ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນແລງວັນທີ 15 ກັນຍາ 2021 ນີ້ ທີ່ກະຊວງສາທາລະນະສຸກ ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໄດ້ຖະແຫລງຕໍ່ສື່ມວນຊົນເຖິງການປະຕິບັດມາດຕະການໃນໄລຍະ ວັນທີ 16-30 ກັນຍາ 2021 ປະກອບມີ ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດໃນບາງດ້ານ 13 ຂໍ້, ມາດຕະການຜ່ອນຜັນ 12 ຂໍ້ ແລະ ມາດຕະການຕໍ່ຜູ້ລະເມີດດັ່ງນີ້:
ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021 ແລະ ມາດຕະການຕ່າງໆ ທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຂັ້ນສູນກາງ ໄດ້ວາງອອກ ເຫັນວ່າ ໂດຍລວມແລ້ວທຸກການຈັດຕັ້ງ, ທຸກຂັ້ນ ຕະຫຼອດຮອດທົ່ວປວງຊົນລາວທັງຊາດ ລ້ວນແຕ່ໄດ້ຈັດຕັ້ງປະຕິບັດຢ່າງເປັນຂະບວນກວ້າງຂວາງ ແລະ ມີຜົນສຳເລັດໃນຫຼາຍດ້ານ. ຢ່າງໃດກໍຕາມ ມາຮອດວັນທີ 15 ກັນຍາ 2021 ສະພາບການລະບາດພະຍາດ COVID-19 ຢູ່ ສປປ ລາວ ແມ່ນມີທ່າອ່ຽງເພີ່ມຂຶ້ນ ແລະ ຈະກ້າວສູ່ລະດັບ 2. ພ້ອມດຽວກັນນັ້ນ ຢູ່ບາງແຂວງ ຈະກ້າວສູ່ລະດັບ 3 ເຊັ່ນ: ແຂວງຈຳປາສັກ, ຄຳມ່ວນ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ, ເຊິ່ງທ້ອງຖິ່ນເຫຼົ່ານີ້ ເຖິງແມ່ນວ່າ ການຕິດເຊື້ອທີ່ມາຈາກຕ່າງປະເທດໄດ້ຫຼຸດລົງກໍຕາມ, ແຕ່ການລະບາດໃນຊຸມຊົນ ແມ່ນຍັງແຜ່ລາມເປັນວົງກວ້າງ. ສາເຫດຕົ້ນຕໍ ຂອງການຕິດເຊື້ອໃນຊຸມຊົນ ແມ່ນການເດີນທາງໄປມາລະຫວ່າງທ້ອງຖິ່ນຕໍ່ທ້ອງຖິ່ນ ໂດຍສະເພາະໃນທ້ອງຖິ່ນທີ່ມີການລະບາດໃນຊຸມຊົນ ແລະ ການດຳເນີນກິດຈະກຳຕ່າງໆໃນສັງຄົມຢູ່ຫຼາຍບ່ອນ ຂອງການຈັດຕັ້ງ ແລະ ບຸກຄົນຈຳນວນໜຶ່ງ ບໍ່ທັນປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນພະຍາດ COVID-19 ໄດ້ຢ່າງຖືກຕ້ອງ ແລະ ເຂັ້ມງວດ. ສະນັ້ນ, ໃນມື້ນີ້ ລັດຖະບານ ຈຶ່ງໄດ້ອອກແຈ້ງການ ເລກທີ 1177/ຫສນຍ ທີ່ໄດ້ກຳນົດບັນດາມາດຕະການ ສໍາລັບໄລຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 16 ກັນຍາ ຫາ ເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2021 ເຊິ່ງໂດຍລວມແລ້ວ ແມ່ນບັນດາມາດຕະການ ທີ່ໄດ້ກຳນົດໃນແຈ້ງການ ເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021. ສໍາລັບ ການຖະແຫຼງຂ່າວໃນມື້ນີ້ ແມ່ນການທົບທວນບັນດາມາດຕະການດັ່ງກ່າວ ບວກກັບບາງມາດຕະການໃໝ່ ດັ່ງນີ້:
 ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດ:
1. ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້; ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃຫ້ຖືກຕ້ອງ ຕາມຫຼັກວິຊາການກ່ຽວຂ້ອງ.
2. ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງ ນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນລົດຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 2.9 ຂອງແຈ້ງການສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021.
3. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈຳເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ.
4. ສືບຕໍ່ປິດກິດຈະການຮ້ານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະປາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ກາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ.
5. ຫ້າມເປີດຮ້ານນວດ, ຮ້ານເສີມຄວາມງາມ, ຕະຫຼາດກາງຄືນ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.
6. ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການຂົນສົ່ງສິນຄ້າ.
7. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ ຢູ່ເຂດທີ່ມີການລະບາດໃນຊຸມຊົນ (ເຂດແດງ).
8. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຂັ້ນແຂວງ. ສໍາລັບການຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດຕາມຄຳແນະນຳຂອງ ຄະນະສະເພາະກິດ ເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021.
9. ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
10. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.
11. ປິດການສັນຈອນຂອງພາຫະນະ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 22:00 ໂມງ-05:00 ໂມງ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ ແລະ ລົດຂອງເຈົ້າໜ້າທີ່ປະຕິບັດງານ.
12. ປິດການຮຽນການສອນ ສຳລັບການສຶກສາທຸກຊັ້ນ ທຸກສາຍ ແລະ ສືບຕໍ່ເລື່ອນການສອບເສັງຄັດເລືອກເຂົ້າຮຽນສາຍອາຊີວະສຶກສາ, ສ້າງຄູ, ການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ມີການລະບາດໃນຊຸມຊົນ, ແຕ່ອະນຸຍາດໃຫ້ໂຮງຮຽນກິນນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາ ແລະ ພະນັກງານຄູ-ອາຈານ ດໍາເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ນະຄອນຫຼວງວຽງຈັນ.
13. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນ ມາປະຈຳການປົກກະຕິ ຖ້າເຫັນວ່າ ຫ້ອງເຮັດວຽກຂອງແຕ່ລະການຈັດຕັ້ງ ສາມາດຮັບປະກັນການຮັກສາໄລຍະຫ່າງໄດ້ ຫຼື ຜູ້ທີ່ໄດ້ສັກວັກຊີນຄົບໂດສ, ແຕ່ຖ້າຢູ່ສຳນັກງານ-ອົງການໃດ ບໍ່ສາມາດຮັກສາໄລຍະຫ່າງໄດ້ ໃຫ້ຜັດປ່ຽນກັນມາປະຈຳການ ຫຼື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ. ສຳລັບຜູ້ຍິງຖືພາ ທີ່ບໍ່ສາມາດສັກວັກຊີນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.
ທ່ານ ນ. ທິບພະກອນ ຈັນທະວົງສາ ໃຫ້ຮູ້ເຖິງມາດຕະການຜ່ອນຜັນວ່າ 12 ມາດຕະການວ່າ:
1. ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ມີການຈັດສັນທາງເຂົ້າ-ອອກໃຫ້ເປັນລະບຽບ ແລະ ໃຫ້ເປີດບໍລິການບໍ່ເກີນເວລາ 20:00 ໂມງ ຢ່າງເດັດຂາດ.
2. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ໂດຍໃຫ້ບໍລິການສະເພາະຕັດແຕ່ງຜົມເທົ່ານັ້ນ, ສ່ວນການບໍລິການອື່ນໆ ແມ່ນຫ້າມເດັດຂາດ ແລະ ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ. ສຳລັບເຈົ້າຂອງຮ້ານ, ພະນັກງານບໍລິການ ແລະ ຜູ້ມາໃຊ້ບໍລິການ ຕ້ອງໄດ້ຮັບວັກຊີນຄົບໂດສ ກ່ອນ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. ໃຫ້ເປິດບໍລິການບໍ່ເກີນ 19:00 ໂມງ ຢ່າງເດັດຂາດ.
3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ ຢູ່ເຂດທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
4. ສືບຕໍ່ອະນຸຍາດໃຫ້ເປີດໂຮງຈັກໂຮງງານ ເພື່ອດຳເນີນກິດຈະການໄດ້ ໂດຍພະນັກງານ, ກໍາມະກອນ ຕ້ອງໄດ້ ຮັບວັກຊີນຄົບໂດສກ່ອນ ແລະ ບໍ່ໄດ້ພັກພາອາໄສຢູ່ພື້ນທີ່ທີ່ມີການຕິດເຊື້ອ (ເຂດແດງ). ສຳລັບໂຮງງານໃດ ທີ່ມີເງື່ອນໄຂ ກໍໃຫ້ຈັດທີ່ພັກອາໄສກັບທີ່ໃຫ້ແຮງງານຂອງຕົນ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ.
5. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼື ເຈວລ້າງມື, ໄດ້ຮັບວັກຊີນຄົບໂດສ ໂດຍບໍ່ກວດຫາເຊື້ອພະຍາດ COVID-19. ກໍລະນີ ການຈັດປະຊຸມຢູ່ຕ່າງແຂວງ ແມ່ນຕ້ອງຂໍອະນຸຍາດຄະນະສະເພາະກິດແຂວງດັ່ງກ່າວ ລ່ວງໜ້າ.
6. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວ ແຕ່ລະມື້ ໂດຍໃຫ້ມີການບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.
7. ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນ ໄດ້ປົກກະຕິ.
8. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍບໍ່ໃຫ້ມີການຈຳ ກັດບໍລິເວນ; ສໍາລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ.
– ສຳລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງແມ່ນຜູ້ທີ່ໄດ້ຮັບວັກຊີນຄົບໂດສ ຍົກເວັ້ນ ເດັກອາຍຸຕໍ່າກວ່າ 18 ປີ ໂດຍບໍ່ຕ້ອງຂໍອະນຸຍາດແຂວງຕົ້ນທາງ ແລະ ປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ, ບໍ່ກວດຫາເຊື້ອພະຍາດ COVID-19 ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ວັດແທກອຸນຫະພູມ, ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼື ເຈວລ້າງມື. ສະເພາະບາງແຂວງ ທີ່ພວມມີການລະບາດໃນຊຸມຊົນ ທັງມີແຮງງານລາວກັບຄືນປະເທດ ໃຫ້ອົງການປົກຄອງແຂວງ ອອກມາດຕະການເຂັ້ມງວດ ຕໍ່ການເດີນທາງໄປ-ມາ ພາຍໃນແຂວງ ແລະ ການເຂົ້າ-ອອກ ລະຫວ່າງພາຍໃນແຂວງຕົນ ກັບແຂວງອື່ນ ໂດຍສອດຄ່ອງກັບມາດຕະການ ທີ່ລັດຖະບານ ວາງອອກ.
9. ສືບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງປາຍທາງໄດ້ ໂດຍບໍ່ຈໍາເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ໃຫ້ສືບຕໍ່ດຳເນີນການຂົນສົ່ງສິນຄ້າລະຫວ່າງປະເທດ ໂດຍປະຕິບັດຕາມມາດຕະການທີ່ລະບຸໄວ້ໃນແຈ້ງການຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ ລົງວັນທີ 23 ເມສາ 2021 ຢ່າງເຂັ້ມງວດ ແລະ ເປັນເອກະພາບ, ພ້ອມດຽວກັນນັ້ນສຳລັບຄົນຂັບລົດສິນຄ້າລະຫວ່າງປະເທດ ທີ່ຈໍາເປັນຕ້ອງຂັບລົດເຂົ້າມາດິນແດນ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບໂດສ.
10. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ສະຖານການສຶກສາທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ນະຄອນຫຼວງ ແຕ່ຕ້ອງຈັດຫ້ອງຮຽນແບບຮັກສາໄລຍະຫ່າງ ແລະ ປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.
11. ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ຍົກເວັ້ນປະເພດກິລາ ທີ່ມີຮ່າງກາຍສຳພັດ. ແຕ່ຕ້ອງແມ່ນສູນກິລາ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ, ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
12. ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ ຢູ່ແຂວງ, ນະຄອນຫຼວງວຽງຈັນ ທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊີນຢ່າງຄົບຖ້ວນ, ທັງໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ເປິດບໍລິການບໍ່ເກີນເວລາ 20:00 ໂມງ ຢ່າງເດັດຂາດ.
 ມາດຕະການຕໍ່ຜູ້ລະເມີດ:
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ວາງອອກ ແມ່ນດຳເນີນຕາມກົດໝາຍ ແລະ ລະບຽບການ ກ່ຽວຂ້ອງ ຕາມແຕ່ກໍລະນີ ໜັກ ຫຼື ເບົາ.
