10 ເຫດການຂ່າວສໍາຄັນ ຂອງການມີສ່ວນຮ່ວມ ຂອງ ປະເທດຈີນ ໃນການຮ່ວມມືແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ແລະ ອະນຸພາກພື້ນ ແມ່ນໍ້າຂອງ ປະຈໍາປີ 2021
ປະເທດຈີນ ມີສາຍພູສາຍນໍ້າຕິດຈອດກັບ 5 ປະເທດແມ່ນໍ້າຂອງ, ໄດ້ມີການເພິ່ງພາອາໄສ ແລະ ເບິ່ງແຍງເຊິ່ງກັນແລະກັນມາໂດຍຕະຫຼອດ, ທັງເປັນບ້ານໃກ້ເຮືອນຄຽງທີ່ມີສາຍພົວພັນສະໜິດແໜ້ນ ແລະ ເປັນຄູ່ຮ່ວມມືນໍາກັນມາໂດຍທໍາມະຊາດ. ປີ 2021, ພາຍໃຕ້ເບື້ອງຫຼັງທີ່ສັບສົນຂອງພະຍາດລະບາດ ຄວບຄູ່ກັບການປ່ຽນແປງທີ່ສະຫຼັບສັບຊ້ອນທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ, ປະເທດຈີນ ແລະ ບັນດາປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງໄດ້ເປັນຈິດໜຶ່ງໃຈດຽວກັນໃນການຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ-19 ແລະ ຮ່ວມແຮງຮ່ວມໃຈກັນໃນການຊອກສະແຫວງຫາການພັດທະນາ, ເຊິ່ງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຟື້ນຟູເສດຖະກິດຂອງບັນດາປະເທດ ກໍຄື ການສ້າງຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ກອງເລຂາການຮ່ວມມືລະຫວ່າງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຂອງ ຝ່າຍຈີນ ໄດ້ຈັບມືກັບວາລະສານ CHINA REPORT ASEAN, ສຳນັກພິມວາລະສານ “ແມ່ນໍ້າຂອງ”ຂອງກຸ່ມບໍລິສັດໜັງສືພິມລາຍວັນແຂວງຢຸນນານ ແລະ ຫົວໜ່ວຍທີ່ກ່ຽວຂ້ອງໄດ້ພ້ອມກັນປະເມີນ ແລະ ເລືອກໄດ້ “10 ເຫດການຂ່າວສໍາຄັນ ຂອງ ການມີສ່ວນຮ່ວມຂອງປະເທດຈີນ ໃນການຮ່ວມມືລຸ່ມແມ່ນໍ້າຂອງ ປະຈໍາປີ 2021”, ເຊິ່ງໄດ້ເຮັດໃຫ້ເຫັນເຖິງໝາກຜົນອັນອຸດົມສົມບູນໃນການມີສ່ວນຮ່ວມຂອງປະເທດຈີນ ໃນການຮ່ວມມືຢູ່ລຸ່ມແມ່ນໍ້າຂອງ, ທັງໄດ້ສະແດງໃຫ້ເຫັນເຖິງມິດຕະພາບອັນສວຍງາມ ຂອງ 6 ປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຕາມຄໍາຂວັນ “ຮ່ວມກັນດື່ມນໍ້າສາຍດຽວກັນ ມີໂຊກຊະຕາກ້ຽວພັນກັນ”.
- ການທູດປະມຸກລັດຊີ້ທິດເຍືອງທາງ ແລະ ເປີດສັກກະລາດໃໝ່ ແຫ່ງການສ້າງປະຊາຄົມຮ່ວມຊະຕາກຳກັບປະເທດອ້ອມຂ້າງ.
ປີ 2021, ທ່ານປະທານປະເທດ ສີຈິ້ນຜິງ ໄດ້ກຳກັບວຽກງານຕ່າງໆດ້ວຍຕົນເອງ, ໄດ້ຮັກສາການປະສານງານຢ່າງໃກ້ຊິດກັບການນໍາ ຂອງບັນດາ
ປະເທດແມ່ນໍ້າຂອງ ຜ່ານການພົບປະ, ການໂທລະສັບທາງໄກ, ການສົ່ງຈົດໝາຍເຊິ່ງກັນແລະກັນ ແລະ ຮູບແບບອື່ນໆ ອັນໄດ້ສ້າງເປັນແຜນວາດອັນສວຍງາມຂອງການຮ່ວມມືດັ່ງກ່າວ.
ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ລົມໂທລະສັບທາງໄກ ກັບ ທ່ານ
ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ໄດ້ພ້ອມກັນປະກາດເປີດປີມິດຕະພາບ ລາວ-ຈີນ ຢ່າງເປັນ
ທາງການ (ວັນທີ 21 ມັງກອນ); ໄດ້ລົມໂທລະສັບທາງໄກ 2 ຄັ້ງ ກັບ ທ່ານຫງວຽນຟູຈ໋ອງ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ (ວັນທີ 8 ກຸມພາ ແລະ ວັນທີ 24 ກັນຍາ), ໄດ້ໂທລະສັບທາງໄກກັບ ທ່ານ ຫງວຽນຊວນຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ (ວັນທີ 24 ພຶດສະພາ),ເຊິ່ງທັງສອງຝ່າຍໄດ້ລົງເລິກຄວາມເຊື່ອໝັ້ນເຊິ່ງກັນແລະກັນດ້ານຍຸດທະສາດແລະ ຮັດແໜ້ນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ; ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ຮຸນເຊນ, ປະທານພັກປະຊາຊົນກຳປູເຈຍ ໃນໂອກາດວັນສ້າງຕັ້ງພັກປະຊາຊົນກໍາປູເຈຍ ຄົບຮອບ 70 ປີ (ວັນທີ 28 ມິຖຸນາ); ໄດ້ພົບປະທາງໄກ ກັບ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ພ້ອມກັນເຂົ້າຮ່ວມພິທີເປີດເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ (ວັນທີ 3 ທັນວາ).
ທ່ານປະທານປະເທດ ສີຈິ້ນຜິງ ໄດ້ກໍານົດທິດທາງ ແລະ ນໍາພາ ການຮ່ວມມືດ້ວຍໄມຕີຈິດມິດຕະພາບ ລະຫວ່າງ ສປ ຈີນ ກັບບັນດາປະເທດແມ່ນໍ້າຂອງ, ຊຸກຍູ້ໃຫ້ມານະຈິດແຫ່ງການສ້າງປະຊາຄົມຮ່ວມຊະຕາກໍາໄດ້ປົ່ງໜໍ່ຈໍ່ດອກຢູ່ປະເທດອ້ອມຂ້າງ ແລະ ມີໝາກຜົນອັນອຸດົມສົມບູນ, ທັງສ້າງຄວາມຜາສຸກໃຫ້ແກ່
ປະຊາຊົນຂອງບັນດາປະເທດອີກດ້ວຍ.
ວັນທີ 3 ທັນວາ ປີ 2021, ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຈັດການພົບປະຜ່ານວີດີໂອທາງໄກ ແລະ ເຂົ້າຮ່ວມພິທີເປີດເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ. (ພາບໂດຍ: ສຳນັກຂ່າວຊີນຮົວ)
- ການນໍາຂັ້ນສູງຂອງ 6 ປະເທດ ໄປມາຫາສູ່ກັນຢ່າງສະໜິດແໜ້ນ, ຄວາມໄວ້ເຊື່ອໃຈເຊິ່ງກັນແລະກັນທາງດ້ານການເມືອງນັບມື້ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ
ວັນທີ 9 ກັນຍາ ປີ 2021, ທ່ານ ຫຼີເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງສປ ຈີນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 (GMS) ຜ່ານລະບົບວີດີໂອທາງໄກ ແລະ ໄດ້ກ່າວວ່າ ສປ ຈີນ ແລະ ບັນດາປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມໃກ້ຊິດກັນ, ມີຄວາມສະໜິດສະໜົມຄືກັນກັບຄົນຄອບຄົວດຽວກັນ, ບັນດາປະເທດຄວນເຕົ້າໂຮມຄວາມຮັບຮູ້ຮ່ວມກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານ
ການເມືອງ, ບຸກເບີກຂົງເຂດການຮ່ວມມືໃຫ້ກວ້າງອອກ, ຍົກລະດັບການຮ່ວມມືໃຫ້ສູງຂຶ້ນ, ພ້ອມກັນຊຸກຍູ້ໃຫ້ເຂດລຸ່ມແມ່ນໍ້າຂອງມີການພັດທະນາແບບຍືນຍົງແລະ ເອື້ອອຳນວຍກັນ. ກອງປະຊຸມຄັ້ງນີ້ ໄດ້ອອກ“ຖະແຫຼງການຮ່ວມຂອງ ກອງປະຊຸມຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7”, ໄດ້ຮັບຮອງຜ່ານ “ຍຸດທະສາດການຮ່ວມມືທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ 2030”, “ແຜນດຳເນີນງານການຟື້ນຟູ ແລະ ຕອບໂຕ້ພະຍາດໂຄວິດ-19 ໃນອະນຸພາກພື້ນແມ່ນໍ້າຂອງ ສຳລັບປີ 2021-2023” ແລະ ເອກະສານອື່ນໆທີ່ເປັນໝາກຜົນສໍາຄັນຂອງກອງປະຊຸມຄັ້ງນີ້. ປີ 2021, ທ່ານນາຍົກລັດຖະມົນຕີ ຫຼີເຄີ້ສຽງ
ຍັງໄດ້ພົບປະ ກັບ ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,ທ່ານຟາມບິງມິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ປະຍຸດຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານອື່ນໆ ຜ່ານລະບົບວີດີໂອທາງໄກ, ໂທລະສັບ, ການສົ່ງສານເຊິ່ງກັນແລະກັນ ແລະ ຮູບແບບອື່ນໆເພື່ອຮັກສາການພົວພັນປະສານງານກັນຢ່າງໃກ້ຊິດ.
ວັນທີ 8 ເດືອນມິຖຸນາ, ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 6 ໄດ້ຈັດຂຶ້ນທີ່ນະຄອນຈົງກິ່ງ. ທ່ານ ຫວັງອີ້,ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເນັ້ນໜັກວ່າຝ່າຍຈີນຈະເດັດດ່ຽວຈັດຕັ້ງຜັນຂະຫຍາຍທັດສະນະວຽກງານການພົວພັນກັບບັນດາປະເທດອ້ອມຂ້າງ ແບບ “ສະໜິດສະໜົມ, ຈິງໃຈ, ເອື້ອອຳນວຍ, ອະນຸເຄາະ” ຕາມຈິດໃຈທີ່ ທ່ານປະທານປະເທດ ສີຈິ້ນຜິງ ສະເໜີອອກໃນຜ່ານມາ,ຈະຮ່ວມກັບບັນດາປະເທດແມ່ນໍ້າຂອງສ້າງປະຊາຄົມຮ່ວມຊະຕາກໍາຂອງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ອ່ວຍໜ້າສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ, ພ້ອມກັນເປີດສັກກະລາດ “5 ປີ ສີຄໍາ” ໃໝ່ຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງຜ່ານ “ຖະແຫຼງການຮ່ວມ ກ່ຽວກັບ ການເພີ່ມທະວີການຮ່ວມມືໃນການພັດທະນາແບບຍືນຍົງ ຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”, “ຂໍ້ລິເລີ່ມກ່ຽວກັບ ການລົງເລິກການຮ່ວມມື ລະຫວ່າງ ທ້ອງຖິ່ນ ຂອງສະມາຊິກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, “ຖະແຫຼງການຮ່ວມ ກ່ຽວກັບ ການລົງເລິກຮ່ວມມືການແພດພື້ນເມືອງ ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ແລະ ເອກະສານສໍາຄັນອື່ນໆ. ປີ 2021, ທ່ານ ຫວັງອີ້, ທີ່ປຶກສາແຫ່ງລັດ,ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເດີນທາງໄປຢ້ຽມຢາມມຽນມາ, ຫວຽດນາມ, ກໍາປູເຈຍ ຕາມລຳດັບ, ໄດ້ເຂົ້າຢ້ຽມພົບການນໍາຂັ້ນສູງ ແລະ ມີການພົບປະກັບລັດຖະມົນຕີຕ່າງປະເທດຂອງບັນດາປະເທດແມ່ນໍ້າຂອງແບບສອງຝ່າຍ ປະມານ 20 ກວ່າຄັ້ງ.
