ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນບ່າຍວັນທີ 30 ກັນຍາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຂັ້ນສູນກາງ ໄດ້ຖະແຫລງມາດຕະການ ທີ່ຈະຕ້ອງປະຕິບັດແຕ່ວັນທີ 1- 15 ຕຸລາ 2021 ວ່າ: ອີງຕາມການປະເມີນສະພາບການລະບາດແລະການຈັດຕັ້ງປະຕິບັດມາດຕະການຕ່າງໆໃນຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15ລົງວັນທີ 21 ເມສາ 2021, ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1094 ລົງວັນທີ 31 ສິງຫາ 2021, ເລກທີ 1177 ລົງວັນທີ 15 ກັນຍາ 2021 ແລະ ມາດຕະການຕ່າງໆ ທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນສູນກາງໄດ້ວາງອອກເຫັນວ່າ ໂດຍລວມແລ້ວທຸກການຈັດຕັ້ງ, ທຸກຂັ້ນ ຕະຫຼອດຮອດທົ່ວປວງຊົນລາວທັງຊາດ ລ້ວນແຕ່ຈັດຕັ້ງປະຕິບັດຢ່າງເປັນຂະບວນການທີ່ກວ້າງຂວາງ. ແຕ່ເຖິງຢ່າງໃດກໍຕາມ ມາຮອດວັນທີ 30 ກັນຍາ 2021 ສະພາບການລະບາດໃນຊຸມຊົນທົ່ວປະເທດ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຂະຫຍາຍເປັນວົງກວ້າງເກືອບທົ່ວທຸກແຂວງ ທຽບໃສ່ໄລຍະຜ່ານມາ, ໂດຍສະເລ່ຍ ໃນທົ່ວປະເທດ ເພີ່ມຂຶ້ນເຖິງ 48,06%. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ເພີ່ມຄວາມເຂັ້ມງວດ ແລະ ສືບຕໍ່ປະຕິບັດບັນດາມາດຕະການ ທີ່ໄດ້ລະບຸໄວ້ ໃນຄຳສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ເລກທີ 1094/ຫສນຍ, ລົງວັນທີ 31ສິງຫາ 2021ແລະ ເລກທີ 1177/ຫສນຍ, ລົງວັນທີ 15 ກັນຍາ 2021 ຕື່ມອີກ 15 ວັນຕໍ່ໜ້າໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 1 ຕຸລາ ຫາ ເວລາ 24:00 ໂມງ ຂອງວັນທີ 15 ຕຸລາ 2021 ດັ່ງນີ້:
 ຫຼັກການ ແລະ ເຫດຜົນຂອງການກຳນົດມາດຕະການຕ່າງໆຂອງລັດຖະບານ:
1. ລັດຖະບານ ໄດ້ພິຈາລະນາຖີ່ຖ້ວນ ແລະວາງເປົ້າໝາຍໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຢູ່ ສປປລາວ ເຮົາ ເພື່ອເຮັດແນວໃດໃຫ້ພົນລະເມືອງລາວ ກໍຄືຊາວຕ່າງດ້າວ ທີ່ອາໄສຢູ່ດິນແດນລາວຕິດເຊື້ອໜ້ອຍທີ່ສຸດ ແລະ ຖ້າເສຍຊິວິດກໍ່ໃຫ້ມີໜ້ອຍທີ່ສຸດ.
2. ພະຍາຍາມນຳພາປະຊາຊົນບັນດາເຜົ່າ ຫັນປ່ຽນແບບແຜນການດຳລົງຊິວິດຈາກອັນເປັນປົກກະຕິກ່ອນການລະບາດຂອງພະຍາດ COVID-19 ກ້າວສູ່ການດຳລົງຊິວິດປົກກະຕິແບບໃໝ່ໃນເງື່ອນໄຂ COVID-19.