ໃນຂະນະດຽວກັນກໍສືບຕໍ່ໃຫ້ບຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ຕາມການອະນຸມັດຂອງ ຄະນະສະເພາະກິດຂັ້ນສູນກາງ ຕ້ອງຕິດຕັ້ງ ແລະ ລົງທະບຽນ ບໍລິການ ລາວ ສູ້ສູ້ ຜ່ານໂປຣແກຣມ LaoKYC. ພ້ອມກັນນີ້ ໃຫ້ບັນດາດ່ານຊາຍແດນ, ດ່ານລະຫວ່າງແຂວງຕໍ່ແຂວງ, ບັນດາຮ້ານຄ້າ ແລະ ສະຖານທີ່ບໍລິການຕ່າງໆ ທີ່ອະນຸຍາດໃຫ້ເປີດບໍລິການ ແມ່ນຕ້ອງສ້າງ ແລະ ຕິດ QR-Code ເພືື່ອໃຫ້ ຜູ້ເດີນທາງເຂົ້າ-ອອກ ແລະ ລູກຄ້າທີ່ໃຊ້ບໍລິການ ສະແກນ QR-Code ດັ່ງກ່າວ ເວລາເດີນທາງເຂົ້າມາ ແລະ ກ່ອນເຂົ້າໃຊ້ບໍລິການ. ນອກຈາກນີ້ ສະເໜີ ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ຊີ້ນຳພາກສ່ວນກ່ຽວຂ້ອງ ຂັ້ນຕົນ ສືບຕໍ່ຈັດຕັ້ງປະຕິບັດແຈ້ງການ ສະບັບເລກທີ 976/ຫສນຍ, ລົງວັນທີ 06 ສິງຫາ 2021 ກ່ຽວກັບການປັບປຸງສູນຈຳກັດບໍລິເວນ ແລະ ສະຖານທີ່ປິ່ນປົວ, ພ້ອມທັງ ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການລະດົມຊ່ຽວຊານວິເຄາະ, ແພດ, ພະຍາບານ ແລະ ເຈົ້າໜ້າທີ່ວິຊາສະເພາະດ້ານຕ່າງໆ ເພື່ອຊ່ວຍຮັບມືກັບການລະບາດ ຢູ່ໃນແຕ່ລະທ້ອງຖິ່ນ ຕາມເງື່ອນໄຂຕົວຈິງ.
ກ່ຽວກັບການຈຳກັດບໍລິເວນ, ພາຍຫຼັງ ແຮງງານ, ນັກສຶກສາ ແລະ ພະນັກງານ ຂອງລາວ ທີ່ເດີນທາງມາຈາກປະເທດໃກ້ຄຽງ ໄດ້ຈໍາກັດບໍລິເວນຢູ່ສູນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຄົບ 14 ວັນແລ້ວ ໃຫ້ອົງການປົກຄອງທ້ອງຖິ່ນ ສືບຕໍ່ແນະນຳຄະນະສະເພາະກິດຂັ້ນເມືອງ ໄປຈຳກັດບໍລິເວນ ຢູ່ສູນຂອງເມືອງ ຫຼື ບ້ານ ຕື່ມອີກ 14 ວັນ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ຍົກເວັ້ນ ກໍລະນີທີ່ໄດ້ຈໍາກັດບໍລິເວນ ຄົບ 14 ວັນ ຢູ່ໂຮງແຮມ ແຫ່ງໃດໜຶ່ງຂອງທ້ອງຖິ່ນຕົນມາແລ້ວ.
