ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 9 ກຸມພາ 2022 ນີ້ ເຊີ່ງແມ່ນໄລຍະທີ່ລັດຖະ ບານເລີ່ມທົດລອງເປີດຮັບນັກທ່ອງທ່ຽວຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1, ມີ 4 ບໍລິສັດນໍານັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວນະຄອນຫລວງວຽງຈັນ ທັງໝົດ 84 ຄົນ, ໃນນີ້ ຫລາຍກວ່າໝູ່ແມ່ນນັກທ່ອງທ່ຽວຈາກ ສ.ເກົາຫລີ, ນອກຈາກນີ້ ແມ່ນນັກທ່ອງທ່ຽວຈາກຟິລິບປິນ, ໂຮນລັງ, ໄທ, ຍິ່ປຸ່ນ ແລະ ຄົນລາວທີ່ໄປອາໃສຢູ່ຕ່າງປະເທດ.
ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວຢູ່ນະຄອນຫລວງວຽງຈັນ ທັງໝົດນີ້ໄດ້ປະຕິບັດຕາມມາດຕະຖານລາວເຊັບ ( Lao Safe ) ທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ກໍຄື ລັດຖະບານລາວກໍານົດທຸກຢ່າງ, ພ້ອມທັງພັກເຊົາຢູ່ພາຍໃນ 40 ໂຮງແຮມທີ່ມີເງື່ອນໄຂຮັບນັກທ່ອງທ່ຽວຕ່າງປະເທດທີ່ກໍານົດໄວ້ ແລະ ທ່ອງທ່ຽວພາຍໃນສະຖານທີ່ທ່ອງທ່ຽວສີຂຽວທີ່ກໍານົດໄວ້ ຄື: ທາດຫລວງ, ຫໍພະແກ້ວ, ວັດສີສະເກດ, ຫໍຫລັກເມືອງ, ວັດສີເມືອງ, ສວນວັດທະນະທໍາຊຽງຄວນ, ນໍ້າປຽນຢໍລະປາ, ພິພິດຕະພັນສິລະປະລາວສະໄໝ ແລະ ສວນພຶກສາ. ສ່ວນຂໍ້ຫຍຸ້ງຍາກທີ່ພົບແມ່ນບັນຫາ ແມ່ນບັນຫາການກວດຫາເຊື້ອພະຍາດໂຄວິດ-19 ນໍານັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາ ເຊີ່ງເບື້ອງຕົ້ນກໍານົດ 24 ຊົ່ວໂມງ ແຕ່ເຮັດບໍ່ໄດ້ຈິ່ງຈໍາເປັນຕ້ອງເພີ່ມເປັນ 48 ຊົ່ວໂມງ ເຮັດໃຫ້ນັກທ່ອງທ່ຽວເສຍເວລາ ແລະ ມີການຈົ່ມວ່າເລັກນ້ອຍ.
ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ເຖີງວ່າໃນໄລຍະ 1 ເດືອນກວ່າມານີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວນະຄອນ ຫລວງວຽງຈັນ 84 ຄົນ, ແຕ່ນີ້ຖືເປັນສັນຍານທີ່ດີທີ່ບອກໃຫ້ຮູ້ວ່ານັກທ່ອງທ່ຽວຕ່າງປະເທດຍັງສົນໃຈເດີນທາງເຂົ້າມາທ່ອງທ່ຽວລາວຢູ່ ແລະ ຄາດວ່າ ຖ້າຫາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວນັບມື້ຫລຸດລົງ ໝົດປີ 2022 ນີ້ ຈະມີນັກທ່ອງທ່ຽວຕ່າງປະເທດເດີນທາງມາທ່ອງທ່ຽວນະ ຄອນຫລວງວຽງຈັນ ປະມານ 300.000 ຄົນ.
Cr: ມົດແດງນ້ອຍ