3. ແນວທາງໃນການຈັດຕັ້ງປະຕິບັດ ການດຳລົງຊິວິດປົກກະຕິແບບໃໝ່ໃນເງື່ອນໄຂ COVID-19 ຢູ່ ສປປ ລາວ ແມ່ນຕ້ອງສອດຄ່ອງກັບສະພາບ ແລະ ຈຸດພິເສດຂອງປະເທດເຮົາ ໂດຍທີ່ລັດຖະບານມີການຮຽນຮູ້ບົົດຮຽນ ຂອງຕ່າງປະເທດ ເພື່ອນມິດສາກົນ, ຮັບຟັງຄຳເຫັນທີ່ສ້າງສັນ ຂອງປະຊາຊົນເຮົາ ໃນແງ່ມຸມດ້ານຕ່າງໆ ແລ້ວໄດ້ພິຈາລະນາວ່າ: ພວກເຮົາຕ້ອງໄດ້ພະຍາຍາມສູງສຸດ ເພື່ອໃຫ້ມີການສົມດຸນ ແລະ ກົມກຽວກັນລະຫວ່າງມາດຕະການດ້ານການແພດ, ມາດຕະການດ້ານການບໍລິຫານ ແລະ ມາດຕະການດ້ານເສດຖະກິດ, ໝາຍຄວາມວ່າ ມາດຕະການຕ່າງໆ ທີ່ລັດຖະບານວາງອອກ ຕ້ອງຮັບປະກັນໄດ້ຄາດໝາຍການປ້ອງກັນພະຍາດ COVID-19, ພ້ອມກັນນັ້ນ, ກໍຕ້ອງໄດ້ຄຳນຶງເຖິງຜົນກະທົບທາງລົບ ຕໍ່ການພັດທະນາເສດຖະກິດ ແລະ ການດຳລົງຊິວິດຂອງປະຊາຊົນ. ບົນພື້ນຖານນັ້ນ, ຄະນະພັກ-ອົງການປົກຄອງຂັ້ນຕ່າງໆ ຕ້ອງໄດ້ຄົ້ນຄວ້າຜັນຂະຫຍາຍ ແລະ ຫັນເປັນແຜນປະຕິບັດຕົວຈິງ ອັນລະອຽດໃນແຕ່ລະຂົງເຂດ ແຕ່ລະທ້ອງຖິ່ນທີ່ຕົນຮັບຜິດຊອບໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງກົມກອງທ້ອງຖິ່ນຕົນເປັນແຕ່ລະໄລຍະ.
 ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດ:
1. ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້; ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃຫ້ຖືກຕ້ອງຕາມຫຼັກວິຊາການກ່ຽວຂ້ອງ.
2. ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນລົດຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 10 ຂອງມາດຕະການຜ່ອນຜັນ.
3. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈໍຳເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນແມ່ນອະນຸຍາດໃຫ້ຂັ້ນເອກອັກຄະລັດຖະທູດແລະຫົວໜ້າອົງການຈັດຕັ້ງສາກົນນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດກຳນົດໄວ້ເທົ່ານັ້ນ.
4. ສືບຕໍ່ປິດກິດຈະການຮ້ານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະປາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ກາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ.
5. ຫ້າມເປີດຮ້ານນວດ,ຮ້ານເສີມຄວາມງາມ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫຼາດກາງຄືນ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວຢູ່ເຂດທີ່ມີການລະບາດໃນຊຸມຊົນ.
6. ປິດບັນດາໂຮງງານອຸດສາຫະກຳ ແລະ ບັນດາວິສາຫະກິດ ຢູ່ເຂດທີ່ມີການລະບາດພາຍໃນໂຮງງານ ແລະໃນຊຸມຊົນ. ຍົກເວັ້ນ ໂຮງງານທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ, ໂຮງງານທີ່ຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການແພດ, ແຕ່ໃຫ້ມີການຄຸ້ມຄອງຮັບປະກັນຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ. ໂຮງງານໃດ ບໍ່ໃຫ້ການຮ່ວມມື ແລະ ບໍ່ປະຕິບັດຕົວຈິງ ຕໍ່ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດ ຂອງ COVID-19 ຕ້ອງໂຈະຊົ່ວຄາວ ຈຶ່ງຈະພິຈາລະນາໃຫ້ເປີດຄືນ.
7. ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການນລະບາດໃນຊຸມຊົນຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການຂົນສົ່ງສິນຄ້າ.
8. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.
9. ຫ້າມຈັດງານສັງສັນຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
10. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.
11. ປິດການສັນຈອນຂອງພາຫະນະ ຢູ່ນະຄອນຫຼວງ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 21:00 ໂມງ – 05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ, ລົດຂອງເຈົ້າໜ້າທີ່ປະຕິບັດງານ ແລະ ລົດທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.
