ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໂອກາດຖະແຫລງຂ່າວຮ່ວມ ຕອນເຊົ້າວັນທີ 19 ສິງຫາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາ ກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະ ວັນທີ 19 ສິງຫາ ຫາ 02 ກັນຍາ 2021 ປະກອບມີ 10 ຂໍ້ຫ້າມ ແລະ 11 ມາດຕະການຜ່ອນຜັນ, ຍ້ອນເຫັນວ່າ ຈຳນວນກໍລະນີການຕິດເຊື້ອທີ່ມາຈາກຕ່າງປະເທດ ໄດ້ເພີ່ມຂຶ້ນຫຼາຍທຽບໃສ່ໄລຍະເດືອນກໍລະກົດ 2021, ນອກນັ້ນ ຍັງມີກໍລະນີການແຜ່ເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງວຽງຈັນ ແລະ ຫຼາຍແຂວງ. ສະນັ້ນ ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດມາດຕະການຕ່າງໆເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວ ດັ່ງນີ້:
 ມາດຕະການຕ້ອງເພີ່ມທະວີການປະຕິບັດ, ການຫ້າມແລະການຈໍາກັດ:
1. ເພີ່ມທະວີການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້, ທັງເຝົ້າລະວັງຢູ່ບໍລິເວນຊາຍແດນຕ່າງໆ ດ້ວຍການຈັດຕັ້ງກຳລັງລາດຕະເວນ ຢ່າງເຂັ້ມງວດ, ເພີ່ມຄວາມເຄັ່ງຄັດໃນການກວດກາ, ວັດແທກອຸນຫະພູມ ຜູ້ຜ່ານດ່ານສາກົນຕ່າງໆ.
2. ສືບຕໍ່ປິດດ່ານສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທາງບົກ ແລະ ທາງນ້ຳ ທີ່ມີຊາຍແດນຕິດຈອດກັບປະເທດທີ່ມີການລະບາດຂອງເຊື້ອພະຍາດ COVID-19ໃນຊຸມຊົນ ສຳລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ແລະ ລົດຂົນສົ່ງສິນຄ້າ.
3. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈຳເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້ ແຕ່ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.
– ສ່ວນການຈຳກັດບໍລິເວນແມ່ນອະນຸຍາດໃຫ້ຂັ້ນເອກອັກຄະລັດຖະທູດ ແລະຫົວໜ້າອົງການຈັດຕັ້ງສາກົນນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ ໂຮງແຮມ ທີ່ຄະນະສະເພາະກິດກຳນົດໄວ້ເທົ່ານັ້ນ.
4. ສືບຕໍ່ຂະຫຍາຍສູນຈຳກັດບໍລິເວນ ກໍ່ຄືສູນປິ່ນປົວ ຢູ່ບາງທ້ອງຖິ່ນ ທີ່ມີແຮງງານລາວ ກັບຄືນປະເທດ ຈຳນວນຫຼາຍ ແລະ ຈັດສັນສະຖານທີ່ຈຳກັດບໍລິເວນ ຢູ່ທ້ອງຖິ່ນດັ່ງກ່າວ ເພື່ອສືບຕໍ່ການຈຳກັດບໍລິເວນ ແລະ ປິ່ນປົວ ຕາມຫຼັກວິຊາການທາງແພດ ຄົບຕາມກຳນົດເວລາ.
5. ໃນສູນຈໍາກັດບໍລິເວນ ໃຫ້ປະຕິບັດມາດຕະການຄວບຄຸມການຕິດເຊື້ອຢ່າງເຄັ່ງຄັດ ເຊັ່ນ: ໃຫ້ມີການສະໜອງຜ້າອັດປາກ-ດັງ, ເຈວລ້າງມື ແລະ ໃຫ້ຮັກສາໄລຍະຫ່າງ, ພ້ອມທັງສ້າງສິ່ງອຳນວຍຄວາມສະດວກອັນຈຳເປັນ ຕາມເງື່ອນໄຂແຕ່ລະບ່ອນ ຢ່າງເໝາະສົມ.
6. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອຢູ່ຕາມຊຸມຊົນຕ່າງໆ ມາປິ່ນປົວ ໂດຍມີການສົມທົບລະຫວ່າງ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບຂະແໜງສາທາລະນະສຸກ ແລະ ສັງຄົມ ດ້ວຍຫຼາຍວິທີ.
7. ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ,ໂຮງສາຍຮູບເງົາ, ຮ້ານສະໜຸກເກີ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ.
8. ສືບຕໍ່ຫ້າມຫຼິ້ນກິລາທີ່ຮ່າງກາຍມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆຢູ່ແຂວງ ຫຼື ເຂດທີ່ມີການລະບາດໃນຊຸມຊົນ.
9. ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ.
10. ສືບຕໍ່ຫ້າມຈັດງານລ້ຽງສັງສັນຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
 ມາດຕະການສືບຕໍ່ຜ່ອນຜັນ:
1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ, ຕະຫຼາດກາງຄືນ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
2. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ, ສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.
4. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ໄດ້ຮັບວັກຊີນຄົບໂດສ ໂດຍບໍ່ກວດຫາເຊື້ອພະຍາດCOVID-19.ກໍລະນີ ການຈັດປະຊຸມຢູ່ຕ່າງແຂວງ ແມ່ນຕ້ອງແຈ້ງໃຫ້ຄະນະສະເພາະກິດແຂວງດັ່ງກ່າວ ຊາບລ່ວງໜ້າ.
5. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງປກຊ-ປກສ ຢູ່ແຕ່ລະພື້ນທີ່ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວແຕ່ລະມື້ ໂດຍໃຫ້ມີການບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນກໍ່ໃຫ້ຕິດຕາມກວດກາການຈັດຕັ້ງປະຕິບັດຢ່າງໃກ້ຊິດແລະເຂັ້ມງວດ.
6. ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນໄດ້ປົກກະຕິ.
7. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ.
– ສຳລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງແມ່ນຜູ້ທີ່ໄດ້ຮັບວັກຊີນຄົບໂດສ, ຍົກເວັ້ນ ເດັກອາຍຸຕໍ່າກວ່າ 18 ປີ, ໂດຍບໍ່ຕ້ອງຂໍອະນຸຍາດແຂວງປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ, ບໍ່ກວດຫາເຊື້ອພະຍາດCOVID-19 ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ , ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື. ສະເພາະບາງແຂວງ ທີ່ພວມມີການລະບາດໃນຊຸມຊົນ ທັງມີແຮງງານລາວກັບຄືນປະເທດໃຫ້ອົງການປົກຄອງແຂວງ ອອກມາດຕະການເຂັ້ມງວດ ຕໍ່ການເດີນທາງໄປ-ມາ ພາຍໃນແຂວງ ແລະ ການເຂົ້າ-ອອກ ລະຫວ່າງແຂວງຕົນ ກັບ ແຂວງອື່ນ.
8. ສືບຕໍ່ອະນຸຍາດໃຫ້ຜູ້ຂັບລົດແລະພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກລະຫວ່າງແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າເຖິງປາຍທາງໄດ້ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດCOVID-19ແລະບໍ່ຈຳກັດບໍລິເວນຢູ່ແຂວງປາຍທາງແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອແລະແຜ່ເຊື້ອທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດໃຫ້ຜູ້ຂັບລົດເຂົ້າມາໃນ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບໂດສ ແລະ ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດເປັນເອກະພາບຕາມຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງແລະຄຳແນະນຳຂອງກະຊວງໂຍທາທິການແລະຂົນສົ່ງສະບັບເລກທີ242/ຍທຂ, ລົງວັນທີ23ເມສາ2021.
9. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ. ແຕ່ຕ້ອງຈັດຫ້ອງຮຽນແບບຮັກສາໄລຍະຫ່າງແລະປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດCOVID-19 ຢ່າງເຂັ້ມງວດ.
– ສະເພາະນະຄອນຫຼວງວຽງຈັນ ແມ່ນໃຫ້ສືບຕໍ່ເປີດຊັ້ນຮຽນອາຊີວະສຶກສາ, ການສຶກສາຄູ ແລະ ການສຶກສາຊັ້ນສູງ ທຸກຊັ້ນ ໂດຍໃຫ້ຈັດຫ້ອງຮຽນແບບຮັກສາໄລຍະຫ່າງແລະປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດCOVID-19 ຢ່າງເຂັ້ມງວດ.
10. ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ ຍົກເວັ້ນ ປະເພດກິລາທີ່ລະບຸໄວ້ໃນຂໍ້ 1.6 ຂ້າງເທິງ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ບໍ່ມີການລະບາດໃນຊຸມຊົນ ແຕ່ຕ້ອງແມ່ນສູນກິລາທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍ ແລະລະບຽບການກ່ຽວຂ້ອງ, ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
11. ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊີນຄົບໂດສ, ທັງໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ປິດບໍລິການ ເວລາ 20:00 ໂມງ.
ໂອກາດນີ້ ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຮຽກຮ້ອງໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ກໍຄືດຳລົງຊີວິດ ຢູ່ ສປປ ລາວ ຈົ່ງຮ່ວມແຮງຮ່ວມໃຈ ປະຕິບັດມາດຕະການທີ່ຄະນະສະເພາະກິດແຕ່ລະຂັ້ນ ວາງອອກຢ່າງເຂັ້ມງວດ ດ້ວຍການເປັນຫູເປັນຕາ ຕິດຕາມ ແລະ ລາຍງານ ກໍລະນີພົບເຫັນການລັກລອບເຂົ້າເມືອງ ແລະ ການລະເມີດມາດຕະການຕ່າງໆ ຕໍ່ຄະນະສະເພາະກິດ ກໍຄືອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອມີວິທີການແກ້ໄຂ ຢ່າງທັນການ. ພ້ອມທັງຮຽກຮ້ອງມາຍັງແຮງງານລາວທີ່ຢູ່ສູນຈຳກັດບໍລິເວນ ແລະ ສູນປິ່ນປົວຕ່າງໆ ໃຫ້ອົດທົນ, ເອົາໃຈໃສ່ ແລະ ໃຫ້ການຮ່ວມມືກັບລັດຖະບານ, ປະຕິບັດຕາມຄຳແນະນຳຂອງແພດໝໍ ແລະ ລະບຽບຂອງສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ຢ່າງເຂັ້ມງວດ ພ້ອມທັງເອົາໃຈໃສ່ເບິ່ງແຍງຮັກສາສຸຂະພາບຂອງຕົນ ເພື່ອຜ່ານຜ່າວິກິດຄວາມຫຍຸ້ງຍາກດັ່ງກ່າວໄປພ້ອມກັນ. ພາຍຫຼັງປິ່ນປົວຫາຍດີເປັນປົກກະຕິແລ້ວ ໃຫ້ພ້ອມກັນໄປຮັບວັກຊີນປ້ອງກັນ ແລະ ສືບຕໍ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
ສິ່ງສຳຄັນ, ຂໍໃຫ້ທຸກຄົນ ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ, ບໍ່ໃຫ້ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງ ຫຼື ບິດເບືອນຄວາມຈິງ ແລະ ຂໍໃຫ້ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງຂ່າວທາງການ. ພ້ອມກັນນີ້ ຂໍໃຫ້ທຸກຄົນ ມີຄວາມຮັບຜິດຊອບ ຕໍ່ການປ້ອງກັນຕົນເອງ ແລະ ຄອບຄົວຂອງຕົນ ຕະຫຼອດຮອດຊຸມຊົນທີ່ຕົນເອງດຳລົງຊີວິດຢູ່.