ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເປີດການໃຫ້ວັກຊີນກັນພະຍາດໂຄວິດ-19 ເຂັ້ມກະຕຸ້ນ ແກ່ເປົ້າໝາຍ ຜູ້ສູງອາຍຸ, ປະຊາຊົນຜູ້ມີພະຍາດຊໍາເຮື້ອ ແລະ ປະຊາກອນກຸ່ມອາຍຸ 12-17 ປີ ຈັດຂຶ້ນຕອນເຊົ້າວັນທີ 21 ມັງກອນ 2022, ທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປີເຕີ ເຮມອນ ເອກອັກຄະລັດສະທູດ ອາເມລິກາ ປະຈໍາລາວ, ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດສະທູດ ອົດສະຕາລີ ປະຈໍາ ສປປ ລາວ ພ້ອມດ້ວຍ ຜູ້ຕາງໜ້າ ອົງການ ອະນາໄມໂລກ, ອົງການອຸຍນີເຊບ, ອົງການ USAID ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມ
ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວບາງຕອນໃນພິທີວ່າ: ການລະບາດຂອງພະຍາດໂຄວິດ-19 ຍັງມີທ່າອຽງແກ່ຍາວ, ໃນປີ 2022 ນີ້ ພວກເຮົາທຸກຄົນ, ທຸກພາກສ່ວນ ຍັງຈະຕ້ອງໄດ້ສືບຕໍ່ໃຫ້ວັກຊີນແກ່ປະຊາຊົນທຸກຄົນທີ່ຍັງບໍ່ທັນໄດ້ຮັບວັກຊີນຄົບໂດສ໌ ທັງປະຊາຊົນລາວ ແລະຄົນຕ່າງປະເທດທີ່ເຮັດວຽກ ແລະ ອາໄສຢູ່ໃນ ສປປ ລາວເພື່ອສະກັດກັ້ນການລະບາດໃຫ້ໄດ້ໄວເທົ່າໃດຍິ່ງດີ ຄາດໝາຍປີ 2022 ນີ້ ລັດຖະບານໄດ້ວາງໄວ້ ໃຫ້ບັນລຸ 70% ຂອງປະຊາກອນ ທັງໝົດ ໝາຍວ່າ ທັງ ເຂັມ 1, ເຂັ້ມ 2 ແລະ ເຂັ້ມກະຕຸ້ນ ການທີ່ຈະສາມາດບັນລຸໄດ້ ແມ່ນຕ້ອງໄດ້ມີຄວາມຮ່ວມມືກັນທັງ 2 ຝ່າຍຄື: ຜູ້ໃຫ້ບໍລິການ ຫຼື ທີມແພດໝໍ ແລະ ປະຊາຊົນ ຊຶ່ງໃນປີນີ້ ນອກຈາກ ການໃຫ້ບໍລິການຢູ່ໂຮງໝໍຕ່າງໆແລ້ວ ຍັງຈະໄດ້ເຄື່ອນທີ່ອອກໄປຫາປະຊາຊົນທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ບ່ອນທີ່ຖະໜົນຫົນທາງຍັງບໍ່ສະດວກ ເຂົ້າມາຮັບວັກຊີນຢູ່ໂຮງໝໍໃນຂັ້ນຕ່າງໆ. ລັດຖະບານ ກໍ່ຄື ການນໍາກະຊວງສາທາລະນະສຸກ ຮູ້ ແລະເຂົ້າໃຈດີວ່າ ມັນມີຄວາມຫຍຸ້ງຍາກຫຼາຍໃນການເຄື່ອນທີ່ໄປໃຫ້ບໍລິການຢູ່ບ້ານ, ໄຮ່ນາຮົ້ວສວນ ຫຼື ເຂດທຳການຜະລິດ, ແຕ່ພວກເຮົາກໍ່ຕ້ອງຕັດສິນໃຈ ປະຕິບັດໃຫ້ຫຼ້ອນໜ້າທີ່ ເພື່ອບໍ່ໃຫ້ພະຍາດໂຄວິດ-19 ລະບາດແຜ່ລາມກວ້າງອອກໄປກວ່ານີ້, ຕັດຕ່ອງໂສ້ການລະບາດໄດ້ໄວເທົ່າໃດ ພວກເຮົາກໍ່ຈະໄດ້ກັບມາໃຊ້ຊີວິດປົກກະຕິໄດ້ໄວເທົ່ານັ້ນ.
ໃນໄລຍະຜ່ານມາ ລັດຖະບານພວກເຮົາໄດ້ສຸມທຸກຄວາມພະຍາຍາມ ຊອກຫາວັກຊິນມາໃຫ້ບໍລິການແກ່ປະຊາຊົນ ຕະຫຼອດມາ ເພື່ອໃຫ້ມີການບໍລິການຢ່າງຕໍ່ເນື່ອງ ເຊິ່ງມາຮອດປະຈຸບັນປະເທດຂອງພວກເຮົາກໍມີ ວັກຊີນຫຼາຍຊະນິດ ແລະ ອຸປະກອນ ພຽງພໍແລ້ວທີ່ຈະໃຫ້ບໍລິການປະຊົນລາວທົ່ວປະເທດ ລວມທັງ ຄົນຕ່າງປະເທດຜູ້ທີ່ເຮັດວຽກ ແລະ ອາໃສຢູ່ໃນ ສປປ ລາວ. ໂອກາດນີ້ ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ມາຍັງ ຄູ່ຮ່ວມພັດທະນາ ແລະ ປະເທດ ເພື່ອນມິດຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການນໍາເອົາວັກຊີນມາຊ່ວຍປະເທດຂອງພວກເຮົາ, ຂ້າພະເຈົ້າ ຂໍເຊີນຊວນ ພໍ່ແມ່ພີ່ນ້ອງ ໃນ 3 ເປົ້າໝາຍຕົ້ນຕໍຄື: ຜູ້ສູງອາຍຸ, ປະຊາຊົນຜູ້ມີພະຍາດຊໍາເຮື້ອ ແລະ ປະຊາກອນກຸ່ມອາຍຸ 12-17 ປີ ໃຫ້ໄປຮັບວັກຊີນກັນພະຍາດໂຄວິດ-19 ນໍາໂຮງໝໍແຫ່ງຕ່າງໆໃກ້ບ້ານທ່ານ, ທັງຜູ້ທີ່ບໍ່ທັນສັກເຂັມທີ 1 ຫຼື ສືບຕໍ່ສັກເຂັມທີ 2 ແລະ ເຂັ້ມກະຕຸ້ນ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຕົວທ່ານເອງ, ສະມາຊິກໃນຄອບຄົວຂອງທ່ານ ແລະ ໃນຊຸມຊົນຂອງທ່ານ.
ມາຮອດປະຈຸບັນ ສປປ ລາວ ມີຜູ້ໄດ້ຮັບວັກຊິນກັນພະຍາດໂຄວິດ19 ເຂັມ 1 ແລ້ວທັງໝົດ 4.656.799ຄົນ, ເທົ່າກັບ 63.46% ຂອງປະຊາກອນ ແລະຮັບຄົບໂດສແລ້ວຈໍານວນ 3.864.097 ຄົນ ເທົາກັບ 52.66% ຂອງປະຊາກອນເປົ້າໝາຍ.