12. ປິດການຮຽນການສອນ ສຳລັບການສຶກສາທຸກຊັ້ນທຸກສາຍ ແລະ ສືບຕໍ່ເລື່ອນການເປີດສົກຮຽນ ສຳລັບການສຶກສາທຸກຊັ້ນທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະສຶກສາ, ການສຶກສາຄູ ແລະ ການສຶກສາຊັ້ນສູງ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.
13. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຂັ້ນແຂວງ. ສຳລັບບັນດາກະຊວງ-ອົງການທຽບເທົ່າທີ່ຈະດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກຕົນ ແມ່ນໃຫ້ສະເໜີແຜນປ້ອງກັນ ແລະ ຄວບຄຸມ ພະຍາດ COVID -19 ໃນໄລຍະດໍາເນີນກອງປະຊຸມ, ແລ້ວສະເໜີຫາຄະນະສະເພາະກິດ ພິຈາລະນາເປັນແຕ່ລະກໍລະນີ.
14. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ມີການລະບາດໃນຊຸມຊົນ ອະນຸຍາດໃຫ້ພະນັກງານ ແລະ ລັດຖະກອນຜັດປ່ຽນກັນມາປະຈຳການ ຫຼື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ,ສຳລັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ຍິງຖືພາ ທີ່ບໍ່ສາມາດຮັບວັກຊີນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.
 ມາດຕະການສືບຕໍ່ຜ່ອນຜັນ:
1. ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ມີການຈັດສັນທາງເຂົ້າ-ອອກໃຫ້ເປັນລະບຽບ ແລະ ໃຫ້ເປີດການບໍລິການ ບໍ່ເກີນເວລາ 20:00 ໂມງ ຢ່າງເດັດຂາດ.
2. ການຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານແມ່ນໃຫ້ປະຕິບັດຕາມຄຳແນະນຳ ຂອງຄະນະສະເພາະກິດເລກທີ 4291, ລົງວັນທີ 15 ກັນຍາ 2021 ຢ່າງເຂັ້ມງວດ.
3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ໂດຍໃຫ້ບໍລິການສະເພາະຕັດແຕ່ງຜົມເທົ່ານັ້ນ, ສ່ວນການບໍລິການອື່ນໆ ແມ່ນຫ້າມເດັດຂາດ ແລະ ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ.ສຳລັບເຈົ້າຂອງຮ້ານ, ພະນັກງານບໍລິການ ແລະ ຜູ້ມາໃຊ້ບໍລິການ ຕ້ອງໄດ້ຮັບວັກຊີນຄົບກ່ອນແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. ໃຫ້ເປີດບໍລິການບໍ່ເກີນ 19:00 ໂມງ ຢ່າງເດັດຂາດ.
4. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານແລະຮ້ານກາເຟຢູ່ເຂດທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງ ມີໄລຍະຫ່າງ 01 ແມັດຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສຳລັບ ເຂດທີ່ມີການລະບາດ ແມ່ນອະນຸຍາດໃຫ້ຊື້ກັບເມືອເຮືອນເທົ່ານັ້ນ.
5. ອະນຸຍາດໃຫ້ເປີດໂຮງຈັກໂຮງງານ ແລະ ວິສາຫະກິດຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ ເພື່ອດຳເນີນກິດຈະການໄດ້ໂດຍພະນັກງານ, ກໍາມະກອນຕ້ອງໄດ້ຮັບວັກຊີນຄົບກ່ອນແລະບໍ່ໄດ້ພັກອາໄສຢູ່ພື້ນທີ່ທີ່ມີການລະບາດໃນຊຸມຊົນ (ເຂດແດງ). ສຳລັບໂຮງງານໃດທີ່ມີເງື່ອນໄຂກໍໃຫ້ຈັດທີ່ພັກອາໄສກັບທີ່ໃຫ້ແຮງງານຂອງຕົນເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ. ໃຫ້ສ້າງແຜນການປ້ອງກັນລະອຽດແລ້ວ ຂໍອະນຸຍາດຈາກຄະນະສະເພາະກິດທີ່ກ່ຽວຂ້ອງ.
6. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ,ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ,ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ໄດ້ຮັບວັກຊີນຄົບ ໂດຍບໍ່ກວດຫາເຊື້ອພະຍາດ COVID-19. ກໍລະນີ ການຈັດປະຊຸມຢູ່ຕ່າງແຂວງ ແມ່ນຕ້ອງຂໍອະນຸຍາດຄະນະສະເພາະກິດແຂວງດັ່ງກ່າວ ລ່ວງໜ້າ.
7. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງປກຊ-ປກສຢູ່ແຕ່ລະພື້ນທີ່ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວແຕ່ລະມື້ ໂດຍໃຫ້ມີການບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນກໍ່ໃຫ້ຕິດຕາມກວດກາການຈັດຕັ້ງປະຕິບັດຢ່າງໃກ້ຊິດແລະເຂັ້ມງວດ.
8. ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນໄດ້ປົກກະຕິ.
9. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະ ເມືອງລາວ.
– ສຳລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຈາກແຂວງຕົ້ນທາງແລະປາຍທາງ.
10. ສືບຕໍ່ອະນຸຍາດໃຫ້ຜູ້ຂັບລົດແລະພະນັກງານຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າເຂົ້າ-ອອກລະຫວ່າງແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງປາຍທາງໄດ້ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່,ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19ແລະບໍ່ຈຳກັດບໍລິເວນຢູ່ແຂວງປາຍທາງ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອແລະແຜ່ເຊື້ອທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
– ໃຫ້ສືບຕໍ່ດຳເນີນການຂົນສົ່ງລະຫວ່າງປະເທດ ໂດຍປະຕິບັດຕາມມາດຕະການທີ່ລະບຸໄວ້ໃນແຈ້ງການຂອງກະຊວງໂຍທາທິການແລະຂົນສົ່ງເລກທີ 242 ລົງວັນທີ 23 ເມສາ 2021 ຢ່າງເຂັ້ມງວດ ແລະ ເປັນເອກະພາບ, ພ້ອມດຽວກັນນັ້ນ ຄົນຂັບລົດສິນຄ້າລະຫວ່າງປະເທດ ທີ່ຈຳເປັນຕ້ອງຂັບລົດເຂົ້າມາໃນ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບ.
11. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ, ການສຶກສານອກໂຮງຮຽນ, ການສຶກສາຄູ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ແຕ່ຕ້ອງຈັດຫ້ອງຮຽນແບບຮັກສາໄລຍະຫ່າງແລະປະຕິບັດບັນດາມາດຕະການປ້ອງກັນແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ. ແຕ່ອະນຸຍາດໃຫ້ໂຮງຮຽນກິນນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາ ແລະ ພະນັກງານຄູອາຈານ ດໍາເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມ ການລະບາດຂອງ COVID-19 ຢ່າງເຂ້ັ້ມງວດ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແຂວງ/ນະຄອນຫຼວງ.
12. ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ.ແຕ່ຕ້ອງແມ່ນສູນກິລາທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍແລະລະບຽບການກ່ຽວຂ້ອງ, ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
13. ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ, ຮ້ານເສີມສວຍ, ເສີມຄວາມງາມ, ຮ້ານຕັດຜົມ ຢູ່ ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊີນຄົບ, ທັງໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ເປິດບໍລິການບໍ່ເກີນ ເວລາ 20:00 ໂມງ ຢ່າງເດັດຂາດ.
ພ້ອມກັນນີ້ ສືບຕໍ່ໃຫ້ບຸກຄົນ ທີ່ເດີນທາງເຂົ້າມາ ສປປ ລາວ ຕາມການອະນຸມັດຂອງຄະນະສະເພາະກິດຂັ້ນສູນກາງ ຕິດຕັ້ງ ແລະ ລົງທະບຽນ ໂປຣແກຣມລາວ ສູ້ສູ້ LaoKYC. ໃຫ້ບັນດາດ່ານຊາຍແດນ, ດ່ານລະຫວ່າງແຂວງຕໍ່ແຂວງ, ບັນດາຮ້ານຄ້າ ແລະ ສະຖານທີ່ບໍລິການຕ່າງໆ ທີ່ອະນຸຍາດໃຫ້ເປີດບໍລິການສ້າງ ແລະ ຕິດ QR-Codeເພືື່ອໃຫ້ ຜູ້ເດີນທາງເຂົ້າ-ອອກ ແລະ ລູກຄ້າທີ່ໃຊ້ບໍລິການ ສະແກນ QR-Code ດັ່ງກ່າວ ເວລາເດີນທາງເຂົ້າມາ ແລະ ກ່ອນເຂົ້າໃຊ້ບໍລິການ.
ນອກຈາກນີ້, ມອບໃຫ້ ຄະນະສະເພາະກິດ COVID-19 ແຕ່ລະຂັ້ນຊີ້ນໍາພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ວຽກງານຈໍານວນໜຶ່ງຄື ດັ່ງນີ້:
– ສືບຕໍ່ສືບສວນ ຊອກຫາແຫຼ່ງທີ່ມາ, ສາເຫດ ແລະ ຄວາມຮັບຜິດຊອບ ຂອງການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງ ທີ່ເຮັດໃຫ້ມີການລະບາດ ຢູ່ແຕ່ລະບໍລິເວນ ເພື່ອຖອດຖອນບົດຮຽນ ແລະ ຫຼີກລ່ຽງບໍ່ໃຫ້ມີຕື່ມອີກ.
– ຮີບຮ້ອນຂຶ້ນແຜນການແຈກຢາຍ ແລະ ສັກວັກຊີນໃຫ້ບັນດາກຸ່ມເປົ້າໝາຍ (ປະຊາຊົນ-ຊັ້ນຄົນຕ່າງໆ)ຢ່າງທົ່ວເຖິງ, ເປັນລະບົບສະເໝີພາບ. ພ້ອມທັງຮັບປະກັນບໍ່ໃຫ້ວັກຊີນເສຍຫາຍ ຫຼື ເສື່ອມຄຸນ ຢ່າງເດັດຂາດ;
– ສືບຕໍ່ຊີ້ນຳ ພາກສ່ວນກ່ຽວຂ້ອງ ໂຄສະນາ, ເຜີຍແຜ່ ແລະ ປຸກລະດົມ ໃຫ້ປະຊາຊົນ ແລະ ຜູ້ປະກອບການ ເຂົ້າໃຈ ແລະ ມີສ່ວນຮ່ວມໃນການປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ແລະ ອົງການທ້ອງຖິ່ນວາງອອກຢ່າງເຄັ່ງຄັດ ໂດຍຜ່ານສື່ຕ່າງໆ (ໂທລະພາບ, ວິທະຍຸ, ໂທລະໂຄ່ງ, ໜັງສືພິມ ແລະ ສື່ສັງຄົມອອນລາຍອື່ນໆ). ພ້ອມທັງປະສານສົມທົບກັບພາກສ່ວນຕ່າງໆ ເພື່ອປະເມີນສະພາບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຖ້າມີຄວາມຈຳເປັນ ກໍສະເໜີຂໍການສະໜັບສະໜູນເອົາອາສາສະໝັກ ຈາກອົງການຈັດຕັ້ງຕ່າງໆ ໂດຍສະເພາະ ແມ່ນກຳລັງຊາວໜຸ່ມ ເພື່ອປະກອບສ່ວນເຂົ້າໃນວຽກງານນີ້ຢ່າງທັນການ ແລະ ຮັບປະກັນຄວາມປອດໄພ;
ສືບຕໍ່ກະກຽມສູນກັກກັນ ແລະ ສູນປິ່ນປົວໃຫ້ພຽງພໍ, ພ້ອມນີ້ ກໍ່ໃຫ້ກະກຽມງົບປະມານສຳຮອງໄວ້ ເພື່ອຊື້ອຸປະກອນການແພດ, ວັກຊີນ, ຢາປົວພະຍາດ, ນໍ້າຢາກວດຫາເຊື້ອ ແລະ ອຸປະກອນຈຳເປັນຕ່າງໆ, ພ້ອມທັງປະຕິບັດນະໂຍບາຍ ໃຫ້ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ໃນວຽກງານດັ່ງກ່າວ ແລະ ໃຫ້ກຳລັງໃຈ ດ້ວຍຮູບການຕ່າງໆ.ຊີ້ນຳຢ່າງໃກ້ຊິດ, ຖ້າມີບັນຫາຫຍຸ້ງຍາກບ່ອນໃດ ໃຫ້ຮີບຮ້ອນປະສານກັບພາກສ່ວນກ່ຽວຂ້ອງໃຫ້ແກ້ໄຂທັນການ.
ມອບໃຫ້ຄະນະສະເພາະກິດ COVID-19 ຂັ້ນສູນກາງ ເປັນເຈົ້າການໃນການການຊີ້ນຳ, ແນະນຳທາງດ້ານເນື້ອໃນ ກໍຄືວິທີການ ໃນການຖະແຫຼງຂ່າວປະຈຳວັນໃຫ້ຫຼາກຫຼາຍ ເຂົ້າໃຈງ່າຍ, ເພື່ອໃຫ້ສັງຄົມ ຮັບຮູ້ ເຂົ້າໃຈຢ່າງທົ່ວເຖິງ ແລະ ມີສະຕິລະວັງຕົວ. ທັງເປັນເຈົ້າການເຂົ້າຮ່ວມການປະຕິບັດບັນດາມາດຕະການຕ່າງໆ ທີ່ຄະນະສະເພາະກິດແຕ່ລະຂັ້ນວາງອອກ.