ວັນທີ 9 ກັນຍາ ປີ 2021, ທ່ານ ຫຼີເຄີ້ສຽງ, ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 ຜ່ານລະບົບ
ວີດີໂອທາງໄກ. (ພາບໂດຍ: ເວັບໄຊຊີນຮົວ)
ວັນທີ 8 ມິຖຸນາ ປີ 2021, ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ຈັດຂຶ້ນທີ່ນະຄອນຈົງກິ່ງ. ທ່ານ ຫວັງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ຮ່ວມກັບລັດຖະມົນຕີຕ່າງປະເທດຂອງ 5 ປະເທດເຂົ້າຮ່ວມກອງປະຊຸມ. (ພາບໂດຍ: ເວັບໄຊກະຊວງການຕ່າງ
ປະເທດ ສປ ຈີນ).
- 6 ປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຈັບມືກັນຕ້ານພະຍາດໂຄວິດ-19, ການຮ່ວມມືດ້ານສາທາລະນະສຸກມີການເປີດກ້ວາງຕື່ມອີກບາດ
ກ້າວໜຶ່ງ.
ປີ 2021, ເມື່ອປະເຊີນໜ້າກັບການລະບາດ ຂອງ ພະຍາດໂຄວິດ-19 ທີ່ເກີດຂຶ້ນແບບກັບໄປກັບມານີ້, 6 ປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄດ້
ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ພ້ອມກັນຕໍ່ສູ້ຕ້ານພະຍາດໂຄວິດ-19, ຜ່ານການກະທຳຕົວຈິງ ສະແດງໃຫ້ເຫັນເຖິງມິດຕະພາບຖານສະ
ຫາຍອ້າຍນ້ອງ ທີ່ອຸ້ມຊູຄໍ້າຈູນເຊິ່ງກັນແລະກັນ ແລະ ຄຸນນະທຳຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ເບິ່ງແຍງຊ່ວຍເຫຼືອເຊິ່ງກັນແລະກັນ. ສປ ຈີນ ໄດ້ສະໜອງອຸປະ
ກອນການແພດໃນການຕ້ານພະຍາດໂຄວິດ-19 ເປັນຈຳນວນຫຼາຍຊຸດໃຫ້ແກ່ 5 ປະເທດແມ່ນໍ້າຂອງ ເຊັ່ນ: ກ່ອງກວດຫາເຊື້ອພະຍາດໂຄວິດ-19, ຜ້າອັດປາກ
ດັງ, ຊຸດປ້ອງກັນເຊື້ອພະຍາດ ແລະ ອຸປະກອນເຄື່ອງໃຊ້ອື່ນໆ, ໄດ້ຈັດກອງປະ ຊຸມແລກປ່ຽນບົດຮຽນ ແລະ ປະສົບການໃນການຕ້ານພະຍາດໂຄວິດ-19, ໄດ້ສົ່ງທີມແພດໄປຊ່ວຍເຫຼືອ, ໄດ້ຊ່ວຍສ້າງຫ້ອງທົດລອງກວດຫາເຊື້ອພະຍາດໂຄວິດ-19, ສ້າງໂຮງໝໍພາກສະໜາມ ເພື່ອຊ່ວຍບັນດາປະເທດໃນການຕ້ານ
ພະຍາດໂຄວິດ-19. ມາຮອດທ້າຍປີ 2021, ສປ ຈີນ ໄດ້ສະໜອງວັກຊີງປ້ອງກັນພະຍາດໂຄວິດ-19 ດ້ວຍຮູບແບບການຊ່ວຍເຫຼືອລ້າ ແລະ ການຈັດຊື້ ໃຫ້
ແກ່ 5 ປະເທດແມ່ນໍ້າຂອງ ລວມທັງໝົດຈຳນວນ 190 ລ້ານຫຼອດ.
ເດືອນມິຖຸນາ ປີ 2021 ໃນໄລຍະຈັດກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 6, ບັນດາລັດຖະມົນຕີ
ຕ່າງປະເທດ ໄດ້ພິຈາລະນາ ແລະ ຮັບຮອງຜ່ານ “ຖະແຫຼງການຮ່ວມ ກ່ຽວກັບການລົງເລິກຮ່ວມມືການແພດພື້ນເມືອງ ພາຍໃຕ້ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, ໂດຍເຫັນເປັນເອກະພາບກັນ ໃນການສະໜັບສະໜູນໃຫ້ນໍາໃຊ້ການແພດ-ການຢາ ພື້ນເມືອງຂອງບັນດາປະເທດ ເຂົ້າຮ່ວມໃນການສະກັດກັ້ນ ແລະ ປ້ອງກັນການລະບາດ ຂອງ ພະຍາດໂຄວິດ-19 ໃນທົ່ວໂລກ, ທັງເປັນການຊຸກຍູ້ການພັດທະນາດ້ານສາທາລະນະສຸກ ຂອງ ອະນຸພາກພື້ນ. 6 ປະ ເທດ ໄດ້ພ້ອມກັນຈັດຕັ້ງປະຕິບັດ “ໂຄງການແຜນຢາພື້ນເມືອງຈີນເອື້ອອຳນວຍໃຫ້ແກ່ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, “ກິດຈະກໍາສ້າງສຸຂະພາບ
ຈິດທີ່ດີ ໃຫ້ແກ່ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, “ກິດຈະກໍາປ້ອງກັນພະຍາດຕິດແປດເຂດຮ້ອນ” ແລະ ໂຄງການອື່ນໆ, ເຊິ່ງເປັນການສະໜັບສະໜູນ
ການພັດທະນາການແພດພື້ນເມືອງ, ຍົກລະດັບການປ້ອງກັນພະຍາດຫຼອດເລືອດຫົວໃຈ ແລະ ສະໝອງ, ປ້ອງກັນເຊື້ອພະຍາດຈາກແມ່ທ້ອງ. ວັນທີ 17 ທັນວາ, “ເວທີສົນທະນາ ການຮ່ວມມືທາງການແພດພື້ນເມືອງ ຂອງ ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງພາຍຫຼັງການເກີດພະຍາດໂຄວິດ-19” ໄດ້ຈັດ
ຂຶ້ນທີ່ມະຫາວິທະຍາໄລການແພດນະຄອນນານກິ່ງ, ໂດຍໄດ້ມີການປຶກສາຫາລືກ່ຽວກັບທິດທາງການພັດທະນາ ແລະ ຊ່ອງທາງການຮ່ວມມືດ້ານການແພດພື້ນເມືອງຂອງບັນດາປະເທດ.
ປີ 2021, ສປ ຈີນ ໄດ້ສະໜອງຢາວັກຊີງ, ກ່ອງກວດຫາໂຄວິດ, ຜ້າອັດປາກດັງ, ຊຸດປ້ອງກັນພະຍາດ ແລະ ເຄື່ອງມືອຸປະກອນປ້ອງກັນພະ
ຍາດໂຄວິດ-19 ໃຫ້ແກ່ 5 ປະເທດແມ່ນໍ້າຂອງ, ຜ່ານການກະທຳຕົວຈິງ ສະແດງໃຫ້ເຫັນເຖິງມິດຕະພາບຖານສະຫາຍອ້າຍນ້ອງ ທີ່ອຸ້ມຊູຄໍ້າຈູນເຊິ່ງກັນແລະກັນ ແລະ ຄຸນນະທຳຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ເບິ່ງແຍງຊ່ວຍເຫຼືອເຊິ່ງກັນແລະກັນ. (ພາບໂດຍ: ສຳນັກຂ່າວຊີນຮົວ)
ພາຍໃຕ້ການສະໜັບສະໜູນຂອງກອງທຶນສະເພາະການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, “ກິດຈະກໍາສ້າງສຸຂະພາບຈິດທີ່ດີ ໃຫ້ແກ່ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, “ກິດຈະກໍາປ້ອງກັນພະຍາດຕິດແປດເຂດຮ້ອນ” ໄດ້ຮັບການຈັດຕັ້ງປະຕິບັດຢ່າງສະດວກດີ, ໄດ້ເປັນການຍົກລະດັບການປ້ອງກັນພະຍາດ
ຫຼອດເລືອດຫົວໃຈ ແລະ ສະໝອງ, ປ້ອງກັນເຊື້ອພະຍາດຈາກແມ່ທ້ອງ.
- ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ເຮັດໃຫ້ການເຊື່ອມໂຍງເຊື່ອມຈອດ ທາງກວ້າງ ແລະ ທາງເລິກ ໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າ
ປີ 2021, ພາຍໃຕ້ຄວາມພະຍາຍາມຮ່ວມກັນ ລະຫວ່າງ ສປ ຈີນ ກັບ5 ປະເທດແມ່ນໍ້າຂອງ, ໂຄງການເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງ ທີ່ມີມາດຕະຖານສູງ, ຍືນຍົງ ແລະ ເອື້ອອຳນວຍໃຫ້ແກ່ປະຊາຊົນຈຳນວນຫຼາຍ ໄດ້ມີຄວາມຄືບໜ້າຢ່າງຫຼວງຫຼາຍ, ໄດ້ທະລຸເຮັດໃຫ້ຄໍຂວດຈໍາກັດການຄົມມະນາຄົມຂົນສົ່ງມີຄວາມສະດວກດີ ແລະ ຊຸກຍູ້ເຮັດໃຫ້ການເຊື່ອມໂຍງ ແລະ ພັດທະນາຂອງພາກພື້ນ ໄດ້ມີກໍາລັງແຮງພັກດັນທີ່ເຂັ້ມແຂງຍິ່ງຂຶ້ນ.
ວັນທີ 3 ທັນວາ ປີ 2021, ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດນໍາໃຊ້ຢ່າງເປັນທາງການ, ປະມຸກລັດຂອງສອງປະເທດ ໄດ້ພົບປະກັນຜ່ານລະບົບທາງໄກ ແລະ ເຂົ້າຮ່ວມພິທີເປີດການນໍາໃຊ້ເສັ້ນທາງລົດໄຟດັ່ງກ່າວ. ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ໄປ-ກັບ ລະຫວ່າງ ປະເທດຈີນ ແລະປະເທດລາວ ໄດ້ເປີດນໍາໃຊ້ຢ່າງເປັນທາງການ, ລົດຂົນສົ່ງທາງດ່ວນຂ້າມຊາຍແດນໂດຍກົງ ຈາກ ນະຄອນຈົງກິ່ງ-ນະ ຄອນຫຼວງວຽງຈັນ ສປປ ລາວໄດ້ເປີດການນໍາໃຊ້ຢ່າງເປັນທາງການ, ອັນໄດ້ເປັນການຍົກລະດັບການເຊື່ອມໂຍງເຊື່ອມຈອດຂອງພາກພື້ນໄດ້ຮັບການຍົກສູງຂຶ້ນຕື່ມອີກບາດກ້າວໜຶ່ງ. ບໍລິສັດຕາໜ່າງໄຟຟ້າພາກໃຕ້ຂອງຈີນ ກັບ ບໍລິສັດໄຟຟ້າລາວ ໄດ້ຮ່ວມທຶນກັນສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ໄດ້ເຊັນສັນຍາສຳປະທານກັບ ລັດຖະບານ ຂອງ ສປປ ລາວ, ການຮ່ວມມືທີ່ຮັບຜົນປະໂຫຍດຮ່ວມກັນຂອງ ສອງປະເທດ ລາວ-ຈີນ ໃນຂົງເຂດສາຍສົ່ງໄຟຟ້າໄດ້ມີບາດກ້າວທີ່ເປັນຮູບປະທຳຕົວຈິງຕື່ມອີກບາດກ້າວໜຶ່ງ.
ໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງຫຼວງເລກທີ 11 ຂອງ ປະເທດກໍາປູເຈຍ ທີ່ມີວິສາຫະກິດຂອງຈີນຮັບເໝົາກໍ່ສ້າງ ໄດ້ສຳເລັດການກໍ່ສ້າງ ແລະ ມອບຮັບຢ່າງເປັນທາງການ; ເສັ້ນທາງດ່ວນ ແຕ່ພະ ນົມເປນ-ທ່າເຮືອສີຫານຸວິວໄດ້ສຳເລັດການກໍ່ສ້າງແລ້ວ 70%. ບົດບັນ ທຶກຄວາມເຂົ້າໃຈ ກ່ຽວກັບຄວາມເປັນໄປໄດ້ ຂອງ ໂຄງການທາງລົດໄຟ ມັນດາເລ-ຈໍພາຍູ(ເຈົ້າພິວ) ທີ່ເປັນການຮ່ວມມືລະຫວ່າງ ຈີນ-ມຽນມາ ໄດ້ຈັດພິທີເຊັນບົດບັນທຶກແລ້ວ, ໂຄງການຕູ້ລົດໄຟຂອງຂະບວນລົດໄຟມຽນມາ ທີ່ເປັນການຊ່ວຍ ເຫຼືອລ້າຈາກ ສປ ຈີນ ໄດ້ມີການມອບຮັບຢ່າງເປັນທາງການ. ໂຄງການລົດໄຟຍົກລະດັບໃນຕົວເມືອງ ເລກ 2 ນະຄອນຫຼວງຮ່າໂນ້ຍ ເສັ້ນທຳອິດຂອງຫວຽດ ນາມ ທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຂອງຈີນ ໄດ້ສຳເລັດການກໍ່ສ້າງ ແລະ ດຳເນີນງານ. ເສັ້ນ ທາງລົດໄຟ ຈີນ-ໄທ ໄລຍະທຳອິດ ໄດ້ສຳເລັດການກໍ່ສ້າງແລ້ວ, ໂຄງ ການກໍ່ສ້າງອາຄານຜູ້ໂດຍສານຫຼັງໃໝ່ ຢູ່ ສະໜາມບິນສຸວັນນະພູມ ທີ່ວິສາຫະກິດຂອງຈີນຮັບເໝົາກໍ່ສ້າງໄດ້ສຳເລັດການກໍ່ສ້າງ.
ເສັ້ນທາງລົດໄຟ ລາວ-ຈີນ ເປັນໂຄງການສັນຍະລັກຂອງການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ພາກເໜືອເລີ່ມຈາກນະຄອນຄຸນ
ໝິງແຂວງຢຸນນານ ສປ ຈີນ ລົງໄປທາງໃຕ້ຮອດ ນະຄອນຫຼວງວຽງຈັນ ສປປ ລາວ, ຄວາມຍາວທັງໝົດ 1035 ກິໂລແມັດ, ເປັນເສັ້ນ ທາງລົດໄຟສາຍ
ທຳອິດທີ່ນໍາໃຊ້ມາດຕະຖານຂອງປະເທດຈີນ, ເປັນໂຄງການຮ່ວມມືກໍ່ສ້າງ ແລະດຳເນີນກິດຈະການຮ່ວມກັນ ລະຫວ່າງ ສປປ ລາວ ກັບ ສປ ຈີນ, ທັງເປັນເສັ້ນທາງລົດໄຟຢູ່ຕ່າງປະເທດທີ່ເຊື່ອມຕໍ່ໂດຍກົງກັບຕາໜ່າງເສັ້ນທາງລົດໄຟຂອງປະເທດຈີນ. (ພາບໂດຍ: ເວັບໄຊຊີນຮົວ)
ເດືອນພະຈິກ 2021 ກ່ອນການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ນັກສຶກສາລາວທີ່ສຶກສາຂະແໜງວິຊາວິສາວະກຳທາງລົດໄຟ ຢູ່ມະຫາວິທະຍາໄລເຕັກນິກຊຽງໄຮ ຊຸດທຳອິດ ໄດ້ພ້ອມກັນຂຽນຈົດໝາຍເຖິງ ທ່ານປະທານປະເທດ ສີຈິ້ນຜິງ ໂດຍໄດ້ກ່າວວ່າ ຕົນເອງຈະນໍາໃຊ້ຄວາມຮູ້ທີ່ຮຽນຢູ່ປະເທດຈີນ ມາປະກອບສ່ວນເຂົ້າໃນການດຳເນີນກິດຈະການ ແລະ ການພັດ ທະນາທາງລົດໄຟ ລາວ-ຈີນ, ໂດຍຕັ້ງມານະຈິດວ່າ ຈະເປັນ “ທ່ານ ຈ້ານທຽນໂຢ້(Zhan Tianyou) ຂອງລາວ”. ຕໍ່ສິ່ງນີ້ ທ່ານປະທານປະເທດ ສີຈິ້ນຜິງ ມີຄວາມດີໃຈເປັນຢ່າງຍິ່ງ. (ພາບໂດຍ: ໂທລະພາບສູນກາງຈີນ)
ວັນທີີ 6 ທັນວາ ປີ 2021, ທ່ານ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ຂອງ ກຳປູເຈຍ. (ພາບໂດຍ: ຂ່າວສານໂທລະພາບສູນກາງຈີນ)
ວັນທີ 6 ພະຈິກ 2021, ພິທີມອບຮັບໂຄງການກໍ່ສ້າງລົດໄຟຍົກລະດັບໃນເມືອງ ພາຍໃນຕົວເມືອງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ທີ່ຮັບເໝົາກໍ່
ສ້າງໂດຍວິສາຫະກິດຂອງຈີນ ໄດ້ຈັດຂຶ້ນທີ່ນະຄອນຫຼວງຮ່າໂນ້ຍ, ເປັນຂີດໝາຍວ່າໂຄງການດັ່ງກ່າວໄດ້ເຂົ້າສູ່ການດຳເນີນງານຢ່າງເປັນທາງການ. (ພາບ
ໂດຍ: ສຳນັກຂ່າວຊີນຮົວ)
ວັນທີ 8 ກໍລະກົດ ປີ 2021, ອາຄານຜູ້ໂດຍສານແຫ່ງໃໝ່ຢູ່ສະໜາມບິນສຸວັນນະພູມ ປະເທດໄທ ທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຂອງຈີນ ໄດ້ສຳເລັດການກໍ່ສ້າງ ແລະ ຜ່ານການກວດຮັບຢ່າງເປັນທາງການ. (ພາບໂດຍ: ເວັບໄຊເຣີນມິນ)
ວັນທີ 29 ພຶດສະພາ ປີ 2021, ການເຈາະຮູຄານຂົວທຳອິດ ໄລຍະ 40 ແມັດ ຂອງ ເສັ້ນທາງລົດໄຟ ຈີນ-ໄທ ຂົວໃຫຍ່ສູງເນີນ 101#, ການສ້າງຄານຂົວດ້ວຍຜົນສຳເລັດ ເປັນຂີດໝາຍສໍາຄັນວ່າ ການກໍ່ສ້າງເສັ້ນທາງລົດໄຟ ຈີນ-ໄທ ມີຄວາມຄືບໜ້າທີ່ສໍາຄັນ. (ພາບໂດຍ: ໜັງສືພິມລາຍວັນຈີນ)
6 ປະເທດຈັດກອງປະຊຸມສຳມະນາແລກປ່ຽນ ຂະແໜງການທາງລົດໄຟ ແລະ ເວທີສົນທະນາການຮ່ວມມືດ້ານການເຊື່ອມໂຍງເຊື່ອມຈອດໄຟຟ້າ, ເປັນເວທີ
ຂອງການລົງເລິກແລກປ່ຽນບົດຮຽນໃນການເຊື່ອມໂຍງດ້ານເຕັກນິກ ແລະ ດຳເນີນໂຄງການຮ່ວມມື.
ເດືອນຕຸລາ ຮອດ ເດືອນທັນວາ ປີ 2021, ສະຖາບັນການບິນອາວະກາດພົນລະເຮືອນຈີນ ໄດ້ຈັດຕັ້ງໂຄງການຝຶກອົບຮົມການຮ່ວມມືທາງອາວະກາດ ຂອງ ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເພື່ອເປັນການຝຶກອົບຮົມພະນັກງານຄຸ້ມຄອງການບິນພົນລະເຮືອນ, ພະນັກງານໃຫ້ສັນຍານສົ່ງ ແລະ ພະນັກງານສ້ອມແປງອຸປະກອນການບິນພົນລະເຮືອນ ໃຫ້ແກ່ປະເທດແມ່ນໍ້າຂອງ.
- ເສດຖະກິດການຄ້າມີທ່າອຽງເພີ່ມຂຶ້ນສວນກະແສ ການຮ່ວມມືດ້ານພະລັງງານມີການຍົກລະດັບທາງດ້ານຄຸນນະພາບ
ພາຍໃຕ້ສະພາບການຂອງພະຍາດລະບາດ ປະເທດຈີນ ກັບປະເທດແມ່ນ້ຳຂອງໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ລົງເລິກການຮ່ວມມືດ້ານເສດຖະ
ກິດການຄ້າຢ່າງຕໍ່ເນື່ອງໃນຂອບເຂດໃຫຍ່ກວ່າ ຂົງເຂດກວ້າງກວ່າ ແລະລະດັບສູງກວ່າ ເພື່ອຈູງມືກັນສົ່ງເສີມການພັດທະນາເສດຖະກິດໃຫ້ມີການ
ຂະຫຍາຍຕົວ. ປີ 2021, ມູນຄ່າການຄ້າຂາຍ ຂອງປະເທດຈີນ ກັບ ປະເທດແມ່ນ້ຳຂອງບັນລຸເຖິງ 398 ຕື້ໂດລາ, ເຊິ່ງໄດ້ເພີ່ມຂຶ້ນ 23%ເມືອປຽບທຽບໄລຍະດຽວກັນ. ປະເທດຈິນ ກັບ ປະເທດກຳປູເຈຍ ໄດ້ສຳເລັດຂັ້ນຕອນການຮັບຮອງ“ສັນຍາວ່າດ້ວຍການຄ້າເສລີລະຫວ່າງລັດຖະບານ ສປ ຈີນ
ກັັບ ລັດຖະບານ ຣາຊະອານາຈັກກຳປູເຈຍ” ແລະ ໄດ້ປັບປຸງ“ບົດບັນທຶກຄວາມເຂົ້າໃຈກ່ຽວກັບການເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ການລົງທຶນ”.
