ວັນທີ 12 ພຶດສະພາ 2021 ທ່ານ ໂຖງ ຢົງ ເຫີງ ປະທານບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ໄດ້ມອບເງິນ ຈຳນວນ 100 ລ້ານກີບ ແລະ ທ່ານ ໂຢ ຢາ ເໝັງ ປະທານບໍລິສັດ ຮ້າວຮ້ານ ບໍ່ແຮ່ ຫຸ້ນສ່ວນ ຈຳກັດ ໄດ້ມອບເງິນ 60 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນວຽກງານ ຄວບຄຸມ ແລະ ປ້ອງກັນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ແຂວງຄຳມ່ວນ ເຊິ່ງກ່າວຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີພາກສ່ວນກ່ຽວຂ້ອງ ທັງພາກ ສ່ວນລັດ ແລະ ພາກສ່ວນບໍລິສັດເຂົ້າຮ່ວມເປັນສັກຂີພະຍານ.
 ສຳລັບແຂວງຄຳມ່ວນ ແມ່ນພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ແລ້ວຈຳນວນ 01 ຄົນ ເຊິ່ງເປັນແຮງງານລາວ ທີ່ກັບມາຈາກການໄປເຮັດວຽກຢູ່ປະເທດໄທ ໂດຍກັບມາຜ່ານດ່ານຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມ ເຊິ່ງພາຍຫຼັງທີ່ໄດ້ເກັບຕົວຢ່າງ ແລະ ພົບວ່າຜູ້ກ່ຽວຕິດເຊື້ອພະຍາດ ໂຄວິດ-19 ທາງຄະນະ ແພດ-ໝໍ ກໍ່ໄດ້ເອົາໃຈໃສ່ ເບິ່ງແຍງ, ປິ່ນປົວ ເປັນເວລາເກືອບ 20 ວັນ ປະຈຸບັນຜູ້ກ່ຽວແມ່ນໄດ້ຫາຍດີເປັນປົກກະຕິ ແລະ ກັບຄືນສູ່ບ້ານເຮືອນ ຂອງຕົນເອງແລ້ວ.
 ເຖິງຢ່າງໃດກໍ່ຕາມ ແຂວງຄຳມ່ວນກໍ່ຍັງມີຄວາມສ່ຽງສູງຕໍ່ການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ເນື່ອງຈາກ ວ່າສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ພາຍໃນ ສປປ ລາວ ແມ່ນຍັງມີຈຳນວນຜູ້ຕິດເຊື້ອ ຢູ່ໃນແຕ່ ລະວັນ ແລະ ແຂວງຄຳມ່ວນກໍ່ມີເຂດຊາຍແດນທີ່ຕິດກັບປະເທດໃກ້ຄຽງທີ່ຍັງສືບຕໍ່ມີການແຜ່ລະບາດຢູ່ໃນປະຈຸບັນ. ສະນັ້ນ ແຂວງຄຳມ່ວນຈຶ່ງໄດ້ອອກແຈ້ງການ ເພື່ອເພີ່ມທະວີບັນດາມາດຕະການຕ່າງໆຢ່າງເຂັ້ມງວດ ພ້ອມທັງສະໜອງ ທາງດ້ານງົບປະມານ ເພື່ອຮັບໃຊ້ເຂົ້າໃນວຽກງານດັ່ງກ່າວ ແຕ່ເນື່ອງຈາກວ່າງົບປະມານຂອງລັດແມ່ນມີຈຳກັດ. ທາງຄະນະສະເພາະກິດຂັ້ນແຂວງ ຈຶ່ງໄດ້ອອກແຈ້ງການເຖິງພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ຊ່ວຍສະໜັບ ສະໜູນທາງດ້ານທຶນຮອນ ເພື່ອຈັດຊື້ອຸປະກອນ ໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດ ພະຍາດ ໂຄວິດ-19 ຢູ່ແຂວງຄຳມ່ວນ.
 ຍ້ອນເຫັນໄດ້ຄວາມສຳຄັນຕໍ່ບັນຫາດັ່ງກ່າວ ບັນດາພາກສ່ວນຕ່າງໆ ທັງພາກລັດ, ອົງການຈັດຕັ້ງສາກົນ, ບໍລິສັດ, ຫ້າງຮ້ານ, ຜູ້ປະກອບການທຸລະກິດ ຕະຫຼອດເຖິງປະຊາຊົນ-ພໍ່ຄ້າຊາວຂາຍ ກໍ່ໄດ້ໃຫ້ການສະໜັບ ສະໜູນ  ບໍ່ວ່າຈະເປັນທຶນຮອນ, ວັດຖຸ ແລະ ເຄື່ອງບໍລິໂພກ ມາປະກອບສ່ວນ ເພື່ອຮັບໃຊ້ເຂົ້າໃນວຽກງານດັ່ງກ່າວ ແລະ ໃນໂອກາດນີ້ ທາງຄະນະນຳຂອງແຂວງ ກໍ່ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາພາກສ່ວນຕ່າງໆ ທີ່ໄດ້ປະກອບສ່ວນ ໃນຄັ້ງນີ້ ເພື່ອເປັນການຍ້ອງຍໍ ສັນລະເສີນຕໍ່ພາກສ່ວນທີ່ມີຜົນງານປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ.
ພາບ-ຂ່າວ:ນັກຂ່າວວິທະຍຸແຂວງຄຳມ່ວນ
Loading...