ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດປົກຄອງ ແລະ ວັດທະນະທໍາ-ສັງຄົມ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານປະຈໍາປີ 2023 ແລະທິດທາງແຜນການປີ 2024 ຂອງຂະແໜງການພາຍໃນ ທີ່ຈັດຂຶ້ນໃນວັນທີ 14 ກຸມພາ ນີ້ ທີ່ສູນການຮ່ວມມືສາກົນ ແລະຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໂດຍມີຮອງລັດຖະມົນຕີ, ຮອງຫົວໜ້າອົງການຂັ້ນສູນກາງ, ຮອງເຈົ້າແຂວງ ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ ແລະພະນັກງານຫລັກແຫລ່ງ ຂະແໜງພາຍໃນທົ່ວປະເທດ ເຂົ້າຮ່ວມ.
ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໃຫ້ຂະແໜງການພາຍໃນ ເອົາໃຈໃສ່ 10 ວຽກຕົ້ນຕໍ ເພື່ອເປັນການຍົກສູງບົດບາດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກພັກ ແລະ ລັດຖະບານ ພ້ອມທັງຮັບປະກັນໄດ້ການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງຂະແໜງການພາຍໃນ ໃນຊຸມປີຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ ໂດຍສະເພາະການຜັນຂະຫຍາຍ ວາລະແຫ່ງຊາດ, ກ່ຽວກັບວຽກງານຂອງຂະແໜງພາຍໃນ ໃຫ້ເປັນຮູບປະທໍາ ເສີມຂະຫຍາຍບົດບາດການນໍາພາຂອງຄະນະພັກ, ຄະນະນຳແຕ່ລະຂັ້ນແລະຄວາມເປັນແບບຢ່າງໃຫ້ພະນັກງານ-ລັດຖະກອນ, ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນຂະແໜງການພາຍໃນກຳແໜ້ນ ແລະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແນວທາງນະໂຍບາຍຂອງພັກແລະການບໍລິຫານຄຸ້ມຄອງລັດໃນໄລຍະໃໝ່ໃຫ້ມີວິທະຍາສາດ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ບົນຈິດໃຈຫ້າວຫັນ,ມີຈັນຍາບັນໃນໜ້າທີ່,ຄວາມຊື່ສັດ,ມີນໍ້າໃຈບໍລິການຮັບໃຊ້ ແລະ ແບບແຜນວິທີເຮັດວຽກຢ່າງຖືກຕ້ອງຕາມຫຼັກການ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການກັບວຽກງານຕົວຈິງ,ມີຫົວຄິດປະດິດສ້າງ,ກ້າຄິດ, ກ້າເຮັດແລະກ້າຮັບຜິດຊອບໃນການປະຕິບັດວຽກງານຂອງຕົນ.
ພ້ອມກັນນັ້ນ, ຕ້ອງຍົກສູງຄວາມເປັນເຈົ້າການຫັນແນວທາງນະໂຍບາຍຂອງພັກມາເປັນໂຄງການ, ແຜນການ-ແຜນງານພ້ອມທັງສ້າງແລະປັບປຸງກົດໝາຍ, ລະບຽບການບໍລິຫານລັດໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງໃນປະຈຸບັນ;ຄຽງຄູ່ກັນນັ້ນ ກໍຕ້ອງເພີ່ມທະວີການຈັດຕັ້ງປະຕິບັດບັນດາກົດໝາຍ ແລະລະບຽບການທີ່ມີແລ້ວໃຫ້ມີຜົນສັກສິດ ພ້ອມທັງເຜີຍແຜ່, ຊຸກຍູ້, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆທີ່ຕິດພັນກັບຂະແໜງການພາຍໃນໃຫ້ປະກົດຜົນເປັນຈິງ.
