ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງ ແຂວງຈຳປາສັກ ກັບ ຈັງຫວັດອຸບົນຣາຊະທານີ ຄັ້ງທີ 14 ໄດ້ມີຂື້ນ ໃນວັນທີ 28 ມິຖຸນາ 2022 ທີ່ ໂຮງແຮມຈຳປາສັກແກຣນ ນະ ຄອນປາກເຊ, ແຂວງຈໍາປາສັກ, ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໂດຍການເປັນປະທານຮ່ວມ ລະ ຫວ່າງ ທ່ານ ວິໄລວົງ ບຸດດາຄໍາ, ເຈົ້າແຂວງຈໍາປາສັກ ແລະ ທ່ານ ພົງຣັດ ພິຣົມຣັດ, ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ, ມີ ທ່ານຮອງເຈົ້າແຂວງຈຳປາ ສັກ, ທ່ານຮອງຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ, ມີ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຂອງ ສອງຝ່າຍ, ພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ຄະນະຜູ້ແທນສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ ການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງ ແຂວງຈຳປາສັກ ກັບ ຈັງຫວັດອຸບົນຣາຊະທານີ ຄັ້ງທີ 13, ໃນລະຫວ່າງວັນທີ 30 ກັນຍາ ຫາ 01 ຕຸລາ 2019 ທີ່ ຈັງຫວັດອຸບົນຣາຊະທານີ ແຫ່ງ ຣາຊະອານາຈັກໄທ, ເຊິ່ງທັງສອງຝ່າຍເຫັນວ່າກົນໄກການຮ່ວມມືດັ່ງກ່າວ ເປັນສັນຍາລັກແຫ່ງການຮ່ວມມືທີ່ໃກ້ຊິດ ລະຫວ່າງ ແຂວງຈໍາປາສັກ ກັບ ຈັງຫວັດອຸບົນຣາຊະທານີ ແລະ ຍັງສະແດງໃຫ້ເຫັນເຖິງການຮ່ວມມືທີ່ ແໜ້ນແຟ້ນ ແລະ ຄວາມພະຍາຍາມໃນການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນ, ລວມທັງການຮ່ວມມືທາງດ້ານເສດ ຖະກິດ-ສັງຄົມ ລະຫວ່າງສອງທ້ອງຖີ່ນນັບມື້ນັບດີຂຶ້ນ. ແລະ ສອງຝ່າຍ ສະໜັບສະ ໜູນ ແລະ ປະຕິບັດແຜນງານ ບົນພື້ນ ຖານ ຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງບໍລິເວນຊາຍແດນ ລະ ຫວ່າງ ສອງປະເທດ ເພື່ອເພີ່ມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ຂອງປະຊາຊົນສອງຝ່າຍເຮັດໃຫ້ຊາຍແດນ ລະຫວ່າງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃຫ້ມີຄວາມສະຫງົບໝັ້ນຄົງຕະຫຼອດໄປ, ຜູ້ແທນສອງຝ່າຍ ໄດ້ຄົ້ນຄວ້າ ກຳນົດກົນໄກ ແລະຂອບການຮ່ວມມື ເນື້ອໃນຂອງບົດບັນທຶກ ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ຄັ້ງທີ 14 ນີ້ ເພື່ອສືບຕໍ່ ແລະເພີ່ມທະວີການພົວພັນຮ່ວມມື ໃນຫຼາຍດ້ານເຊັ່ນ: ການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ; ການຮ່ວມມືໃນການຮັກສາເສັ້ນຊາຍແດນ ລາວ-ໄທ; ການຮ່ວມມືໃນການຮັກສາປ້ອງກັນຕະຝັ່ງເຈື່ອນ ແລະ ການແກ້ໄຂບັນຫາຕາມລໍາແມ່ນ້ຳຂອງ; ການອໍານວຍຄວາມສະດວກ ແລະ ຮັກສາຄວາມປອດໄພໃນການເຂົ້າ-ອອກຕາມບໍລິເວນຈຸດຜ່ານແດນ; ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດ; ການຮ່ວມມືໃນກໍລະນີບຸກຄົນ ຂອງແຕ່ລະຝ່າຍຖືກຈັບກຸມຄຸມຂັງ; ການຮ່ວມມືດ້ານການຕໍ່ຕ້ານການຄ້າມະນຸດ; ການຮ່ວມມືໃນການພັດທະນາສີມືແຮງງານ ແລະ ການພັດທະນາຊັບພະຍາກອນມະນຸດ; ການຮ່ວມມືທາງດ້ານເສດຖະກິດ; ການຮ່ວມ ມືໃນການປ້ອງກັນການລັກລອບຊື້-ຂາຍສັດປ່າ ແລະ ເຄື່ອງປ່າຂອງດົງທີ່ຜິດກົດ ໝາຍ; ການຮ່ວມມືດ້ານສາທາລະນະສຸກ. ແລະ ການຮ່ວມມືດ້ານການສົ່ງເສີມ ແລະ ພັດທະນາ SMEs.
ນອກຈາກນັ້ນ, ຄະນະຜູ້ແທນສອງຝ່າຍ ຍັງໄດ້ສະແດງຄວາມຍິນດີ ຕໍ່ການເດີນ ທາງຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ ຂອງ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດທີ່ທັ້ງສອງຝ່າຍເຫັນດີຍົກລະ ດັບການພົວພັນ ລາວ-ໄທ ເປັນຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ຍິນດີ ຕໍ່ຜົນສໍາເລັດການຈັດກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ໃນລະຫວ່າງວັນທີ 03-04 ພະຈິກ 2021 ທີ່ບາງກອກ, ຣາ ຊະອານາຈັກໄທ ເຊິ່ງທັງສອງຝ່າຍໄດ້ຮ່ວມມືກັນຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມດັ່ງກ່າວໃຫ້ເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ແລະ ຄວາມຈະເລີນວັດທະນາສູ່ປະຊາຊົນສອງຊາດ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ສ້າງພື້ນຖານອັນໜັກແໜ້ນ ເພື່ອກ້າວໄປສູ່ການຍົກລະດັບການພົວພັນຮ່ວມມືໃຫ້ເປັນ “ຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ” ໃນອະນາຄົດ. ແລະ ຮ່ວມຍິນດີ ຕໍ່ຜົນສໍາເລັດການຈັດກິດຈະກໍາຕ່າງໆ ເພື່ອສະ ເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສອງປະເທດ ຄົບຮອບ 70 ປີ ດ້ວຍຜົນສໍາເລັດຢ່າງຈົບງາມໃນເດືອນທັນວາ 2021 ຜ່ານມາ.
ພາບ,ຂ່າວ: ທັດຊະນະ.