ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄະນະຮັບຜິດຊອບ ກະກຽມພິທີສົມໂພດຫໍຫຼັກເມືອງ, ຮູບປັ້ນຫຼໍ່ເຈົ້າອະນຸວົງ ທີ່ຕິດ ພັນກັບວຽກງານສົ່ງເສີມການທ່ອງທ່ຽວ ແຂວງໄຊສົມບູນ ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມໃນດ້ານ ຕ່າງໆ ຂຶ້ນໃນຕອນບ່າຍຂອງວັນທີ 19 ຕຸລາ 2022. ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງ ໂດຍການເປັນປະທານຂອງ ພົນຕີ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ທັງເປັນຮອງຫົວໜ້າຄະນະ ຮັບຜິດຊອບຊີ້ນໍາລວມ ກະກຽມພິທີສົມໂພດຫໍຫຼັກ ເມືອງ, ຮູບປັ້ນຫຼໍ່ເຈົ້າອະນຸວົງ ທີ່ຕິດພັນກັບວຽກງານສົ່ງເສີມການ ທ່ອງທ່ຽວ ແຂວງໄຊສົມບູນ, ມີບັນດາຫົວໜ້າ-ຮອງຫົວໜ້າ ພ້ອມດ້ວຍຄະນະ ຂອງແຕ່ລະອະນຸກໍາມະການ ເຂົ້າຮ່ວມ.
ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານແຜນການເຄື່ອນໄຫວວຽກງານ ໂດຍຕິດພັນກັບແຜນງົບປະມານ ຂອງແຕ່ ລະອະນຸກໍາມະການ ພ້ອມທັງປະກອບຄໍາເຫັນຄໍາເຫັນປຶກສາຫາລື ເພື່ອປັບປຸງບາງເນື້ອໃນຂອງແຜນການເຄື່ອນໄຫວໃຫ້ມີເນື້ອ ໃນຄົບຖ້ວນ ແລະ ເໝາະສົມ ເປັນຕົ້ນແມ່ນ ການກໍານົດວັນເວລາ, ກຳນົດບັນດາກິດຈະກໍາ, ກຳນົດ ສະຖານທີ່ ທີ່ເໝາະສົມກັບ ບັນດາກິດຈະກໍາ, ການຈັດລຽງລໍາດັບຄວາມສໍາຄັນຂອງກິດຈະກໍາ ລວມທັງຮູບການ, ຂັ້ນ ຕອນ ແລະ ວິທີຈັດຕັ້ງປະຕິບັດ ໃຫ້ມີ ຄວາມເປັນເອກະພາບກັນ. ຊຶ່ງ ພົນຕີ ວົງສອນ ອິນປານພິມ ຮອງເລຂາພັກ ແຂວງໄຊສົມບູນ ໄດ້ມີທິດຊີ້ນໍາໃຫ້ແຕ່ລະອະນຸ ກຳມະການ ພ້ອມກັນເອົາໃຈໃສ່ກວດກາຄືນ ກ່ຽວກັບຄວາມລະອຽດ ຂອງແຜນວຽກໃນແຕ່ລະອະນຸກໍາມະການ ເປັນຕົ້ນແມ່ນ ການຊັບຊ້ອນ ແລະ ຈັດສັນວັນເວລາໃສ່ບັນດາກິດຈະກຳໃຫ້ ມີຄວາມເໝາະ ສົມ, ການກໍານົດຈໍານວນແຂກຄົນ, ພະສົງ ແລະ ພະອາຈານ ທີ່ຈະເຊີນເຂົ້າຮ່ວມ ຕ້ອງໃຫ້ລະອຽດ, ຈະແຈ້ງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຂຶ້້ນແຜນຈັດຊື້ອຸປະກອນ ຮັບໃຊ້ ແລະ ການກະກຽມສະຖານທີ່ ເພື່ອຮອງຮັບແຂກໃຫ້ພຽງພໍ, ພ້ອມ ກັນເອົາໃຈໃສ່ປົກປັກຮັກສາສະຖານທີ່ທ່ອງທ່ຽວ, ຖະ ໜົນຫົນທາງ, ເຮືອນພັກ, ຮ້ານອາ ຫານ ພາຍໃນເທດສະບານໃຫ້ມີຄວາມສະອາດ, ຈົບງາມ, ປຸກລະດົມພໍ່ແມ່ປະຊາ ຊົນ, ຜູ້ປະ ກອບການ ແລະ ພາກສ່ວນ ຕ່າງໆ ໃຫ້ມີສ່ວນຮ່ວມ, ຈັດຕັ້ງກອງກໍາລັງໄປປະຈໍາຢູ່ຕາມແຕ່ລະເສັ້ນທາງ, ແຕ່ລະປ້ອມຍາມ ແລະ ຕ້ອງມີການພັດປ່ຽນ ກັນລາດ ຕະເວັນຕະຫຼອດ 24 ຊົ່ວໂມງ. ພ້ອມນີ້ ກໍ່ຕ້ອງເອົາໃຈໃສ່ໃນການໂຄສະນາ-ປະຊາສໍາພັນ ຜ່ານ ສື່ຕ່າງໆ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ຢ່າງທົວເຖິງ ພ້ອມທັງເຂົ້າມາທ່ຽວຊົມ ແລະ ມີສ່ວນຮ່ວມບັນດາກິດຈະກໍາ ໃຫ້ເປັນຂະບວນ ກວ້າງຂວາງ.
ຂ່າວ: ພາພອນ ນະວົງໄຊ