ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອເປັນການວາງຮາກຖານທີ່ໝັ້ນຄົງສຳ ລັບການເປີດນຳໃຊ້ ທາງລົດໄຟລາວ-ຈີນ ໃຫ້ມີຄຸນນະພາບສູງ, ໃນວັນທີ 20 ຕຸລາ 2021, ໄດ້ເປີດນຳໃຊ້ ສູນຄວບຄຸມການເດີນລົດ ໂຄງການທາງລົດໄຟລາວ-ຈີນ ຂື້ນຢ່າງເປັນທາງການ.
ພາຍຫຼັງທີ່ເປີດນຳໃຊ້ສູນຄວບຄຸມການເດີນລົດໂຄງການທາງລົດໄຟລາວ-ຈີນ, ພະນັກງານຄວບຄຸມການຈັດສົ່ງສາມາດດຳເນີນການອອກຄຳສັ່ງຕ່າງໆເທີງໜ້າຈໍຄອມພີວເຕີ້ໄດ້ ເຊັ່ນ: ຄຳສັ່ງໃຫ້ຂະບວນລົດໄຟແລ່ນໄປຂ້າງໜ້າ ແລະ ມາຮອດສະຖານີ, ໝາຍເລກລົດໄຟ, ໄລຍະການແລ່ນ, ການແລ່ນໃນແຕ່ລະຊວງ ແລະ ການກຳນົດຄວາມໄວຂອງລົດໄຟ, ສ້າງຄໍາສັ່ງການແລ່ນລົດໄຟໃຫ້ໂປ່ງໃສສອດຄ່ອງກັບເວລາຕົວຈິງ ແລະ ຄວບຄຸມການດໍາເນີນງານຂອງລົດໄຟແບບລວມສູນ, ເພື່ອຮັບປະກັນການສັ່ງການຂອງລະບົບຂົນສົ່ງແຕ່ລະລະດັບຂອງລົດໄຟ ໃຫ້ມີຄວາມເປັນ ເອກະພາບ, ມີບົດບາດສໍາຄັນຮັບປະກັນການຂົນສົ່ງທາງລົດໄຟ, ໃຫ້ມີຄວາມປອດໄພ ແລະ ການດໍາເນີນງານທາງລົດໄຟທີ່ມີປະສິດທິພາບ.
ອາຄານສູນຄວບຄຸມການເດີນລົດນີ້, ລວມມີ 3 ຊັ້ນ,ມີຄວາມສູງ 15 ແມັດ, ພື້ນທີ່ທັງໝົດຂອງອາຄານ ເນື້ອທີ 5379.38 ແມັດກາເລ, ພາກສ່ວນວຽກງານການກໍ່ສ້າງ ແລະ ຕິດຕັ້ງວິສາວະກຳໄຟຟ້າແຮງຕ່ຳແມ່ນ ບໍລິສັດ ການໄຟຟ້າທາງລົດໄຟ ສ.ປ ຈີນ ເປັນຜູ້ຮັບຜິດຊອບດຳເນີນການກໍ່ສ້າງ, ສ່ວນຕົວອາຄານແມ່ນ ກຸ່ມບໍລິສັດ ກໍ່ສ້າງທາງລົດໄຟຈີນ ຈຳກັດ ເປັນຜູ້ຮັບຜິດຊອບດຳເນີນການກໍ່ສ້າງ. ສູນບັນຊາການນີ້ໄດ້ມີການຈັດສັນພື້ນທີ່ໄວ້ສຳລັບການເຮັດວຽກໄດ້ຫຼາຍໜ່ວຍງານ ເຊັ່ນ: ຫ້ອງເຊີຟ໌ເວີດ້ານສັນຍານ, ດ້ານການສື່ສານ, ດ້ານຂໍ້ມູນຂ່າວສານ, ຫ້ອງຄວບຄຸມໃຫ່ຍ, ຫ້ອງບໍລິຫານການດຳເນີນງານ-ບຳລຸງຮັກສາ ແລະ ຍັງເປັນ “ເປັນສູນລວມຄັງສະໝອງ” ຢ່າງແທ້ຈີງຂອງທາງລົດໄຟລາວ-ຈີນ, ນອກຈາກນີ້ຍັງເປັນອາຄານອັດສະລິຍະແບບກວມລວມ ທີ່ຈະໄດ້ເປີດນຳໃຊ້ເປັນຄັ້ງທຳອິດໃນທາງລົດໄຟລາວ-ຈີນ.