ເພີ່ມທະວີຄວາມຮັບຜິດຊອບໃນການຊຸກຍູ້ ແລະ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງໃນທົ່ວລະບົບການເມືອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມທິດກົງຈັກກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິພາບ ບົນພື້ນຖານການສ້າງຍຸດທະສາດການປັບປຸງກົງຈັກ, ດຳລັດວ່າດ້ວຍລະບົບກົງຈັກການຈັດຕັ້ງ; ພ້ອມທັງ ກໍານົດຕໍາແໜ່ງງານໃຫ້ເໝາະສົມກັບວິຊາສະເພາະທີ່ຕ້ອງການ, ສອດຄ່ອງໜ້າວຽກຕົວຈິງ ຜ່ານການຈັດຕັ້ງປະຕິບັດເຮັດໃຫ້ກົງຈັກກະທັດຮັດມີທ່າອ່ຽງຫລຸດລົງ, ພາລະບົດບາດ, ໜ້າທີ່ຈະແຈ້ງ, ຮັດກຸມ, ບໍ່ຊ້ຳຊ້ອນກັນ, ກົນໄກການປະສານງານຄ່ອງຕົວຂຶ້ນ, ສອດຄ່ອງກັບສະພາບ, ຈຸດພິເສດຂອງຂະແໜງການ, ທ້ອງຖິ່ນຫລາຍຂຶ້ນ ແລະ ການກຳນົດຕຳແໜ່ງງານສຳເລັດ; ການປັບປຸງການຈັດຕັ້ງຕ້ອງຕິດພັນກັບການສ້າງແຜນສັບຊ້ອນ-ຈັດວາງບຸກຄະລາກອນໄປພ້ອມໆກັນ ໂດຍສະເພາະລັດຖະກອນທີ່ມີຕຳແໜ່ງບໍລິຫານໃຫ້ຖືກຕ້ອງຕາມທິດນຳຂອງພັກທີ່ວ່າ: ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈຳການຕາມເງື່ອນໄຂຕົວຈິງ.
ປັບປຸງບັນດານິຕິກໍາຕ່າງໆ ທີ່ກ່ຽວກັບຊື່ເອີ້ນຕໍາແໜ່ງບໍລິຫານ-ການປົກຄອງ, ຊື່ເອີ້ນຕໍາແໜ່ງວິຊາການຢູ່ຂົງເຂດຕ່າງໆ ຕາມທີ່ສູນກາງພັກໄດ້ຕົກລົງ; ສ້າງ ແລະ ຫັນການບໍລິຫານລັດເປັນທັນສະໄໝ, ຫລຸດຂັ້ນຂອດ; ຄົ້ນຄວ້າລະບອບ ແລະ ສ້າງເງື່ອນໄຂການນໍາຂົງເຂດລັດ ແຕ່ລະຂັ້ນສະໝັກເລືອກເປັນສະມາຊິກສະພາຂັ້ນຕ່າງໆ ແລະ ຊຸກຍູ້ໃຫ້ບັນດາກະຊວງ, ອົງການສ້າງລະບຽບການ ແລະ ກົນໄກເຮັດວຽກພາຍໃນຂອງແຕ່ລະຂະແໜງການ ເພື່ອຮັບປະກັນການເຄື່ອນໄຫວມີປະສິດທິພາບ.