ປະເທດຈີນ ກັບ ປະເທດລາວ ໄດ້ລົງນາມໃນ“ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງຄະນະກຳມະການຮ່ວມກັນ ຂອງການຮ່ວມມືແລວເສດຖະກິດລາວ-
ຈີນ ແລະ “ສັນຍາວ່າດ້ວຍການຮັບຮອງ ແລະ ຮ່ວມກັນຊຸກຍູ້ ໂຄງການສຳຄັນຕ່າງໆຊຸດທີສາມ ຂອງການຮ່ວມມືດ້ານພະລັງງານ ແລະ ການລົງທຶນ”, ໂດຍ
ຈະອາໃສເສັ້ນທາງລົດໄຟລາວ-ຈີນ ຊຸກຍູ້ສົ່ງເສີມການກໍ່ສ້າງແລວເສດຖະກິດລາວ-ຈີນ. ທະນາຄານສູນກາງມຽນມາ ເປີດເຜີຍວ່າ ຈະຮັບຮອງການສຳລະ
ເງິນການຄ້າຂາຍໂດຍຜ່ານຕະກຸນເງິນຢວນ ແລະ ຕະກຸນເງິນຈາດຂອງມຽນມາໂດຍກົງ ໃນເຂດຊາຍແດນຈີນ-ມຽນມາ, ດ່ານປະເພນີ ມັງມານ ດ່ານ
ພາສີຫວັ້ນຕິນຈີນ-ມຽນມາ ໄດ້ຟື້ນຟູການປ່ອຍສິນຄ້າເປັນທາງການ. ຂະບວນຂົນສົ່ງສິນຄ້າເສັ້ນທາງລົດໄຟຈີນ-ຫວຽດ ໂດຍໃຊ້ຮູບແບບການຜ່ານດ່ານ
ໄວ ຂະບວນທຳອິດໄດ້ເລີ່ມດຳເນີນງານ, ເຊິ່ງໄດ້ຍົກສູງສະມັດຕະພາບໃນການຄ້າການຂົນສົ່ງທາງທະເລ ແລະ ທາງບົກໃໝ່.
”
ວັນທີ 5 ຕຸລາ 2021, ປະເທດຈີນ ກັບ ປະເທດກຳປູເຈຍ ໄດ້ສຳເລັດຂັ້ນຕອນການຮັບຮອງ “ສັນຍາວ່າດ້ວຍການຄ້າເສລີລະຫວ່າງລັດຖະບານ ສປ ຈີນ ກັັບ ລັດຖະບານ ຣາຊະອານາຈັກກຳປູເຈຍ”, ສັນຍາດັ່ງກ່າວ ໄດ້ມີຜົນບັງຄັບໃຊ້ແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ.
ເດືອນກັນຍາ 2021 ໃນໄລຍະງານວາງສະແດງຈີນ-ອາຊຽນ ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄດ້ຈັດກອງປະຊຸມການຮ່ວມມືດ້ານພະລັງງານ ແລະ ການລົງທຶນ, ຊຸດສຳມະນາ ຮ່ວມມືຍົກສູງຄວາມສາມາດການຮ່ວມມືດ້ານພະລັງງານ ການຮ່ວມມືດ້ານການຄ້າເອເລັກໂຕຼນິກ ແລະ ຕີຈີຕອນ ແລະ ກິດຈະກຳຕ່າງໆ ເພື່ອຊຸກຍູ້ສົ່ງເສີມຕ່ອງໂສ້້ການຜະລິດ ຕ່ອງໂສ້ການຕອບສະໜອງ ໂລຈິດສຕິກສາກົນ ເສດຖະກິດດີຈີຕອນ ແລະ ການຮ່ວມມືການຟຶ້ນຟູຫຼັງໂຄວິດ-19.
ວັນທີ 7 ພຶດສະພາ 2021, ພິທີການສົ່ງອອກໝາກມ່ວງສົດກໍາປູເຈຍໄປຈີນຄັ້ງທຳອິດໄດ້ຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ, ສຳລັບການສົ່ງອອກໝາກມ່ວງໄປຈີນ ທ່ານ ວົງສະກຸນລັດຖະມົນຕີກະສິກຳ-ປ່າໄມ້-ການປະມົງຣາຊະອານາຈັກກຳປູເຈຍມີຄວາມໝັ້ນໃຈຢ່າງເຕັມປ່ຽມ. ໝາກມ່ວງເປັນໝາກໄມ້ສົດຊະນິດທີສອງທີ່ກຳປູເຈຍສົ່ງອອກໄປສູ່ປະເທດຈີນໂດຍກົງ ຫຼັງການສົ່ງໝາກກ້ວຍໄປຈີນ.
- ການຮ່ວມມືລະຫວ່າງທ້ອງຖິ່ນໄດ້ເລີ່ມຕົ້ນຂຶ້ນ, ກົນໄກການພັດທະນາເພີ່ມແຮງຂັບເຄື່ອນ
ພົວພັນດ້ວຍໃຈ, ເພື່ອນບ້ານທີ່ປຽບດັ່ງພີ່ນ້ອງ. ແຂວງ ແລະ ເມືອງຕ່າງໆຂອງຈີນທີ່ຢູ່ຕິດກັບປະເທດລຸ່ມແມ່ນໍ້າຂອງ, ປະຊາຊົນມີຄວາມຮັກແພງ, ເປັນພື້ນ
ຖານອັນດີແກ່ການຮ່ວມມື. ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 6 ໄດ້ຮັບຮອງເອົາຂໍ້ລິເລີ່ມກ່ຽວກັບກົນໄກ
ລົງເລິກການຮ່ວມມືໃນທ້ອງຖິ່ນເປັນຄັ້ງທໍາອິດ, ເປັນການເບີກທາງ ແລະ ວາງທິດທາງໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງອົງການ
ປົກຄອງທ້ອງຖິ່ນຂອງ 6 ປະເທດ, ສຸມແຮງທະລຸຜ່ານ “ກິໂລແມັດສຸດທ້າຍ” ພາກລັດ ແລະ ປະຊາຊົນຮ່ວມແຮງ, ນໍາຜົນປະໂຫຍດມາສູ່ປະຊາຊົນ. ເດືອນ
ທັນວາ ປີ 2021, ກອງປະຊຸມເສວະນາອົງການປົກຄອງທ້ອງຖິ່ນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄດ້ຈັດຂຶ້ນທີ່ ເມືອງ ເປີຍຫາຍ, ແຂວງ ກວາງຊີ, ທ່ານ ຫວັງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ສົ່ງສານຊົມເຊີຍໃຫ້ແກ່ກອງປະຊຸມເສວະນາ, ຜູ້ຕາງໜ້າຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຂອງ 6 ປະເທດ, ສະມາຄົມມິດຕະພາບ, ສື່ມວນຊົນ ແລະ ນັກການທູດຂອງ 5 ປະເທດລຸ່ມແມ່ນໍ້າຂອງກໍໄດ້ເຂົ້າຮ່ວມ. ໃນກອງປະຊຸມເສວະນາຄັ້ງນີ້ໄດ້ອອກ “ຖະແຫຼງການຂອງປະທານ”,ໂດຍມີເນື້ອໃນວ່າ ຈະຊຸກຍູ້ກໍ່ສ້າງກົນໄກເສວະນາ, ດຶງດູດອົງການປົກຄອງທ້ອງຖິ່ນຂອງ 6 ປະເທດໃຫ້ເຂົ້າຮ່ວມຫຼາຍຂຶ້ນ, ສ້າງເວທີໃໝ່ໃຫ້ແກ່ການຮ່ວມມືຂອງອົງການປົກຄອງທ້ອງຖິ່ນໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ຢຸນ
ນານ, ກວາງຊີ, ເຈີ້ຈ່ຽງ, ຈ່ຽງຊູ່, ຊຽງໄຮ, ກຸ້ຍໂຈ, ຈົງກິ່ງ ແລະ ຂວາງອື່ນໆຂອງຈີນໄດ້ຈັດກິດຈະກໍາກັບປະເທດລຸ່ມແມ່ນໍ້າຂອງເຊັ່ນ, “ການແຂ່ງຂັນກະຕໍ້ຈີນ (Takraw China Open)” “ກິດຈະກໍາສັບປະດາໝາກໄມ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ-ເຈີ້ຈ່ຽງ” “ວັນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ-ຈ່ຽງຊູ່” “ເວທີເສວະນາແລກປ່ຽນໄວໜຸ່ມນັກສຶກສາ”ແລະ ກິດຈະກໍາຮ່ວມມືອື່ນໆທີ່ຫຼາກຫຼາຍສີສັນ, ແຂວງຈົງກິ່ງ ຮີບຮ້ອນກໍ່ສ້າງ “ສູນຄົ້ນຄວ້າຮ່ວມມືພັດທະນາເຂດຊົນນະບົດຂອບການຮ່ວມມືແມ່ນໍ້າຂອງ -ແມ່ນໍ້າລ້ານຊ້າງ”. ເວທີຮ່ວມມືແບບສາມມິຕິທີ່ປົກຄຸມຮອບດ້ານ, ຫຼາຍພາກ
ສ່ວນມີສ່ວນຮ່ວມ, ທຸກລະດັບຊ່ວຍກັນຊຸກຍູ້ກໍາລັງປາກົດເປັນຮູບເປັນຮ່າງ.
ເດືອນ ທັນວາ ປີ 2021, ກອງປະຊຸມເສວະນາອົງການປົກຄອງທ້ອງຖິ່ນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທໍາອິດຈັດຂຶ້ນທີ່ ແຂວງກວາງຊີ,
ທ່ານ ອຸຈ່ຽງຮ້າວ, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນອ່ານສານຊົມເຊີຍຈາກ ທ່ານ ຫວັງອີ້, ທີ່ປຶກສາແຫ່ງລັດ. ທ່ານ ຫວັງອີ້ ກ່າວ
ວ່າ ຝ່າຍຈີນຈະຮ່ວມມືກັບປະເທດລຸ່ມແມ່ນໍ້າຂອງຢ່າງໃກ້ຊິດ, ສຸມກໍາລັງກໍ່ສ້າງແລວພັດທະນາເສດຖະກິດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສືບຕໍ່ກໍ່ສ້າງ
ຄູ່ຮ່ວມຊາຕາກໍາປະເທດໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ,ຮ່ວມມືສ້າງຍຸກໃໝ່ທີ່ສະຫງົບສຸກຮຸ່ງເຮືອງໃຫ້ແກ່ປະເທດໃນຂອບການຮ່ວມ
ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ກາງເດືອນ ພຶດສະພາ ປີ 2021, “ສວນໝາກໄມ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ-ເຈີ້ຈ່ຽງ” —ກິດຈະກໍາສັບປະດາໝາກໄມ້ຂອບການຮ່ວມ
ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ-ເຈີ້ຈ່ຽງໄດ້ຈັດຂຶ້ນທີ່ ເມືອງ ຊ້າວຊິ້ງ, ການຊື້ຂາຍນໍາເຂົ້າລະຫວ່າງບໍລິສັດຈີນກັບປະເທດລຸ່ມແມ່ນໍ້າຂອງມີມູນຄ່່າລວມ 313 ລ້ານຢວນ(ປະມານ 4,96 ລ້ານໂດລາ). ໃນກິດຈະກໍາດັ່ງກ່າວມີຄົນເຂົ້າຊົມການໄລຟສົດຂາຍເຄື່ອງໂດຍບັນດາທ່ານກົງສຸນໃຫຍ່ຈໍານວນ 36750 ເທື່ອຄົນ, ໄດ້ຍອດຂາຍ 7,17 ລ້ານຢວນ(ປະມານ 1,14 ລ້ານໂດລາ).
ທ້າຍເດືອນ ທັນວາ ປີ 2021, ການແຂ່ງຂັນກະຕໍ້ຈີນ (Takraw China Open)ໄດ້ຈັດຂຶ້ນທີ່ເມືອງຄຸນໝິງ, ແຂວງ ຢຸນນານ.