ລັດຖະບານ ສືບຕໍ່ສົ່ງເສີມຄວາມມີນໍ້າໃຈເອື້ອເຟື້ອເພື່ອແຜ່ ເຊິ່ງກັນ ແລະ ກັນ ຂອງຄົນລາວ ທັງຊາດ ລວມທັງຊາວຕ່າງດ້າວ, ຜູ້ປະກອບການທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທຸກລະດັບ ທີ່ທຳມາຫາກິນຢູ່ໃນ ສປປ ລາວ ໃນການປະກອບ ສ່ວນເຂົ້າໃນການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ທີ່ລັດຖະບານ ວາງອອກ ທັງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຮູບການຕ່າງໆ ລວມທັງທາງດ້ານສະຕິປັນຍາ, ວັດຖຸປັດໄຈ, ເຫື່ອແຮງ ແລະ ດຳເນີນ ໄປດ້ວຍຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ລັດຖະບານ ຮຽກຮ້ອງໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ກໍຄືດຳລົງຊີວິດ ຢູ່ ສປປ ລາວ ຈົ່ງຮ່ວມແຮງຮ່ວມໃຈ ປະຕິບັດມາດຕະການທີ່ຄະນະສະເພາະກິດແຕ່ລະຂັ້ນ ວາງອອກຢ່າງເຂັ້ມງວດ ດ້ວຍການເປັນຫູເປັນຕາ ຕິດຕາມ ແລະ ລາຍງານ ໃນກໍລະນີພົບເຫັນມີການລັກລອບເຂົ້າເມືອງ ແລະ ການລະເມີດມາດຕະການຕ່າງໆ ຕໍ່ຄະນະສະເພາະກິດ ກໍຄືອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອການຈັດຕັ້ງກ່ຽວ ຂ້ອງດັ່ງກ່າວ ມີວິທີການແກ້ໄຂ ໃຫ້ທັນການ.
ມອບໃຫ້ບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະ ຄະນະສະເພາະກິດທຸກຂັ້ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງ ຂອງແຕ່ລະບ່ອນ ແລະ ເຂັ້ມງວດ.
ນອກຈາກນັ້ນ, ອີງຕາມສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ປະເທດເຮົາ ໃນປັດຈຸບັນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກອົງການຂອງພັກ, ລັດ, ທຸກການຈັດຕັ້ງ ແລະ ທຸກຄົນ ໃນສັງຄົມ ເປັນກຳລັງແຮງ ແລະ ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ຍົກສູງສະຕິຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນ ໃນການປະຕິບັດບັນດາມາດຕະການ ທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ, ເອົາຈິງເອົາຈັງ ແລະ ເຂັ້ມງວດ ຂຶ້ນກວ່າເກົ່າ ໂດຍສະເພາະ ມາດຕະການຫ້າມ ແລະ ຈໍາກັດ ທີ່ກ່າວມານັ້ນ ຖ້າຫາກພວກເຮົາ ຍັງລະເຫຼີງ, ບໍ່ໃຫ້ການຮ່ວມມື ຫຼື ບໍ່ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດແທ້, ພວກເຮົາ ກໍ່ອາດຈະບໍ່ສາມາດຄວບຄຸມການລະບາດໄວ້ໄດ້.
ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ທົ່ວສັງຄົມ ຖ້າຫາກພົບເຫັນການລະເມີດຂໍ້ຫ້າມ ແລະ ມາດຕະການຕ່າງໆ ທີ່ໄດ້ກ່າວມານັ້ນ ຈ່ົງໄດ້ແຈ້ງອົງການປົກຄອງທ້ອງຖິ່ນ ກໍຄືຄະນະສະເພາະກິດ ເພື່ອມີມາດຕະການແກ້ໄຂ ຢ່າງທັນການ.
ພ້ອມກັນນີ້, ຂໍຮຽກຮ້ອງມາຍັງຜູ້ທີ່ຢູ່ສູນຈຳກັດບໍລິເວນ ແລະ ສູນປິ່ນປົວຕ່າງໆ ໃຫ້ປະຕິບັດຕາມຄຳແນະນຳຂອງແພດໝໍ ແລະ ລະບຽບຂອງສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ຢ່າງເຂັ້ມງວດ ພ້ອມທັງເອົາໃຈໃສ່ເບິ່ງແຍງຮັກສາສຸຂະພາບຂອງຕົນ ເພື່ອຜ່ານຜ່າວິກິດຄວາມຫຍຸ້ງຍາກດັ່ງກ່າວໄປໃຫ້ໄດ້. ສິ່ງສຳຄັນ, ຂໍໃຫ້ທຸກຄົນ ໄປຮັບວັກຊີນ ຊຶ່ງຈະເປັນການສ້າງພູມຄຸ້ມກັນລວມໝູ່ ເປັນການຮັບຜິດຊອບ ໃນການປ້ອງກັນຕົນເອງ ແລະ ຄອບຄົວ ຕະຫຼອດຮອດຊຸມຊົນທີ່ຕົນເອງດຳລົງຊີວິດຢູ່.