ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນການສຶກສາສໍາຫຼວດອອກແບບ ກໍ່ສ້າງພັດທະນາເຂດເສດຖະກິດຕົວເມືອງທັນສະໄໝຢູ່ເຂດຊາຍແດນສາມຫຼ່ຽມເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ (CLV) ທີ່ດ່ານສາກົນພູເກືອ ເມືອງພູວົງ ແຂວງອັດຕະປື ໃນວັນທີ 20 ຕຸລາ 2021
ທີ່ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າລັດຖະບານເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ບໍລິສັດພັດທະນາອັດຕະປື ຄົບວົງຈອນ ຈໍາກັດຜູ້ ຕາງໜ້າເຊັນໂດຍ ທ່ານ ສີພອນ ທອງຊະນິດ ປະທານບໍລິສັດ ໂດຍມີບັນດາກະຊວງກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຈຸດປະສົງຂອງການເຊັນບົດບັນທຶກຄັ້ງນີ້, ກໍເພື່ອໃຫ້ສິດດໍາເນີນການສຶກສາ, ສໍາຫຼວດອອກແບບ ກໍ່ສ້າງພັດທະນາເຂດເສດຖະກິດຕົວ ເມືອງທັນສະໄໝ ຊາຍແດນສາມຫຼ່ຽມເສດຖະກິດ (CLV) ຢູ່ດ່ານສາກົນພູເກືອ ເມືອງພູວົງ ແຂວງອັດຕະປື ໂດຍເນັ້ນໃສ່ດ້ານການທ່ອງທ່ຽວ ແລະ ລະບົບການບໍລິການດ່ານ ເພື່ອສ້າງບົດວິພາກເສດຖະກິດ-ເຕັກນິກ (FS), ບົດປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ (ESIA) ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມ (EMMP) ເພື່ອສະເໜີໃຫ້ຂະແໜງການກ່ຽວຂ້ອງຂອງລັດຖະບານ ພິຈາລະນາຮັບຮອງຕາມກົດໝາຍ ແລະ ລະບຽບການ.
ຖ້າໂຄງການດັ່ງກ່າວ ໄດ້ຮັບການພັດທະນາໃນອະນາຄົດ ເມືອງພູວົງ ຈະກາຍເປັນຈຸດຍຸດທະສາດອັນສໍາຄັນ ໃນການຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ຂອງແຂວງອັດຕະປື, ເປັນເມືອງເສດຖະກິດໃໝ່ ມີດ່ານການຄ້າສາກົນທີ່ທັນສະໄໝໃຫ້ເປັນປະຕູການຄ້າ ແລະ ທ່ອງທ່ຽວ ແບບປະສົມປະສານກັບວັດທະນາທໍາທ້ອງຖິ່ນ, ທໍາມະຊາດ ແລະ ກະສິກໍາ, ທັງເປັນການກໍານົດນະໂຍບາຍການພັດທະນາຂອງແຂວງ ກໍຄື ພັກ-ລັດຖະບານ ຕາມແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ.
ຂ່າວ-ພາບ: ສຸກສະຫວັນ