- ການຮ່ວມມືທາງການກະສິກຳປະສົບຜົນສຳເລັດ ແລະ ການຄ້າສິນຄ້າກະສິກຳກ້າວສູ່ຈຸດສູງສຸດໃໝ່
ອາຫານມີໄວ້ສຳລັບມະນຸດ ແລະ ການກະສິກຳເປັນສິ່ງດັ້ງເດີມ. ຈີນ ແລະປະເທດແມ່ນ້ຳຂອງດຳເນີນການຮ່ວມມືທີ່ມີໝາກຜົນຕົວຈິງໃນດ້ານຕ່າງໆເຊັ່ນ:ການລົງທຶນດ້ານເສດຖະກິດ ແລະ ການຄ້າທາງການກະເສດ, ການແລກປ່ຽນທາງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການສ້າງຂີດຄວາມສາມາດພັກ
ດັນໃຫ້ເກີດຄວາມທັນສະໄໜດ້ານການກະເສດ ແລະ ຊົນນະບົດໃນພາກພື້ນຕະຫຼອດຈົນການພັດທະນາເສດຖະກິດ ແລະ ສັງຄົມ. ໃນປີ 2021 ປະລິມານ
ການຄ້າລວມຂອງຜະລິດຕະພັນທາງການກະເສດລະຫວ່າງຈີນ ແລະ ປະເທດລຸ່ມແມ່ນ້ຳຂອງຈະຢູ່ທີ່ປະມານ 28,2 ຕື້ໂດລາ, ເພີ່ມຂຶ້ນ 18,6 % ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ. ເທດສະການໝາກໄມ້ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງຈັດຂຶ້ນຄັ້ງທຳອິດໃນນະຄອນຫຼວງປັກກິ່ງ, ໂດຍມີຈຸດປະສົງເພື່ອສົ່ງ
ເສີມການລົງທຶນ ແລະ ການຄ້າໝາກໄມ້ໃນພາກພື້ນ ແລະ ການຮັດແໜ້ນການຮ່ວມມືໃນອຸດສາຫະກຳການກະເສດ. ກະຊວງກະສິກຳຂອງຈີນໄດ້ນຳພາ
ດຳເນີນການຕາມໂຄງການຮ່ວມມືທາງການກະສິກຳ “ການເກັບກ່ຽວລ້ານຊ້າງ ແລະແມ່ນ້ຳຂອງ” ຈຳນວນ 13 ໂຄງການ,ດຳເນີນການແລກປ່ຽນເຕັກໂນໂລຊີການກະເສດ ແລະ ການຮ່ວມມືໃນດ້ານຕ່າງໆເຊັ່ນ: ເຂົ້າ, ຢາງທຳມະຊາດ, ກ້ວຍ, ການປ້ອງກັນ ແລະ ຄວບຄຸມໂຣກສັດ ແລະ ພືດ ແລະ ອົບຮົມເຈົ້າໜ້າທີ່ກະສິກຳ, ຊ່າງເຕັກນິກ ແລະ ນັກສຶກສາ,ຊາວນາສຳລັບປະເທດລຸ່ມແມ່ນ້ຳຂອງຫຼາຍກວ່າ 1000 ເທື່ອຄົນ. ຈັດຕັ້ງ “ທຶນການສຶກສາດ້ານເຂົ້າ ແລະ ປະມົງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”ແລະລວບລວມ ແລະ ພີມຈຳໜ່າຍ “ລາຍງານການພັດທະນາການຮ່ວມມືທາງດ້ານກະສິກຳລ້ານຊ້າງ-ແມ່ນ້ຳຂອງ”. ສະຖາບັນວິທະຍາສາດຄວາມຮ້ອນແຫ່ງຊາດຈີນ ໄດ້ສົ່ງເສີມເຕັກໂນໂລຊີທີ່ຄວບຄຸມການຟື້ນຟູສະພາບຜິວທີ່ຕາຍແລ້ວຂອງຕົ້ນຢາງ, ເຊິ່ງສາມາດປະຢັດການສູນເສຍໃນປະເທດລາວໄດ້ເກືອບ 170 ລ້ານຢວນ(ປະມານ 2,7 ລ້ານໂດລາ)ຕໍ່ປີ, ຖົ່ວເຫຼືອງ 3 ສາຍພັນທີ່ຄັດເລືອກໂດຍ ສະຖາບັນວິທະຍາສາດກະສິກໍາຈີນ ມີ
ຜົນຜະລິດສະເລ່ຍຫຼາຍກວ່າ 200 ກິໂລກຣາມຕໍ່ເຮັກຕາ ໃນສວນສາທິດຂອງມຽນມາ. ໝ່ວຍງານດ້ານການກະເສດຂອງຈີນ ແລະ ກຳປູເຈຍບັນລຸຂໍ້ຕົກລົງໃນບັນທຶກຄວາມເຂົ້າໃຈວ່າດ້ວຍການສົ່ງເສີມການຮ່ວມມືອຸດສາຫະກຳກ້ວຍ. ໝ່ວຍງານດ້ານການກະສິກຳຂອງຈີນ ແລະ ຫວຽດນາມຈັດກິດຈະກຳປະສົມພັນ, ປ່ອຍ ແລະ ອານຸລັກຮ່ວມກັນຄັ້ງທີ 4 ທີ່ປາກແມ່ນ້ຳເປ່ຍຫລຸນ ໃນເມືອງຕົງຊິງ ແຂວງກວາງຊີ, ລົງທຶນເພາະພັນປາ ແລະ ກຸ້ງໄປເກືອບ 56 ລ້ານໂຕ. ການຮ່ວມມືທາງການກະເສດແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງໄດ້ບັນລຸການປ່ຽນແປງຈາກ “ການອອກຮາກແຕກໝໍ່” ເປັນ“ການເຕີບໃຫຍ່ຈະເລີນຮຸ່ງເຮືອງ” ແລະ ຄວາມຝັນຂອງແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງໃນການສ້າງກະສິກຳທີ່ເຂັ້ມແຂງ, ກະສິກຳທີ່ຮັ່ງມີ ແລະ ພື້ນທີ່ຊົນນະບົດທີ່ສວາຍງາມກຳລັງນັບມື້ນັບບັນລຸຜົນເປັນຈິງ.
ວັນທີ 13 ເມສາ 2021 ຢູ່ທີ່ງານລ້ຽງຕ້ອນຮັບເພື່ອສະຫຼອງຄົບຮອບ 5ປີການເລີ່ມຕົ້ນການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ແລະ ສັບປະດາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປີ 2021, ທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດຈີນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມສຳເລັດຂອງການຮ່ວມມືດ້ານກະສິກຳແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ
ວັນທີ 5 ກໍລະກົດ 2021 ງານບຸນໝາກໄມ້ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງຈັດຂຶ້ນທຳອິດໃນນະຄອນຫຼວງປັກກິ່ງປະສົບຜົນສຳເລັດ. ນັກການທູດຂອງປະເທດ
ແມ່ນ້ຳປະຈຳປະເທດຈີນເຂົ້າໄປໃນຫ້ອງຖ່າຍທອດສົດ, ເພື່ອຕອບຮັບໂອ້ລົມກັບຜູ້ຊົມອອນໄລ ເຜີຍແຜ່ໝາກໄມ້ຄຸນນະພາບສູງຂອງແມ່ນ້ຳຂອງ ແລະ
ຫາລືການຮ່ວມມືທາງການກະເສດແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ.
ໃນໄລຍະເວລາກາງເຖິງປາຍເດືອນກໍລະກົດ 2021 ຜູ້ເຂົ້າຮັບການຝຶກອົບຮົມກວ່າ 60 ຄົນຈາກກຳປູເຈຍ,ມຽນມາ ແລະ ຫວຽດນາມໄດ້ເຂົ້າຮ່ວມໃນ “ຫຼັກສູດຝຶກອົບຮົມກ່ຽວກັບການປ້ອງກັນ ແລະ ຄວບຄຸມສັດຕູພືດ ທີ່ເປັນມິດຕໍ່ສິ່ງແວດລ້ອມ” ທາງອອນລາຍ.
ວັນທີ 10 ພຶດສະພາ 2021 ໜ່ວຍງານກະສິກຳຂອງຈີນ ແລະ ຫວຽດນາມໄດ້ຈັດກິດຈະກຳການແຜ່ຂະຫຍາຍການປ່ອຍ ແລະ ການອານຸລັກຮ່ວມກັນຄັ້ງທີ່ 4 ທີ່ປາກແມ່ນ້ຳເປ່ຍຫຼຸ່ນ ໃນເມືອງຕົງຊິງ ແຂວງກວາງຊີ ແລະ ລົງທຶນເພາະພັນປາ ແລະ ກຸ້ງເກືອບ 56 ລ້ານໂຕ.
ວັນທີ 3 ທັນວາ 2021 ກອງປະຊຸມສົນທະນາກ່ຽວກັບຜະລິດຕະພັນກະສິກຳ, ຂະແໜງການພະລັງງານ, ເສດຖະກິດການຄ້າ ແລະ ການແລກປ່ຽນ
ການຈັບຄູ່ດ້ານເຕັກໂນໂລຊີ ໂຄງການ ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ໄດ້ຈັດຂຶ້ນໃນຮູບແບບອອນໄລນ໌ ແລະ ຕົວຈິງ .ໜ່ວຍງານຕ່າງໆຂອງລັດຖະບານ, ສະມາຄົມທຸລະກິດ ແລະ ອົງກອນຕ່າງໆທີ່ກ່ຽວຂ້ອງໃນປະເທດຕ່າງໆໄດ້ແລກປ່ຽນໂອກາດໃນການພັດທະນາເສດຖະກິດການຄ້າ ໃນດ້ານວັດສະດຸກະສິກຳ ແລະ ການກະເສດ ພາຍໃຕ້ສະພາບການແຜ່ລະບາດຂອງ ພະຍາດໂຄວິດ19 ແລະ RCEP ,ນຳສະເໜີຜະລິດຕະພັນຄຸນນະພາບສູງ ໂຄງການທີ່ມີຊະກະຍາພາບ ແລະ ໝາກຜົນດ້ານເຕັກໂນໂລຊີເພື່ອຊ່ວຍໃຫ້ປະເທດຕ່າງໆ ສົ່ງເສີມການຜະລິດທາງດ້ານກະສິກຳ ແລະ ຟື້ນຟູເສດຖະກິດຂອງບັນດາປະເທດ.
- ການຮ່ວມມືດ້ານຊັບພະຍາກອນນໍ້າມີຜົນພົ້ນຄື້ນ ແລະ ການປົກປັກຮັກສາສິ່ງແວດລ້ອມມີຜົນສຳເລັດພົ້ນເດັ່ນ
ການຮັກສາຄວາມງາມຂອງ ນໍ້າໃສພູຂຽວ ມີຄ່າເທົ່າກັບພູເງິນພູຄຳ. ຜ່ານການກອງປະຊຸມລັດຖະມົນຕີການຕ່າງປະເທດຂອບການຮ່ວມມືແມ່ນ້ຳ
ຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 6 ໄດ້ຮັບຮອງເອົາ “ຖະເເຫລງການຮ່ວມເພື່ອເພີ່ມທະວີການຮ່ວມມື ແລະ ການພັດທະນາແບບຍືນຍົງຂອງບັນດາປະເທດແມ່ນ້ຳ
ຂອງ-ແມ່ນ້ຳລ້ານຊ້າງ”, ໂດຍສະເພາະ 6 ປະເທດຄວນເອົາໃຈໃສ່ເພີ່ມທະວີການຮ່ວມມືດ້ານຊັບພະຍາກອນນໍ້າ, ລະບົບນິເວດຈົນຮອດຂົງເຂດອື່ນໆ.
ສ້າງຮູບແບບການຂະຫຍາຍຕົວທາງເສດຖະກິດທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການຂັບເຄື່ອນດ້ວຍນະວັດຕະກຳໃຫມ່, ຊ່ວຍໃຫ້ພາກພື້ນ ແລະ
ເຂດແຄ້ວນຕ່າງໆມີການຟື້ນຟູທີ່ດີຂຶ້ນ, ສ້າງພື້ນທີ່ໃຫ້ກາຍເປັນເຂດສີຂຽວຫລາຍຂື້ນ ແລະ ມີຄວາມອັດສະລິຍະຍິ່ງຂຶ້ນ ເພື່ອສ້າງຄືນໃຫມ່ພາຍຫລັງເກີດພະຍາດລະບາດ.
ເເຫຼ່ງຊັບພະຍາກອນນໍ້າເປັນຊັບສິນອັນລໍ້າຄ່າຮ່ວມກັນຂອງ 6 ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ໃນເດືອນທັນວາ ປີ 2021 ເວທີປຶກສາຫາລືກ່ຽວກັບຊັບພະຍາກອນນໍ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 2 ໂດຍຜ່ານວີດີໂອທາງໄກໄດ້ຈັດຂຶ້ນຢ່າງສຳເລັດຜົນ, ລັດຖະມົນຕີກະຊວງຊັບພະຍາກອນນໍ້າ,ນັກຊ່ຽວຊານ ແລະ ນັກວິຊາການຈາກ 6 ປະເທດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນຕ່າງໆທີ່ກ່ຽວຂ້ອງໄດ້ຮ່ວມກັນສົນທະນາແລກປ່ຽນປິ່ນອ້ອມຫົວຂໍ້ ປົກປັກຮັກສາຊັບພະຍາກອນນໍ້າ, ແກ້ໄຂສະພາບການປ່ຽນແປງຂອງດິນຟ້າອາກາດ, ຊົນລະປະທານໃນຊົນນະບົດ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຈົນ ແລະ ຄວາມຄິດເຫັນຕ່າງໆຢ່າງເລິກເຊິ່ງ, ໄດ້ແບ່ງປັນປະສົບການການຮ່ວມມື, ແລະ ວາງແຜນຮ່ວມມືໃນອະນາຄົດ, ກອງປະຊຸມຄັ້ງນີ້ໄດ້ເຜີຍເເຜ່ ຂໍ້ລິເລີ່ມປັກກິ່ງ ເວທີປຶກສາຫາລືກ່ຽວກັບຊັບພະຍາກອນນໍ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 2 . ຝ່າຍຈີນຈະໃຊ້ຄວາມພະຍາຍາມສຸດຂີດເພື່ອຮັບປະກັນສະ
ໜອງນໍ້າໃຫ້ກັບບັນດາປະເທດລຸ່ມແມ່ນໍ້າຂອງ, ສະໜອງຂໍ້ມູນດ້ານອຸທົກກະສາດຂອງແມ່ນ້ຳລ້ານຊ້າງຢ່າງທັນການ ແລະ ຮ່ວມກັນປະຕິບັດໂຄງການຮ່ວມມືຕ່າງໆກັບບັນດາປະເທດເເມ່ນໍ້າຂອງເຊັ່ນ: “ແຜນປະຕິບັດງານແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”“ໂຄງການຟື້ນຟູແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເພື່ອຜົນປະໂຫຍດ
ຂອງປະຊາຊົນ”“ໂຄງການສາທິດຮູບແບບການຮັກສາສາຍນໍ້າຂະໜາດນ້ອຍໃນເຂດລຸ່ມແມ່ນໍ້າ” ແລະໂຄງການຮ່ວມມືອື່ນໆ ເພື່ອຮ່ວມກັນແກ້ໄຂສິ່ງທ້າ
ທາຍກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປັບປຸງຄວາມສາມາດໃນການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳຂອງປະເທດຕ່າງໆ.
ລະບົບນິເວດໄດ້ຊັກຈູງ ແລະ ສົ່ງເສີມບັນດາປະເທດຕ່າງໆໃຫ້ເກີດມີການຮ່ວມມືກັນ, ເພື່ອໃຫ້ເເຜນການພັດທະນາເປັນໄປດ້ວຍດີເເລະດົນນານ. 6ປະເທດໄດ້ເລັ່ງລັດປະຕິບັດ “ຍຸດທະສາດການຮ່ວມມືດ້ານສິ່ງແວດລ້ອມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” ເເລະ “ແຜນການສີຂຽວແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”, ເສີມສ້າງການຮ່ວມມື ແລະ ແບ່ງປັນປະສົບການຮ່ວມກັນທາງດ້ານພະລັງງານສະອາດ, ພະລັງງານໝູນວຽນ, ຮ່ວມມືກັນສົ່ງເສີມເຂດສີຂຽວ ແລະການນໍາໃຊ້
ກ໊າສຄາບອນໄດອັອກໄຊຕໍ່າ, ເພື່ອພ້ອມກັນປົກປັກຮັກສາລະບົບນິເວດ.
“ເວທີການແບ່ງປັນຄວາມຮູ້ກ່ຽວກັບພື້ນຖານໂຄງລ່າງສີຂຽວ ແລະ ກ໊າສຄາບອນໄດອັອກໄຊຕໍ່າແບບຍືນຍົງ” ແລະ ໂຄງການ“ສົ່ງເສີມການທົດລອງການປັບປຸງ
ຄຸ້ມຄອງລະບົບນິເວດເພື່ອຊີວິດການເປັນຢູ່ແບບຍືນຍົງ” ໄດ້ເລີ່ມຕົ້ນຂຶ້ນຢ່າງສະດວກໂລ່ງລ່ຽນດີ. “ເຂດສາທິດການນໍາໃຊ້ກ໊າສຄາບອນໄດອັອກໄຊຕໍ່າເມືອງສີ
ຫານຸວິວ ຣາຊະອານາຈັກກຳປູເຈຍ”, “ເຂດສາທິດການນໍາໃຊ້ກ໊າສຄາບອນໄດອັອກໄຊຕໍ່າເມືອງໄຊເສດຖາ ນະຄອນຫລວງວຽງຈັນ ສປປ ລາວ” ກຳລັງດຳເນີນການກໍ່ສ້າງຢ່າງຕໍ່ເນື່ອງ. ສະຖາບັນວິທະຍາສາດເເຫ່ງປະເທດຈີນ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງກຳປູເຈຍໄດ້ລົງນາມຂໍ້ຕົກລົງບໍລິຈາກເຄື່ອງມືວິທະຍາສາດໃຫ້ແກ່ຫ້ອງທົດລອງດ້ານສິ່ງແວດລ້ອມຮ່ວມກັນຈີນ-ກຳປູເຈຍ. ການພັດທະນາສີຂຽວ, ການພັດທະນາແບບວົງກົມ, ການພັດທະນາແບບກ໊າສຄາບອນໄດອັອກໄຊຕໍ່າຈະຊ່ວຍປົກປັກຮັກສາເຂດເນີນພູໃນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງກາຍເປັນດິນແດນທີ່ເຕັມໄປດ້ວຍຄວາມຜ້າສຸກ ແລະ ມີສຸຂະພາບ
ແຂງແຮງ, ເປັນເເຫລ່ງທ່ອງທ່ຽວສໍາຄັນແຫ່ງໜຶ່ງທີ່ມີອິດທິພົນລະດັບສາກົນ.
ໃນຕົ້ນເດືອນທັນວາ ປີ 2021 ໄດ້ຈັດ ເວທີປຶກສາຫາລືກ່ຽວກັບຊັບພະຍາກອນນໍ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 2 ໂດຍຜ່ານວີດີໂອທາງໄກ.
ໃນໄລຍະເວລາ “ສັບປະດາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໃນປີ 2021, ກະຊວງຊັບພະຍາກອນນ້ຳ ສປ ຈີນຈັດງານກິດຈະກຳໃນຫົວຂໍ້ທີ່ວ່າ: “ດື່ມນ້ຳສາຍດຽວກັນ, ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງຄືຄອບຄົວດຽວກັນ” ຢູ່ແຂວງຢຸນນານ, ໂດຍໄດ້ເຊື້ອເຊີນນັກການທູດຂອງ 5 ປະເທດແມ່ນ້ຳຂອງ ທີ່ປະຈໍາຢູ່ ສປ ຈີນ ເຂົ້າຮ່ວມຢ້ຽມຊົມສິ່ງອຳນວຍຄວາມສະດວກຊົນລະປະທານແມ່ນໍ້າລ້ານຊ້າງ ເພື່ອປຶກສາຫາລືເສັ້ນທາງການຮ່ວມມືດ້ານຊັບພະຍາກອນນໍ້າ.
6 ປະເທດຈັດ “ສັບປະດາແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ” ກິດຈະກຳຮ່ວມມືທາງດ້ານສິ່ງແວດລ້ອມ ປີ 2021 ຕ່າງໆ ໂດຍຜ່ານຮູບແບບອອນລາຍ ແລະ ອອພລາຍຮ່ວມກັນ, ດຳເນີນການສ້າງຄວາມສາມາດດ້ານລະບົບນິເວດເພື່ອຫລຸດຜ່ອນກ໊າສຄາບອນໄດອັອກໄຊ,ດຳເນີນສົນທະນາຜ່ານໂຕະມົນກ່ຽວກັບການຄຸ້ມຄອງຮັກສາສິ່ງແວດລ້ອມໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ແລະ ທົ່ວໂລກ.
ວັນທີ 23 ກໍລະກົດ 2021 ໄດ້ຈັດພິທີມອບຮັບຍານພາຫະນະພະລັງງານໃໝ່ 28 ຄັນ ໃຫ້ກັບເຂດສາທິດການໃຊ້ກ໊າສຄາບອນໄດອັອກໄຊຕໍ່າ ເມືອງໄຊເສດຖານະຄອນຫຼວງວຽງຈັນລາວ-ຈີນ ພາຍໃຕ້ຂອບການຮ່ວມມືໃຕ້-ໃຕ້(South-South Cooperation)ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໄດ້ຈັດຂຶ້ນຢູ່ເມືອງສາງຊາ.
ເດືອນກັນຍາປີ 2021, ພະນັກງານຈີນ ໄດ້ ເຝິກອົບຮົມພະນັກງານກຳປູເຈຍນຳໃຊ້ ອຸປະກອນກວດສອບສະພາບອາກາດແບບອັດຕະໂນມັດທີ່ຈີນຊ່ວຍເຫຼືອກຳປູເຈຍ ຢູ່ພາກສະໜາມ.
- 9. ການຮ່ວມມືພາກປະຊາຊົນນໍາຜົນປະໂຫຍດມາສູ່ທຸກຄອບຄົວ, ຍຶດໝັ້ນປົກປ້ອງຄວາມຜາສຸກຂອງປະຊາຊົນ.
ປີ 2021, ສປ ຈີນ ແລະ ປະເທດລຸ່ມແມ່ນໍ້າຂອງໄດ້ຮັດແໜ້ນການຮ່ວມມືພາກປະຊາຊົນ, ພະຍາຍາມເຮັດໃຫ້ໝາກຜົນຂອງການຮ່ວມມືນໍາປະໂຫຍດມາ
ສູ່ປະຊາຊົນ 6 ປະເທດຫຼາຍຂຶ້ນ, ພະຍາຍາມເພີ່ມຄວາມຮູ້ສຶກເຖິງຜົນສໍາເລັດແລະ ຄວາມສຸກໃຫ້ແກ່ປະຊາຊົນທຸກຊາດ. ສະໜາມກິລາແຫ່ງຊາດກໍາປູເຈຍ
ທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອໄດ້ມອບຮັບຢ່າງເປັນທາງການ, ກາຍເປັນສັນຍາລັກສຳຄັນອີກແຫ່ງໜຶ່ງທີ່ສະແດງເຖິງມິດຕະພາບຈີນ-ກຳປູເຈຍ; ໂຄງການຊ່ວຍເຫຼືອຕິດຕັ້ງນໍ້າປະປາເຂດຊົນນະບົດໃນກໍາປູເຈຍໄລຍະທີ 2 ເລີ່ມເປີດນໍາໃຊ້, ສາມາດແກ້ໄຂບັນຫາຂາດແຄນນໍ້າດື່ມ ແລະ ບັນຫາສຸຂະອະນາໄມນໍ້າຂອງປະຊາຊົນໃນເຂດຊົນນະບົດຢ່າງມີປະສິດທິພາບ.
