໍ່ ລັດຖະບານ ແລະ ປະຊາຊົນ ໃຫ້ລູກຫຼາໄດ້ຮັບກາສັກວັກຊີນປ້ອງກັນໂຄວິດ-19 ໃຫ້ຄົບ 2 ໂດສ ຢ່າງທົ່ວເຖິງ ແລະ ທັນເວລາ ເພື່ອສ້າງເງື່ອນໄຂໃຫ້ໄດ້ເປີດການຮຽນການສອນໃນຕໍ່ໜ້າ.
ມາຮອດປະຈຸບັນ ທົ່ວນະຄອນຫລວງວຽງຈັນ ສາມາດສັກວັກຊິນໃຫ້ປະຊາກອນກຸ່ມເປົ້າໝາຍອາຍຸ 18ປີຂຶ້ນໄປ ກວມໄດ້ 71%, ແລະ ສາມາດປົກຄຸມໄດ້ 98%ຂອງກຸ່ມເປົ້າໝາຍທັງໝົດ, ສໍາລັບກຸ່ມເປົ້າໝາຍອາຍຸແຕ່ 12-17ປີ ທົ່ວນະຄອນຫລວງວຽງຈັນ ມີທັງໝົດ 83.000ຄົນ, ໃນນັ້ນເຂັມທີໜຶ່ງ ໃຫ້ເລີ່ມແຕ່ວັນທີ 29 ພະຈິກ 2021 ຫາວັນທີ 5 ທັນວາ 2021 ແລະເຂັມທີສອງເລີ່ມແຕ່ວັນທີ 20- 26 ທັນວາ 2021 ໃຫ້ສໍາເລັດ 100%
May be an image of 4 people, child, people sitting, people standing and outdoors
May be an image of 7 people, child, people sitting, people standing and indoor