ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 27 ເມສາ 2022 ນີ້ທີ່ຫ້ອງປະຊຸມຊັ້ນລຸ່ມຫ້ອງວ່າການເມືອງລະຄອນເພັງ ໄດ້ຈັດກອງປະຊຸມປະປຶກສາຫາລື, ກວດກາປະເມີນຜົນ ແລະກະກຽມປະກາດເມືອງສາມັກຄີປອງດອງ ໂດຍການເປັນປະທານ ຂອງທ່ານ ນາງ ມະນີໄລ ຈໍາປາມະນີວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ມີທ່ານ ໜູການ ຊາທິລາດ ຮອງປະທານແນວລາວຊ້າງຊາດແຂວງ ພ້ອມດ້ວຍຄະນະກໍາມະການກວດກາປະເມີນເມືອງສະມັກຄີປອງດອງຂັ້ນແຂວງ-ຂັ້ນເມືອງ, ກອງເລຂາ ແລະວິຊາການແກ້ວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມທ່ານ ນາງ ມະນີໄລ ຈໍາປາມະນີວົງ ປະທານແນວລາວສ້າງຊາດເມືອງ ສະຫຼຸບການຈັດຕັ້ງປະ ຕິບັດຂະການສ້າງຄອບຄົວ ແລະບ້ານສາມັກຄີປອງ ດອງ ໂດຍໃຫ້ຮູ້ວ່າ: ຂະບວນການສ້າງຄົວຄອບ ແລະບ້ານສາ ມັກຄີປອງດອງຢູ່ເມືອງລະຄອນເພັງ ແມ່ນເລີ່ມຈັດຕັ້ງປະຕິບັດແຕ່ 2017 ເປັນຕົ້ນມາ ໂດຍເລີ່ມຈາກການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ-ຂັ້ນບ້ານ, ເຄື່ອນໄຫວຈັດຕັ້ງເຊື່ອມຊືມ ເອກກະສານມາດຖານການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ຈາກນັ້ນໄດ້ສຸມໃສ່ນໍາພາປະຕິບັດຕົວຈິງ, ຊຸກຍູ້, ຕິດຕາມ, ກວດກາ ແລະປະເມີນຕາມ 5 ບາດກ້າວ, 4 ມາດຖານ ຂອງການສ້າງຄອບຄົວ ແລະ5 ມາດຖານຂອງການສ້າງບ້ານສະມັກຄີປອງດອງ. ເຊິ່ງໄດ້ແບ່ງເປັນ 2 ໄລຍະຄື: ໄລຍະປີ 2017-2018 ສາມາດສ້າງບ້ານສະມັກຄີປອງດອງໄດ້ 10 ບ້ານ, 1520 ຄອບຄົວ, ໄລຍະປີ 2020 -2021 ສາມາດສ້າງໄດ້ 64 ບ້ານ 9211 ຄອບຄົວ ແລະມາຮອດປັດຈຸບັນທົວເມືອງມີບ້ານສາມັກຄີປອງ ດອງ 74 ບ້ານ, ກວມເອົາ 98,66% ຂອງຈໍານວນບ້ານທົ່ວເມືອງ ແລະມີຄອບຄົວມສາມັກຄີປອງດອງ 10731 ຄອບຄົວ, ກວມເອົາ 89,56% ຂອງຈໍານວນຄອບຄົວທົ່ວເມືອງ.
ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນແລກປ່ຽນຄໍາຄິດເຫັນເຂົ້າໃສ່ເນື້ອໃນບົດສະຫຼຸບ ພ້ອມທັງປຶກສາຫາລື ຮັບຮອງຜົນການປະເມີນ ແລະກະກຽມສະເໜີຮັບຮອງ ແລະປະກາດເມືອງລະຄອນເພັງເປັນເມືອງສະມັກຄີປອງດອງ.
Cr: ສື່ມວນຊົນລະຄອນເພັງ