ລັດຖະບານຈີນສໍາເລັດການຊ່ວຍເຫຼືອຕິດຕັ້ງແສງສະຫວ່າງໃນເຂດຕົວເມືອງນະຄອນຫຼວງວຽງຈັນ, ກາຍເປັນຈຸດໝາຍເຊັກອິນຍາມຄໍ່າຄືນຂອງຊາວນະຄອນຫຼວງວຽງຈັນ. ໂຄງການສ້ອມແປງປັບປຸງສະໜາມກິລາແຫ່ງຊາດມຽນມາທີ່ ສປຈີນ ໃຫ້ການຊ່ວຍເຫຼືອໄດ້ຖືກສົ່ງມອບ, ໂຄງການປັບປຸງຍົກລະດັບສູນເຝິກອົບຮົມອຸດສາຫະກໍາມັນດາເລທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອໄດ້ເລີ່ມລົງມື.
ສປ ຈີນ ແລະ ສສ. ຫວຽດນາມ ໄດ້ຮ່ວມກັນຈັດ “ສໍາມະນາປະສົບການຫຼຸດຜ່ອນຄວາມທຸກຍາກທາງອອນລາຍ”, ເພື່ອຊ່ວຍໃຫ້ການພັດທະນາແບບຢືນ
ຍົງໃນເຂດຊາຍແດນລະຫວ່າງສອງປະເທດປາກົດຜົນເປັນຈິງ. ສປ ຈີນ ແລະ ປະເທດລຸ່ມແມ່ນໍ້າຂອງກະຕືລືລົ້ນພັດທະນາການຮ່ວມມືດ້ານການຄຸ້ມຄອງໄພພິບັດ, ໄດ້ຈັດງານ “ກອງປະຊຸມວິຊາການເພີ່ມທະວີການເຕືອນໄພລ່ວງໜ້າໄພພິບັດຫຼາຍຮູບແບບ ແລະ ຕ່ອງໂສ້ໄພພິບັດລະຫວ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”, ຮ່ວມກັບ ສປປ ລາວ , ກໍາປູເຈຍ ແລະ ປະເທດອື່ນໆສ້າງການຮ່ວມມືດ້ານການຕ້ານ, ຫຼຸດຜ່ອນ ແລະ ຊ່ວຍເຫຼືອສຸກເສີນທາງໄພພິບັດ, ຊຸກຍູ້ການຮ່ວມມືດ້ານການຄຸ້ມຄອງໄພພິບັດໃຫ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ຮັບປະກັນການພັດທະນາເສດຖະກິດຂອງແຕ່ລະປະເທດ ແລະ ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ. ກິດຈະກໍາການກຸສົນ “ຈົດໝາຍແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ” ຈັດຂຶ້ນທີ່ປະເທດກໍາປູເຈຍ, ສ້າງ “ຈົດໝາຍແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ” ທີ່ປະເທດໄທ, ບໍລິຈາກຫ້ອງສະໝຸດເພື່ອເປີດໂລກກະທັດແຫ່ງການຮຽນຮູ້.
ສະໜາມກິລາແຫ່ງຊາດກໍາປູເຈຍທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອໄດ້ມອບຮັບຢ່າງເປັນທາງການ, ກາຍເປັນສັນຍາລັກສຳຄັນອີກແຫ່ງໜຶ່ງທີ່ສະແດງ
ເຖິງມິດຕະພາບຈີນ-ກຳປູເຈຍ(ຮູບໂດຍ:ສໍານັກຂ່າວຊີນຮົວ)
ລັດຖະບານຈີນສໍາເລັດການຊ່ວຍເຫຼືອຕິດຕັ້ງແສງສະຫວ່າງໃນເຂດຕົວເມືອງນະຄອນຫຼວງວຽງຈັນ,ກາຍເປັນຈຸດໝາຍເຊັກອິນຍາມຄໍ່າຄືນຂອງຊາວ
ນະຄອນຫຼວງວຽງຈັນ. (ຮູບໂດຍ:ສໍານັກຂ່າວຊີນຮົວ)
ໂຄງການສ້ອມແປງປັບປຸງສະໜາມກິລາແຫ່ງຊາດມຽນມາທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອໄດ້ຖືກສົ່ງມອບ, ໂຄງການປັບປຸງຍົກລະດັບສູນເຝິກອົບຮົມອຸດສາ
ຫະກໍາມັນດາເລທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອໄດ້ເລີ່ມລົງມື. (ຮູບໂດຍ:ສໍານັກຂ່າວຊີນຮົວ)
ວັນທີ 05 ມັງກອນ 2021, ພິທີສົ່ງມອບຂະບວນລົດໄຟທີ່ຈັດຊື້ດ້ວຍເງິນກູ້ຢືມບໍ່ມີດອກເບ້ຍຈາກການຊ່ວຍເຫຼືອຂອງ ສປ ຈີນ ແກ່ມຽນມາໄດ້ຈັດຂຶ້ນ
ຢູ່ທ່າເຮືອທິລາວາ, ນະຄອນຢາງກຸ້ງ. ເດືອນ ມັງກອນ ປີ 2021 ໃນໄລຍະທີ່ ທ່ານ ປະທານ ສີຈິ້ນຜິງ ຢ້ຽມຢາມມຽນມາ, ສອງຝ່າຍໄດ້ລົງນາມຂໍ້ຕົກລົງດໍາ
ເນີນໂຄງການ. ຝ່າຍຈີນເອົາຊະນະຜົນກະທົບຈາກພະຍາດໂຄວິດລະບາດ ໄດ້ ສາສຳເລັດວຽກງານການຜະລິດ, ການທົດລອງ ແລະ ໃຊ້ງານຕາມກໍານົດເວລາ, ເຊິ່ງໄດ້ຊ່ວຍ ພັດທະນາວຽກງານທາງລົດໄຟຂອງມຽນມາ, ສ້າງຄວາມສະດວກສະບາຍໃນການສັນຈອນຂອງປະຊາຊົນ.
ວັນທີ 26 ສິງຫາ 2021ສປ ຈີນ ແລະ ປະເທດລຸ່ມແມ່ນໍ້າຂອງໄດ້ຈັດງານ “ກອງປະຊຸມວິຊາການເພີ່ມທະວີການເຕືອນໄພລ່ວງໜ້າໄພພິບັດຫຼາຍຮູບແບບ ແລະ ຕ່ອງໂສ້ໄພພິບັດລະຫວ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”, ຕັ້ງໜ້າພັດທະນາການຮ່ວມມືດ້ານການຄຸ້ມຄອງໄພພິບັດ.
ວັນທີ 18 ທັນວາ 2021, ສປ ຈີນ ແລະ ສສ. ຫວຽດນາມ ໄດ້ຮ່ວມກັນຈັດ “ສໍາມະນາປະສົບການຫຼຸດຜ່ອນຄວາມທຸກຍາກທາງອອນລາຍ”, ເພື່ອຊ່ວຍ
ໃຫ້ການພັດທະນາແບບຢືນຍົງໃນເຂດຊາຍແດນລະຫວ່າງສອງປະເທດປາກົດຜົນເປັນຈິງ.
ກິດຈະກໍາການກຸສົນ “ຈົດໝາຍແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” ຈັດຂຶ້ນທີ່ປະເທດກໍາປູເຈຍ, ສ້າງ “ຈົດໝາຍແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”,
ບໍລິຈາກຫ້ອງສະໝຸດ, ເພື່ອເປີດໂລກກະທັດແຫ່ງການຮຽນຮູ້ ທີ່ປະເທດໄທ. (ຮູບໂດຍ:ສໍານັກຂ່າວຊີນຮົວ)
ວັນທີ 21 ພະຈິກ 2021, “ກອງປະຊຸມສາກົນວ່າດ້ວຍການຮ່ວມມືດ້ານຊົນເຜົ່າ, ທ້ອງຖິ່ນ, ສັງຄົມ, ການສ້າງທຸລະກິດ ແລະ ການຫຼຸດຜ່ອນຄວາມທຸກຍາກ
ໃນຂອບການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ” , ຈັດຂຶ້ນທາງອອນລາຍແລະ ອອຟລາຍ. ຕົວແທນຈາກພາກລັດ, ທຸລະກິດ ແລະ ຊ່ຽວຊານຈາກ 06ປະເທດແບ່ງປັນບົດຮຽນວິທີການປິ່ນອ້ອມຫົວຂໍ້ການສ້າງທຸລະກິດ ແລະ ຫຼຸດຜ່ອນຄວາມທຸກຍາກ, ລວມກັນຊອກຫາຊ່ອງທາງການຮ່ວມມື.
- ການແລກປ່ຽນດ້ານມະນຸດຊາດມີຈຸດເດັ່ນສີສັນຫຼາກຫຼາຍ, ພື້ນຖານການເຊື່ອມໂຍງດ້ານຈິດໃຈປະຊາຊົນມີຄວາມແໜ້ນແຟ້ນ
ປະເທດຈີນ ແລະ ບັນດາປະເທດແມ່ນໍ້າຂອງມີມະນຸດຊາດເຊື່ອມໂຍງກັນ, ການໄປມາຫາສູ່ກັນຢ່າງໄມຕິຈິດລະຫວ່າງປະຊາຊົນແມ່ນມີມາແຕ່ດົນນານແລ້ວ. ປີ 2021, ໂດຍປະເຊີນໜ້າກັບການທົດສອບອັນໜັກໜ່ວງຈາກພະຍາດໂຄວິດ-19, ການຮ່ວມມືແລກປ່ຽນກັນໃນຂົງເຂດສັງຄົມມະນຸດຊາດຂອງຫົກປະເທດ ບໍ່
ໄດ້ມີການກົດປຸ່ມ“ຢຸດຊົ່ວຄາວ”, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໄວຂອງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງແລະ ຄວາມມີຊີວິດຊີວາແຫ່ງແມ່ນ້ຳຂອງ-ແມ່ນ້ຳລ້ານ
ຊ້າງທີ່ໜ້າຊົມເຊີຍ.