ເອົາໃຈໃສ່ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆກ່ຽວກັບວຽກງານຄຸ້ມຄອງລັດຖະກອນຢ່າງເຂັ້ມງວດ ແລະ ສືບຕໍ່ຄົ້ນຄວ້າປັບປຸງບັນດານິຕິກຳທີ່ບໍ່ທັນສອດຄ່ອງ, ສ້າງກົນໄກ ແລະ ວິທີການຄຸ້ມຄອງພະນັກງານ-ລັດຖະກອນຫັນເປັນລະບົບທັນສະໄໝຫຼາຍຂຶ້ນທັງຢູ່ສູນກາງ ແລະ ທ້ອງຖິ່ນ; ຄົ້ນຄວ້າມາດຕະການ ແລະ ວິທີຫານຫຼຸດຜ່ອນຈໍານວນພົນ ໃນກົງຈັກລັດ (ຈາກປັດຈຸບັນ 2,4%ຂອງພົນລະມືອງ ໃຫ້ເຫຼືອ 2,2% ຂອງພົນລະເມືອງ ໃນປີ 2025); ຄົ້ນຄວ້າລະບົບສອບເສັງເລື່ອນຕໍາແໜ່ງບໍລິຫານແຕ່ລະຂັ້ນ ແລະ ຄົ້ນຄວ້າກົນໄກ, ວິທີ ແລະ ຂັ້ນຕອນການເຄື່ອນຍ້າຍ, ຫັນພະນັກງານຈາກສູນກາງ-ທ້ອງຖີ່ນ-ສູນກາງ ຢ່າງເປັນລະບົບ;
ເອົາໃຈໃສ່ໃນການຄົ້ນຄວ້າສ້າງນິຕິກໍາ ທີ່ກ່ຽວຂ້ອງໃນການຫັນຫົວໜ່ວຍວິຊາການໄປກຸ້ມຕົນເອງທາງດ້ານງົບປະມານໃຫ້ສຳເລັດໂດຍໄວ, ສືບຕໍ່ຄົ້ນຄວ້າການຫັນພະນັກງານ-ລັດຖະກອນໄປເປັນພາລະກອນໃນຂົງເຂດວິຊາການຕ່າງໆທີ່ມີເງື່ອນໄຂ ເປັນຕົ້ນຫົວໜ່ວຍວິຊາການທີ່ສາມາດສ້າງລາຍຮັບເຂົ້າງົບປະມານລັດ ແລະ ກຸ້ມຕົນເອງທາງດ້ານລາຍຈ່າຍ ເພື່ອຫຼຸດຜ່ອນພາລະແບກຫາບຂອງລັດຖະບານເທື່ອລະກ້າວ.
ສ້າງຫຼັກສູດຝຶກອົບຮົມໃຫ້ສອດຄ່ອງ ແລະ ແທດເໝາະກັບເງື່ອນໄຂຕົວຈິງໃນການເຄື່ອນໄຫວວຽກງານຂອງພະນັກງານ-ລັດຖະກອນ ເພື່ອຍົກສູງຄວາມຮູ້, ຄວາມສາມາດ ແລະ ປະສົບການ ພ້ອມທັງຮັບປະກັນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ຕ້ອງໄດ້ກໍານົດນະໂຍບາຍທີ່ເໝາະສົມໃຫ້ພະນັກງານ-ລັດຖະກອນທີ່ຢູ່ເຂດຫ່າງໄກສອກຫຼີກ ທຸລະກັນດານໄດ້ມີເງື່ອນໄຂຍົກລະດັບຄວາມຮູ້ໃນດ້ານຕ່າງໆໃຫ້ກວ້າງຂວາງທົ່ວເຖິງ. ໂດຍສະເພາະແມ່ນພະນັກງານ-ລັດຖະກອນຢູ່ຂັ້ນເມືອງ.
ເອົາໃຈໃສ່ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນຢ່າງເປັນປົກກະຕິ, ມີຄຸນນະພາບ ພ້ອມທັງສືບຕໍ່ສ້າງລະບົບ ແລະ ຮູບແບບຂອງການປະເມີນຜົນຢ່າງມີວິທະຍາສາດ, ພາວະວິໄສ, ຖືກຕ້ອງ ແລະ ເປັນທຳໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ທັງນີ້ກໍ່ເພື່ອປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນທີ່ມີຜົນງານ ແລະ ຜົນສໍາເລັດໃນການປະຕິບັດວຽກງານຢ່າງແທ້ຈິງ;
ສືບຕໍ່ບັບປຸງ ແລະ ສ້າງນິຕິກໍາຮັບໃຊ້ວຽກງານ 03 ສ້າງ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະການແບ່ງຂັ້ນຄຸ້ມຄອງ ແລະ ກົນໄກການປະສານງານ ລະຫວ່າງຂະແໜງການດ້ວຍກັນ, ສູນກາງ ກັບ ທ້ອງຖິ່ນ ໃນການປົກຄອງດ້ວຍກົດໝາຍ, ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ; ຄົ້ນຄວ້າສ້າງມາດຕະຖານ ແລະ ເງື່ອນໄຂ ກໍານົດໃຫ້ແຂວງ, ນະຄອນ ຂື້ນກັບສູນກາງໂດຍກົງ; ຄົ້ນຄວ້າພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕາແສງ ໂດຍປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖີ່ນ ແລະ ກົດໝາຍກ່ຽວຂ້ອງ.
ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ ໂດຍການຈັດຕັ້ງປະຕິບັດບັນດາກິດຈະກຳໃນການຈົດທະບຽນການເກີດ, ການແຕ່ງດອງ, ການຢ່າຮ້າງ, ການເສຍຊີວິດ ແລະການຍົກຍ້າຍຕາມລະບຽບການທີ່ມີແລ້ວໃຫ້ກວ້າງຂວາງແລະເປັນຮູບປະທຳຫຼາຍຂຶ້ນ ພ້ອມທັງເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວໃຫ້ທົ່ວເຖິງ ເພື່ອຮັບປະກັນເຮັດໃຫ້ພົນລະເມືອງລາວທຸກຄົນໄດ້ຮັບການປົກປ້ອງ ແລະ ຄຸ້ມຄອງດ້ວຍກົດໝາຍ,ຫັນການຄຸ້ມຄອງພົນລະເມືອງແບບເກົ່າ ມາເປັນລະບົບທັນສະໄໝເທື່ອລະກ້າວ.
ຍົກສູງຄຸນນະພາບວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ໃຫ້ຖືກຕາມທິດນໍາຂອງພັກ ດ້ວຍການປັບປຸງກົນໄກ, ວິທີການ ແລະ ຂັ້ນຕອນປະເມີນການແຂ່ງຂັນ, ການຄັດເລືອກການຍ້ອງຍໍໃຫ້ມີປະສິດທິພາບແລະປະສິດທິຜົນ, ການຍ້ອງຍໍຜົນງານຕ້ອງຕິດພັນກັບຜົນສໍາເລັດຕົວຈິງໃນການຈັດຕັ້ງປະບັດວຽກງານໃນແຕ່ລະໄລຍະ.ພ້ອມທັງເອົາໃຈໃສ່ຝຶກອົບຮົມຍົກລະດັບຄວາມຮູ້, ຄວາມສາມາດໃຫ້ບຸກຄະລາກອນທີ່ຮັບຜິດຊອບວຽກງານແຂ່ງຂັນ-ຍ້ອງຍໍນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເພື່ອໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ.ຍົກສູງຂະບວນການແຂ່ງຂັັນຮັກຊາດ ແລະ ພັດທະນາ ໃຫ້ມີປະສິດທິພາບ ແລະປະສິດທິຜົນ ໂດຍການປະຕິບັດຄາດໝາຍລວມຂອງການແຂ່ງຂັນ ຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກກົດໝາຍ.
ເອົາໃຈໃສ່ສືບຕໍ່ຕິດຕາມການແກ້ໄຂບັນຫາເຂດແດນເຊື່ອມຕໍ່ໂດຍສະເພາະຈຸດທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ເປັນເອກະພາບ ເປັນຕົ້ນແມ່ນເຂດແດນເຊື່ອມຕໍ່ລະຫວ່າງແຂວງກັບແຂວງ, ເມືອງກັບເມືອງ. ສະນັ້ນ, ມອບໃຫ້ກະຊວງພາຍໃນ ເປັນເຈົ້າການປະສານສົມທົບກັບບັນດາແຂວງ, ນະຄອນຫຼວງ ກວດກາລະອຽດຄືນຈຸດໃດທີ່ຍັງຄົງຄ້າງ ແລະ ແກ້ໄຂບໍ່ຕົກ ເພື່ອລາຍງານຂໍທິດຊີ້ນຳຈາກລັດຖະບານໃນເວລາອັນຄວນ, ຖ້າຫາກວ່າພວກເຮົາບໍ່ເລັ່ງແກ້ໄຂບັນຫາດັ່ງກ່າວຈະສົ່ງຜົນກະທົບຕໍ່ການທໍາມາຫາກິນຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖີ່ນ; ຂ້າພະເຈົ້າ ຢາກໃຫ້ບັນດາທ່ານເຂົ້າໃຈວ່າ ການກຳນົດເຂດແດນເຊື່ອມຕໍ່ນີ້ ບໍ່ແມ່ນຂອງໃຜຜູ້ໜຶ່ງ, ແຂວງໃດແຂວງໜຶ່ງ ຫຼືເມືອງໃດເມືອງໜຶ່ງ ເພາະເນື້ອທີ່ທັງໝົດແມ່ນຂອງສ່ວນລວມ, ແມ່ນຂອງວົງຄະນະຍາດແຫ່ງຊາດ, ການກໍານົດເຂດແດນພຽງແຕ່ເປັນການແບ່ງເຂດແດນໃຫ້ບັນດາແຂວງ, ນະຄອນຫຼວງ ແລະ ບັນດາເມືອງ ໄດ້ຮັບຮູ້ຂອບເຂດໃນການຄຸ້ມຄອງ ແລະປົກປັກຮັກສາຊັບພະຍາກອນເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນໄດ້ທໍາມາຫາກິນ ແລະເພື່ອສະໜອງຂໍ້ມູນແຜນທີ່ຮັບໃຊ້ໃຫ້ແກ່ການກໍານົດເຂດການປົກຄອງ ແລະ ການພັດທະນາດ້ານຕ່າງໆ;ຄຽງຄູ່ກັນນັ້ນການກໍານົດເສັ້ນເຂດແດນເຊື່ອມຕໍ່ຕ້ອງຮັບປະກັນໄດ້ເຖິງຄວາມຊັດເຈນ, ຈະແຈ້ງ, ຖືກຕ້ອງຕາມຫຼັກການທາງດ້ານເຕັກນິກ ແລະ ສະພາບຄວາມເປັນຈິງເພື່ອຫຼີກລຽງບັນຫາຕາມພາຍຫຼັງ.
ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍເອກະສານທາງການ ເພື່ອເຜີຍແຜ່, ແນະນໍາໃຫ້ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງເຊື່ອມຊຶມໃຫ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ພ້ອມກັນນັ້ນ, ກໍຕ້ອງນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງເອກະສານທາງການໃຫ້ມີປະສິດທິພາບ ແລະ ກວ້າງຂວາງຫຼາຍຂື້ນ.
ສືບຕໍ່ເພີ່ມທະວີການຮ່ວມມືກັບຕ່າງປະເທດໂດຍສະເພາະບັນດາປະເທດເພື່ອນມິດຍຸດທະສາດເປັນຕົ້ນແມ່ນ ກັບປະເທດ ສສ ຫວຽດນາມ ແລະ ສປ ຈີນ; ການຮ່ວມມືໃນຂອບອາຊຽນ ແລະອົງການຈັດຕັ້ງສາກົນລວມທັງຄູ່ຮ່ວມພັດທະນາອື່ນໆທີ່ຍັງສືບຕໍ່ໃຫ້ການສະໜັບສະໜູນເຂົ້າໃນວຽກງານການປົກຄອງ-ບໍລິຫານລັດ ກໍຄືວຽກງານຂອງຂະແໜງການພາຍໃນ ເພື່ອຍາດແຍ່ງການຮ່ວມມື ແລະ ການຊ່ວຍເຫຼຶອດ້ານທຶນຮອນເຂົ້າໃນການປະຕິບັດພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຂະແໜງການພາຍໃນໃຫ້ຫຼາຍຂື້ນ ແລະ ມີປະສິດທິຜົນສູງກວ່າເກົ່າ ໂດຍຖືກຕ້ອງຕາມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດວາງອອກ.
ນອກຈາກນັ້ນແລ້ວ ຍັງມີບາງວຽກງານທີ່ຈະຕ້ອງໄດ້ສຸມໃສ່ສືບຕໍ່ປັບປຸງ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບຕື່ມອີກ ເຊັ່ນ: ວຽກງານຊົນເຜົ່າ,ສາສະໜາ, ວຽກງານອົງການຈັດຕັ້ງສັງຄົມ, ກົງຈັກການຈັດຕັ້ງຂອງເຂດຖະກິດພິເສດ, ກົງຈັກການຈັດຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ ຕື່ມອີກ.