ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 8 ທັນວາ 2021 ຢູ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີ ເຊັນບົດບັນທຶກການປະສານງານຮ່ວມກັນ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງ ກັນຄວາມສະຫງົບ, ໂດຍການເຊັນ ຂອງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ລັດ ຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ໄຊຊະນະ ໂຄດພູທອນ ຫົວ ໜ້າອົງການໄອຍະການປະ ຊາຊົນສູງສຸດ, ມີ ຄະນະພັກ-ຄະນະນໍາ, ບັນດາ ທ່ານຫົວໜ້າກົມ, ພ້ອມດ້ວຍພະນັກງານຫລັກແຫລ່ງ ທັງສອງພາກ ສ່ວນ ເຂົ້າຮ່ວມ.
ການເຊັນບົດບັນທຶກສ້າງກົນໄກປະສານງານຮ່ວມກັນໃນຄັ້ງນີ້, ເພື່ອເປັນການຈັດ ຕັ້ງປະຕິບັດເນື້ອໃນບົດບັນທືກຮ່ວມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ຄັ້ງທີ VI, ສະ ບັບລົງວັນທີ 15 ກໍລະກົດ 2021 ເຂົ້າສູ່ວຽກ ງານຕົວຈິງ ຂອງອົງການໄອຍະການປະ ຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ, ແນໃສ່ສະກັດກັ້ນປະກົດ ການຫຍໍ້ທໍ້ໃນການດໍາເນີນຄະດີອາຍາ, ເຄົາລົບ ແລະ ປະຕິບັດຕາມພາລະບົດ ບາດ, ໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະພາກສ່ວນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ, ພ້ອມທັງຮັບປະກັນຄວາມສັກສິດຂອງກົດໝາຍ, ປະຕິບັດຫລັກການລວມສູນ ແລະ ເປັນເອກະພາບ ຕາມລະບົບສາຍຕັ້ງ ຫລື ສາຍບັນຊາແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະ ເທດ, ເຮັດໃຫ້ການດໍາເນີນຄະດີອາຍາ ໄດ້ດໍາເນີນໄປຢ່າງຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຍຸຕິທໍາ.
ທັງສອງພາກສ່ວນໄດ້ປະສານສົມທົບຄົ້ນຄວ້າ ຕົກລົງເຫັນດີເປັນເອກະພາບ ສ້າງບົດບັນທຶກກົນໄກປະສານງານ, ໂດຍໄດ້ກໍານົດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ອອກເປັນໜ້າວຽກອັນລະອຽດ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກຮ່ວມ ໃຫ້ປະ ກົດຜົນເປັນຈິງ ປະ ກອບສ່ວນໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ, ປະຢັດ ແລະ ປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂການລະເມີດກົດ ໝາຍ ຕາມຂະບວນການຍຸຕິທໍາ.
ຂ່າວ-ພາບ: ສົມຫວັງ