ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຫມາກຂາມປ້ອມຈະມີລົດຊາດສົ້ມຫລາຍ ແຕ່ ເມື່ອກິນແລ້ວເຮັດໃຫ້ຊຸ່ມຄໍ ແລະ ໃຫ້ວິຕາມິນຊີສູງດັ່ງນັ້ນຈຶ່ງມີຄົນນຳເອົາຫມາກຂາມປ້ອມສົດມາໃຊ້ເປັນຢາແກ້ຫວັດ, ແກ້ໄອ, ລະລາຍ ຂີ້ກະເທີ່, ປິ່ນປົວອາການເລືອດອອກຕາມເຟັນແຂ້ວ.

ສ່ວນຮາກຂອງຫມາກຂາມປ້ອມຍັງສາມາດເອົາມາປົວຂີ້ເຂັບກັດ, ແກ້ຮ້ອນໃນ, ຫລຸດຄວາມດັນ ເລືອດ, ປົວຂີ້ເຮື້ອນ. ສ່ວນເປືອກ ແກ້ເຈັບທ້ອງບິດແລະຟົກຊ້ຳສ່ວນກ້ານແຊ່ກັບນ້ຳໃຊ້ເປັນນ້ຳຢາບ້ວນປາກ, ແກ້ເຈັບແຂ້ວຫມາກທີ່ຕາກແຫ້ງໃຊ້ປິ່ນປົວອາການຖອກທ້ອງ, ຫນອງໃນ, ເຍື່ອຫຸ້ມຕາອັກເສບ, ສ່ວນແກ່ນຂອງໝາກຂາມປ້ອມກໍ່ສາມາດນຳໄປເຜົາໄຟແລ້ວປະສົມກັບນ້ຳມັນພຶດທາແກ້ຄັນ, ແກ້ຫືດ ຫລື ຈະຕຳໃຫ້ເປັນຜົງຊົງກັບນ້ຳຮ້ອນດື່ມແກ້ພະຍາດເບົາຫວານ, ຫອບຫືດ ແລະຫລອດລົມອັກເສບ.