ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍຂອງວັນທີ 7 ທັນວາ 2021, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນການພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ໄປເຄື່ອນໄຫວວຽກງານຢູ່ເມືອງ ຊຽງຮ່ອນ, ໂອກາດດັ່ງກ່າວທ່ານ ອ່ອນຕາ ນີ້ມນວນ ຮອງເລຂາພັກເມືອງ ຊຽງຮ່ອນ, ໄດ້ລາຍງານແຜນການຜະລິດລະດູແລ້ງປີ 2022, ເຊິ່ງທົ່ວເມືອງມີເນື້ອທີ່ຜະລິດພືດລະດູແລ້ງທັງໝົດ 2.070 ເຮັກຕາ ໃນນັ້ນ, ປະກອບມີ: ນາແຊງ ໃນເນື້ອທີ່ 850 ເຮັກຕາ ຄາດຄະເນຜົນຜະລິດ 3.825 ໂຕນ; ປັດຈຸບັນຕົກກ້ານາແຊງສໍາເລັດແລ້ວ 100% ແລະ ປັກດໍາຈໍານວນໜື່ງ, ພືດເສດຖະກິດ ເນື້ອທີ່ 700 ເຮັກຕາ ຄາດຄະເນຜົນຜະລິດ 17.300 ໂຕນ ປະກອບມີ: ໝາກໂມ, ຖົ່ວເຫຼືອງ ຂອງນັກລົງທຶນຈາກ ສປປຈີນ, ການປູກໝາກເຜັດ ແລະ ພືດບໍລິໂພກຕ່າງໆຂອງປະຊາຊົນ, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ກໍ່ໄດ້ເນັ້ນໜັກໃຫ້ການນໍາຂອງເມືອງ ເອົາໃຈໃສ່ສົ່ງເສີມປະຊາ ຊົນປູກພືດເປັນສິນຄ້າໃຫ້ຫຼາຍ ໂດຍສະເພາະແມ່ນພືດທີ່ຈະສົ່ງອອກໄປ ສປປຈີນ ແນໃສ່ເຮັດໃຫ້ປະຊາຊົນມີລາຍຮັບທີ່ໝັ້ນທ່ຽງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລາດ