ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເຫດການໄຟໄໝ້ຂີ້ເຫຍື້ອ ຢູ່ສະໜາມຂີ້ເຫຍື້ອ ເຂດບ້ານຫຼັກແປດ ນະຄອນ ຫຼວງພະບາງ ໄດ້ເກີດຂື້ນແຕ່ຕອນແລງຂອງວັນທີ່ 13 ກຸມພາ 2023 ມາຮອດປັດຈຸບັນສາມາດສະກັດກັ້ັນບໍ່ໃຫ້ໄຟລຸກລາມໄປເປັນວົງກວ້າງ ແຕ່ຍັງມີໄຟໄໝ້ເນື້ອທີ່ຂີ້ເຫຍື້ອປະມານ 5 ເຮັກຕ່າ ເກີດຄວັນໄຟປົກຄຸມບໍລິເວນອ້ອມຮອບ ເຖີງວ່າທຸກພາກສ່ວນທີ່ກ່ຽວຂ້ອງ ຈະສຸມໃສ່ດັບໄຟທີ່ໄໝ້ຢ່າງຕໍ່ເນື່ອງ. ທ່ານ ດາວັນ ສີລິວົງ ຮອງຫົວໜ້າອົງການພັດທະນາ ແລະບໍລິຫານຕົວເມືອງ ນະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດໃນວັນທີ່ 1 ມີນາ 2023 ວ່າ: ຜ່ານມາຄະນະຮັບຜິດຊອບໄດ້ເຮັດເປັນລັກສະນະອ່າງເກັບ ໂດຍມີຄວາມເລິກຫຼາຍແມັດ ແລະໄດ້ຖົມຂີ້ ເຫຍື້ອເປັນ 3 ຊັ້ນ ຄາດວ່າໄຟອາດຈະໄໝ້ຂີ້ເຫຍື້ອຮອດຊັ້ນທຳອິດ ຈື່ງເຮັດໃຫ້ການດັບໄຟພົບຄວາມຫຍຸ້ງຍາກ ແລະເຮັດໃຫ້ເກີດມີຄັວນໄຟອອກມາຢ່າງຕໍ່ເນື່ອງ ພາຍ ຫຼັງເກີດໄຟໄໝ້ຂີ້ເຫຍື້ອ ໃນຕອນຄືນຂອງວັນທີ່ 13 ກຸມພາ ພາກສ່ວນຮັບຜິດຊອບສະໜາມຂີ້ເຫຍື້ອ ໄດ້ສົມທົບກັບ ເຈົ້າໜ້າ ທີ່ດັບເພີງ ຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ ສຸມໃສ່ດັບໄຟ ທີ່ກຳລັງລຸກໄໝ້ ທັງໄດ້ສ້າງແລວກັນໄຟບໍ່ໃຫ້ແຜ່ລາມເປັນວົງກວ້າງ ໂດຍໄດ້ດຳເນີນຕະຫຼອດຄືນແຕ່ບໍ່ສາມາດດັບໄຟໃຫ້ມອດໄດ້ ມາຮອດປັດຈຸບັນ ຍັງມີຄັວນໄຟອອກມາຈາກອ່າງທີ່ເກັບຂີ້ເຫຍື້ອ ເນື່ອງຈາກການດັບໄຟແມ່ນມີຄວາມຫຍຸ້ງຍາກ ຍ້ອນເນື້ອທີ່ຂອງຈຸດເກີດເຫດມີບໍລິເວນກວ້າງ.
ທ່ານ ດາວັນ ສີລິວົງ ໃຫ້ຮູ້ຕື່ມວ່າ: ການປະຕິບັດຕົວຈີງແມ່ນພົບຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະແມ່ນຂາດງົບປະມານຈັດຊື້ນ້ຳມັນເຊື້ອໄຟ ແລະອຸປະກອນຈຳ ເປັນ, ພ້ອມນີ້ ພາຫະນະກົນຈັກທີ່ໃຊ້ຢູ່ພາຍໃນສະໜາມຂີ້ເຫຍື້ອ ມີຄວາມຊຸດ ໂຊມຕ້ອງໄດ້ສ້ອມແປງເປັນໄລຍະ, ປັດ ຈຸບັນພາກສ່ວນຮັບຜິດຊອບພວມສືບຕໍ່ໃນການຊີດນ້້ຳສັດກັດຄວັນ ທີ່ອອກມາຈາກອ່າງຂີ້ເຫຍື້ອ ແລະໄດ້ນຳໃຊ້ດີນຖົມຂີ້ ເຫຍື້ອທີ່ເກີດເປັນຄວັນໂດຍໄດ້ຮັບການຮ່ວມມືຈາກພາກລັດ ແລະພາກທຸລະກິດ ເປັນຕົ້ນ ການສົມທົບອຸປະກອນ ແລະພາຫະນະເຂົ້າຊ່ວຍ ຄາດວ່າຈະໃຊ້ເວລາອີກດົນສົມຄວນ.
ໃນວັນທີ່ 1 ມີນານີ້ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ລົງໄປກວດກາເບີ່ງພື້ນທີ່ຕົວຈີງ ແລະໄດ້ມີຄຳເຫັນຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂອງແຂວງ ລະດົມບັນດາບໍລິສັດທີ່ມີກົນຈັກ ເຂົ້າມາຊ່ວຍທັງສະໜອງງົບປະມານເຂົ້າໃນການບໍລິຫານວຽກ ເພື່ອໃຫ້ສາມາດແກ້ໄຂບັນຫາສະພາບໃຫ້ດີຂື້ນ ພ້ອມນີ້ ທ່ານໄດ້ຊີ້ນຳໃຫ້ອົງການປົກຄອງ ນະ ຄອນ ຫຼວງພະບາງ ອອກແຈ້ງການເຕືອນໃຫ້ປະຊາຊົນພ້ອມກັນຮັກສາສຸຂະພາບ ດ້ວຍການໃສ່ຜ້າປິດປາກ-ດັງ ເວລາທີ່ອອກນອກເຮືອນ.
May be an image of outdoors
May be an image of road