ປີ 2021 ເປັນປີແຫ່ງການລິເລີ່ມການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄົບຮອບ 5 ປີ, ທ່ານ ຫວາງອີ້(Wang Yi) ທີ່ປຶກສາແຫ່ງລັດລັດຖະມົນຕີກະຊວງການຕ່າງປະເທດໄດ້ຂຽນບົດຄວາມລົງນາມທີ່ມີຊື່ວ່າ “ສູ້ຊົນ 5 ປີຮັບໝາກຜົນອຸດົມສົມບູນ, ສືບຕໍ່ຈາກອະດີດ ບຸກເບີກອະນາຄົດໃໝ່” ລົງພິມຢູ່ “ໜັງສືພິມລາຍວັນປະຊາຊົນ”(People’s Daily), ໄດ້ເຂົ້າຮ່ວມພິທີສະຫຼອງການລິເລີ່ມການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄົບຮອບ 5 ປີແລະ ງານລ້ຽງ “ສັບປະດາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ປະຈໍາປີ 2021 ພ້ອມກັບທູດຂອງຫ້າປະເທດແມ່ນໍ້າຂອງປະຈໍາ ສປ ຈີນ. ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດແມ່ນໍ້າຂອງ ໄດ້ຕີລາຄາສູງຕໍ່ໝາກຜົນອັນພົ້ນເດັ່ນໃນການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງແລະ ການປະກອບສ່ວນຕໍ່ການພັດທະນາຂອງເສດຖະກິດສັງຄົມພາກພື້ນ ໂດຍຜ່ານວິທີການອອກບົດຄວາມລົງນາມ, ສົ່ງສານອວຍພອນ ແລະ ອື່ນໆ, ໄດ້ກ່າວວ່າ ຍິນດີສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນກັບຝ່າຍຈີນ, ຊຸກຍູ້ການກໍ່ສ້າງກົນໄກ, ລົງເລິກການຮ່ວມມືຕິດແທດຄວາມຈິງ, ເພື່ອສ້າງຄວາມຜາສຸກແກ່ປະຊາຊົນໃຫ້ດີຂຶ້ນ. ບັນດາກະຊວງທະບວງກົມຂັ້ນສູນກາງຂອງ 6 ປະເທດ ແລະ ອໍານາດການປົກຄອງທ້ອງຖິ່ນ ໄດ້ຮ່ວມກັນຈັດຕັ້ງກອງປະຊຸມສໍາມະນາ, ການຂຽນບົດຄວາມສື່ມວນຊົນ, ການວາງສະແດງສາຍຮູບເງົາ, ການຟື້ນຟູຊົນນະບົດ, ງານແຂ່ງຂັນສ້າງທຸລະກິດໃໝ່ໄວໜຸ່ມ ແລະ ກິດຈະກໍາສະຫຼອງອື່ນໆທີ່ມີສີສັນອຸດົມສົມບູນເກືອບ 60 ລາຍການ.
“ກອງປະຊຸມສະຫະພັນການຮ່ວມມືຕົວເມືອງທ່ອງທ່ຽວແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ກອງປະຊຸມສໍາມະນາການທ່ອງທ່ຽວວັດທະນະທໍາເຈົ້າຄອງ
ນະຄອນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໄດ້ຈັດຂຶ້ນຢູ່ທີ່ນະຄອນຈົງກິ່ງ, ຮ່ວມກັນປຶກສາຫາລືມາດຕະການການຟື້ນຟູຂະແໜງວັດທະນະທໍາ ແລະ ການທ່ອງທ່ຽວພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄລຍະຫຼັງພະຍາດໂຄວິດ-19. “ກອງປະຊຸມສົນທະນາຕົວເມືອງລືຊື່ດ້ານວັດທະນະທໍາປະຫວັດສາດຂອງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໄດ້ສຸມໃສ່ປະເພນີອັນຍາວນານ ແລະ ສະພາບການພັດທະນາໃນປັດຈຸບັນຂອງຕົວເມືອງລືຊື່ດ້ານວັດທະນະທໍາປະຫວັດສາດຂອງຫົກປະເທດ, ເຕົ້າໂຮມຄວາມຄິດເອກະພາບໃນການຮ່ວມມື, ຮ່ວມກັນວາງແຜນອະນາຄົດແຫ່ງການພັດທະນາ. “ຮ່ວມດື່ມນໍ້າສາຍດຽວກັນ ຮ່ວມບັນລະຍາຍ
ສາຍພົວພັນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ——ກິດຈະກໍາສໍາພາດຂະໜາດໃຫຍ່ຂອງສື່ມວນຊົນຈີນ ແລະ ຕ່າງປະເທດ ການເດີນທາງໄລຍະໄກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2021 ໄດ້ຈັດຂຶ້ນຢູ່ທີ່ສອງເຂດແຂວງ ຄືແຂວງຊິງໄຫ(Qinghai Province), ເຂດປົກຄອງຕົນເອງຕິເບດ(Tibet Autonomous Region), ໄດ້ສະແດງໃຫ້ເຫັນເຖິງໝາກຜົນແຫ່ງການອະນຸລັກລະບົບນິເວດຕອນເທິງແມ່ນໍ້າລ້ານຊ້າງ ແລະ ການບຸກທະລຸອອກຈາກຄວາມທຸກຍາກ, ສົ່ງເສີມການແລກປ່ຽນຫຼອມລວມກັນດ້ານວັດທະນະທໍາຂອງປະເທດຕາມລ້ອງແມ່ນໍ້າ. “ງານແຂ່ງຂັນອອກແບບໂປສເຕີສາກົນການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ2021” ໄດ້ຈັດຂຶ້ນຢ່າງມີຜົນສໍາເລັດດີ, ດຶງດູດເອົານັກອອກແບບທີ່ດີເດັ່ນຂອງແຕ່ລະປະເທດແຂ່ງຂັນກັນເຂົ້າຮ່ວມ. “ສັບປະດາໂທລະພາບ
ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງປີ 2021” ໄດ້ຈັດຂຶ້ນຢູ່ທີ່ນະຄອນຄຸນໝິງແຂວງຢຸນນານ, ໄດ້ເປີດສາຍຜົນງານໂທລະພາບວິທະຍຸກະຈາຍສຽງທີ່ດີເດັ່ນ
ຂອງຫົກປະເທດ, ສຸມກໍາລັງໃສ່ໃນການໂຄສະນາເຜີຍແຜ່ວັດທະນະທໍາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ “ສະເໝີພາບຕໍ່ກັນ, ຊື່ສັດຊ່ວຍເຫຼືອເຊິ່ງກັນ, ຮັກແພງ
ເໝືອນຄອບຄົວດຽວກັນ”.
ວັນທີ 23 ມີນາ ປີ 2021, ທ່ານ ຫວາງອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ຂຽນບົດຄວາມລົງນາມທີ່ມີຊື່ວ່າ “ສູ້ຊົນ 5 ປີໄດ້ຮັບໝາກຜົນອຸດົມສົມບູນ, ສືບຕໍ່ຈາກອະດີດ ບຸກເບີກອະນາຄົດໃໝ່” ລົງພິມຢູ່ທີ່ “ໜັງສືພິມລາຍວັນປະຊາຊົນ”, ໄດ້ເນັ້ນໜັກວ່າ ຝ່າຍຈີນຈະຮ່ວມກັນກັບ
ແຕ່ລະປະເທດແມ່ນໍ້າຂອງ, ເພື່ອສ້າງການລິເລີ່ມໃໝ່ແຫ່ງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ພະຍາຍາມກໍ່ສ້າງພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານ
ຊ້າງທີ່ມີຄວາມປອດໄພໝັ້ນຄົງ, ມີຄວາມຈະເລີນຮຸ່ງເຮືອງພັດທະນາ ແລະມີຄວາມຜາສຸກຍິ່ງຂຶ້ນ, ປະກອບສ່ວນອັນໃໝ່ເຂົ້າໃນການກໍ່ສ້າງປະຊາຄົມຮ່ວມ
ຊະຕາກໍາຂອງມະນຸດ!(ແຫຼ່ງທີ່ມາຂອງຮູບພາບ: ໜັງສືພິມລາຍວັນປະຊາຊົນຈີີນ)
ວັນທີ 21 ຕຸລາ ປີ 2021, “ກອງປະຊຸມສະຫະພັນການຮ່ວມມືຕົວເມືອງທ່ອງທ່ຽວແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງແລະ ກອງປະຊຸມສໍາມະນາການທ່ອງທ່ຽວວັດທະນະທໍາເຈົ້າຄອງນະຄອນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໄດ້ຈັດຂຶ້ນຢູ່ນະຄອນຈົງກິ່ງ, ຮ່ວມກັນປຶກສາຫາລືມາດຕະການການຟື້ນຟູຂະແໜງວັດທະນະທໍາ ແລະ ການທ່ອງທ່ຽວພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄລຍະຫຼັງພະຍາດໂຄວິດ-19.
“ຮ່ວມດື່ມນໍ້າສາຍດຽວກັນ ຮ່ວມບັນລະຍາຍສາຍພົວພັນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” —— ກິດຈະກໍາສໍາພາດຂະໜາດໃຫຍ່ຂອງສື່ມວນຊົນຈີນ
ແລະ ຕ່າງປະເທດ ການເດີນທາງໄລຍະໄກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ2021 ໄດ້ຈັດຂຶ້ນຢູ່ທີ່ສອງເຂດແຂວງ ຄືແຂວງຊິງໄຫ(Qinghai Province), ເຂດປົກຄອງຕົນເອງຕິເບດ(Tibet Autonomous Region), ໄດ້ສະແດງໃຫ້ເຫັນເຖິງໝາກຜົນແຫ່ງການອະນຸລັກລະບົບນິເວດຕອນເທິງແມ່ນໍ້າລ້ານຊ້າງ ແລະ ການບຸກທະລຸອອກຈາກຄວາມທຸກຍາກ, ສົ່ງເສີມການແລກປ່ຽນຫຼອມລວມກັນດ້ານວັດທະນະທໍາຂອງປະເທດຕາມລ້ອງແມ່ນໍ້າ. (ແຫຼ່ງທີ່ມາຂອງຮູບພາບ: ໜັງສືພິມລາຍວັນປະຊາຊົນ)
ວັນທີ 1 ທັນວາ ປີ 2021, ສັບປະດາໂທລະພາບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງປີ 2021 ທີ່ຮ່ວມກັນຈັດຕັ້ງໂດຍກົມໃຫຍ່ໂທລະພາບ ແລະ ວິທະຍຸກະຈາຍ
ສຽງແຫ່ງຊາດຈີນ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສປປລາວ, ອໍານາດການປົກຄອງແຂວງຢຸນນານ ໄດ້ໄຂຂຶ້ນຢູ່ທີ່ນະຄອນຄຸນໝິງແຂວງ
ຢຸນນານຢ່າງເປັນທາງການ. (ແຫຼ່ງທີ່ມາຂອງຮູບພາບ: ສໍານັກຂ່າວຊີນຮວາ)
ວັນທີ 18 ພຶດສະພາ ປີ 2021, ກອງປະຊຸມແລກປ່ຽນສາສະໜາພຸດຕາມລ້ອງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ມີຫົວຂໍ້ຫຼັກວ່າ “ໄຕ້ໂຄມໄຟແຫ່ງຈິດໃຈ ອະ
ທິດຖານສັນຕິພາບ” ໄດ້ຈັດຂຶ້ນໂດຍຜ່ານຮູບແບບອອນລາຍ(Online)ແລະ ຢູ່ສະຖານທີ່ຕົວຈິງ(Offline), ປຶກສາຫາລືເພີ່ມທະວີການຮ່ວມມືຕໍ່ຕ້ານພະ
ຍາດໂຄວິດ-19 ຂອງວົງການສາສະໜາພຸດພາກພື້ນ, ຊຸກຍູ້ວົງການສາສະໜາພຸດຂອງແຕ່ລະປະເທດໃຫ້ມີການປະກອບສ່ວນທີ່ໃຫຍ່ກວ່າເຂົ້າໃນພາລະກິດ
ສາທາລະນະຊີວິດການເປັນຢູ່ຂອງປະຊາຊົນ.
“ງານແຂ່ງຂັນອອກແບບໂປສເຕີສາກົນການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2021”ໄດ້ດຶງດູດເອົານັກອອກແບບທີ່ດີເດັ່ນຂອງແຕ່ລະປະເທດແຂ່ງຂັນກັນ
ເຂົ້າຮ່ວມ. (ແຫຼ່ງທີ່ມາຂອງຮູບພາບ: CHINA REPORT ASEAN)