ໝາກແຕງໝາກອ່ອນຂອງມັນອຸດົມໄປດ້ວຍສານອາຫານຫຼາກຫຼາຍຊະນິດນຳກັນເຊັ່ນ: ທາດຟອດຟໍຣັດ ແຄລຊຽມ ແລະ ຍັງມີວິຕາມິນຕ່າງໆ ສູງກວ່າໝາກສຸກອີກດ້ວຍ
ສັບພະຄຸນຂອງໝາກແຕງ
- 1. ໝາກແຕງມີວິຕາມິນເອສູງຫລາຍ
- 2. ໃຊ້ກິນແກ້ຫິວນ້ຳ
- 3. ໃຊ້ຂັບຍ່ຽວ
- 4. ໃຊ້ບຳລຸງທາດ
- 5. ບຳລຸງຫົວໃຈ
- 6. ໝາກແຕງມີສ່ວນຊ່ວຍບຳຣຸງສະຫມອງ
- 7. ສາມາດບັນເທົາອາການໄອຈາກພະຍາດປອດ
- 8. ປ້ອງກັນພະຍາດວັນນະໂຣກ
- 9. ແກ້ພະຍາດທາງເດີນປັດສະວະອັກເສບ
- 10. ປ້ອງກັນພະຍາດເສັ້ນເລືອດຝອຍຜ່ອຍບາງທີ່ມາຂອງສາເຫດອາການເລືອດດັງອອກ
ການຮັບປະທານໝາກແຕງ
ນິຍົມນຳໜ່ວຍອ່ອນນຳມາລ້າງໃຫ້ສະອາດປອກເປືອກຮັບປະທານກັບແຈ່ວຊະນິດຕ່າງໆ ຫລື ອາດນຳມາເຮັດເປັນຍຳ ຫລືຕຳສົ້ມໝາກແຕງກໍໄດ້ໝາກແຕງສາມາດຮັບປະທານໄດ້ທັງໜ່ວຍອ່ອນໃນຮູບແບບຂອງຜັກ ຫລືລໍຖ້າໃຫ້ໃຫຍ່ແລ້ວນຳມາຮັບປະທານໃນຮູບຫມາກໄມ້ ຫລື ເຂົ້າໜົມຫວານເຊັ່ນ: ລອຍໝາກແຕງ ຫຼື ກະທິໝາກແຕງ ເປັນຕົ້ນ