ຫ້ອງເຊີຟ໌ເວີຄວບຄຸມອຸປະກອນ ແລະ ຂໍ້ມູນຂ່າວສານ ແມ່ນໄດ້ກວມເອົາຫຼາຍລະບົບການດຳເນີນງານ ແລະ ການຜະ ລິດ ເຊັ່ນ: ການບໍລິການປີ້ລົດໄຟ, ການຕະຫຼາດ ແລະ ຫ້ອງການອັດຕະໂນມັດ; ຫ້ອງເຊີຟ໌ເວີດ້ານການສື່ສານເປັນສູນສົ່ງຂໍ້ມູນຂອງທາງລົດໄຟລາວ-ຈີນ, ເພື່ອດຳເນີນການຈັດຕັ້ງປະຕິບັດວຽກງານການທົດສອບ, ການສື່ສານ ແລະ ການຄວບຄຸມໄລຍະໄກ; ຫ້ອງເຊີຟ໌ເວີດ້ານສັນຍານ ແມ່ນເຄືອຂ່າຍລົດໄຟພາຍໃນທີ່ດຳເນີນການຕິດຕາມການເນີນງານ ແລະ ການສົ່ງຄຳສັ່ງ, ເພື່ອຮັບປະກັນການຄວບ ຄຸມອຸປະກອນ ແລະ ລະບົບສັນຍານແບບລວມສູນ ຢູ່ທຸກສະຖານີ.
ຫ້ອງຄວບຄຸມໃຫ່ຍຮັບຜິດຊອບການຈັດສົ່ງຂົນສົ່ງສິນຄ້າ ແລະ ການຈາລະຈອນທັງໝົດຂອງທາງລົດໄຟລາວ-ຈີນ, ນຳໃຊ້ລົດໄຟໃຫ້ເກີດຜົນປະໂຫຍດຢ່າງສູງສຸດທາງດ້ານເສດຖະກິດ,ໃຊ້ປະໂຫຍດຈາກຄວາມສາມາດໃນການສົ່ງຜ່ານ ແລະ ອຸປະກອນການຂົນສົ່ງໃຫ້ມີປະສິດທິພາບສູງສຸດ, ສັງລວມແຜນການປະຕິບັດງານປະຈຳວັນຂອງການຂົນສົ່ງທຸກຮູບແບບ, ພ້ອມທັງຈັດຕັ້ງປະຕິບັດວຽກງານການກວດສອບ, ການລາຍງານສະພາບການດ້ານຄວາມປອດໄພ ແລະ ຕົງຕໍ່ເວລາຂອງຂະບວນລົດໄຟ, ເກັບກຳຂໍ້ມູນ ແລະ ລາຍງາເຫດການອຸບັດຕິເຫດທີ່ສຳຄັນ -ຮ້າຍແຮງ ແລະ ໄພພິບັດທີ່ເກີດຈາກທຳມະຊາດໃຫ້ຖ່ວງທັນເວລາ, ເມື່ອເກີດມີອຸບັດຕິເຫດ ຫຼື ໄພພິບັດຂັດຂວາງການສັນຈອນຂອງລົດໄຟ, ໃຫ້ອອກຄຳສັ່ງບອກທິດທາງການສັນຈອນ, ເສັ້ນທາງອອ້ມ ແລະ ວິທີການນຳໃຊ້ຂະບວນລົດໄຟໃຫ້ຖ່ວງທັນເວລາ, ຖ້າມີເຫດຈຳເປັນສຸກເສີນມີຄວາມຕັ້ງການສາມາດເຄື່ອນຍ້າຍລົດກູ້ໄພໄດ້.
ຫ້ອງບໍລິຫານດຳເນີນງານ ແລະ ບຳລຸງຮັກສາ ມີໜ້າທີ່ກຳນົດ, ຄວບຄຸມປາຍທາງຂະບວນລົດໄຟໃນເສັ້ນທາງທັງໝົດ, ສ້າງແຜນງານ ແລະ ຈຳນວນການບັນທຸກ, ຄວບຄຸມການຂົນສົ່ງຂອງລົດໄຟໂດຍຍສານ, ລົດໄຟໂດຍສານລະຫວ່າງປະເທດ ແລະ ລົດໄຟໂດຍສານສາຍຕົງ, ສ້າງແຜນງານການຈັດສົ່ງຜູ້ໂດຍສານໃຫ້ມີທີ່ສົມດຸນ, ດຳເນີນຈັດການວຽກງານການເປີດຖ້ຽວເພີ່ມ, ການຫຍຸດ, ການປ່ຽນເສັ້ນທາງ, ການສັບປ່ຽນ ແລະ ຈັດສັນນຳໃຊ້ຕູ້ລົດໂດຍສານຂອງຂະບວນລົດໄຟໂດຍສານລະຫວ່າງປະເທດ.
ແຫຼ່ງທີ່ມາ: ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ, ບໍລິສັດ ການໄຟຟ້າທາງລົດໄຟ ສ.ປ ຈີນ