ພ້ອມກັນນີ້, ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ຊີ້ນຳພາກສ່ວນກ່ຽວຂ້ອງ ຂັ້ນຕົນ ສືບຕໍ່ຈັດຕັ້ງປະຕິບັດແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 976/ຫສນຍ, ລົງວັນທີ 06 ສິງຫາ 2021 ກ່ຽວກັບການປັບປຸງສູນຈຳກັດບໍລິເວນ ແລະ ສະຖານທີ່ປິ່ນປົວ, ພ້ອມທັງ ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການລະດົມຊ່ຽວຊານ, ແພດໝໍແລະ ເຈົ້າໜ້າທີ່ວິຊາສະເພາະດ້ານຕ່າງໆ ເພື່ອຊ່ວຍຮັບມືກັບການລະບາດ ພະຍາດດັ່ງກ່າວ ຕາມເງື່ອນໄຂຕົວຈິງ ຂອງແຕ່ລະທ້ອງຖິ່ນ.
ກໍລະນີມີແຮງງານ, ນັກສຶກສາ ແລະ ພະນັກງານ ຂອງລາວ ທີ່ເດີນທາງມາຈາກປະເທດໃກ້ຄຽງ ແລະ ໄດ້ຜ່ານການຈໍາກັດບໍລິເວນຢູ່ສູນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຄົບ 14 ວັນແລ້ວ ໃຫ້ອົງການປົກຄອງທ້ອງຖິ່ນ ສືບຕໍ່ແນະນຳຄະນະສະເພາະກິດຂອງຕົນ ສືບຕໍ່ໄປຈຳກັດບໍລິເວນຕໍ່ເປົ້າໝາຍດັ່ງກ່າວຢູ່ສູນຂອງເມືອງ ຫຼື ບ້ານ ຕື່ມອີກ 14 ວັນ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ຍົກເວັ້ນ ກໍລະນີທີ່ໄດ້ຈໍາກັດບໍລິເວນ ຄົບ 14 ວັນ ຢູ່ໂຮງແຮມ ທີ່ຄະນະສະເພາະກິດຂັ້ນຕ່າງໆໄດ້ຮັບຮອງມາແລ້ວ.
ລັດຖະບານ ສືບຕໍ່ສົ່ງເສີມຄວາມມີນໍ້າໃຈເອື້ອເຟື້ອເພື່ອແຜ່ ເຊິ່ງກັນ ແລະ ກັນ ຂອງຄົນລາວ ທັງຊາດ ລວມທັງຊາວຕ່າງດ້າວ, ຜູ້ປະກອບການທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ທຳມາຫາກິນຢູ່ໃນ ສປປ ລາວ ໃນການປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ທີ່ລັດຖະບານວາງອອກ ທັງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຮູບການຕ່າງໆ ລວມທັງທາງດ້ານສະຕິປັນຍາ, ວັດຖຸປັດໄຈ, ເຫື່ອແຮງ ແລະ ດຳເນີນ ໄປດ້ວຍຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ລັດຖະບານ ຮຽກຮ້ອງໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ກໍຄືດຳລົງຊີວິດ ຢູ່ ສປປ ລາວ ຈົ່ງຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດແຕ່ລະຂັ້ນ ວາງອອກຢ່າງເຂັ້ມງວດ ດ້ວຍການເປັນຫູເປັນຕາ ຕິດຕາມ ສະພາບການ ໃນກໍລະນີພົບເຫັນມີການລັກລອບເຂົ້າເມືອງ ແລະ ການລະເມີດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກ ກໍໍ່ໃຫ້ຮີບຮ້ອນລາຍງານຕໍ່ຄະນະສະເພາະກິດ ກໍຄືອົງການປົກຄອງທ້ອງຖິ່ນໃນຂັ້ນນັ້ນ ເພື່ອການຈັດຕັ້ງກ່ຽວຂ້ອງດັ່ງກ່າວ ມີວິທີການແກ້ໄຂ ໃຫ້ທັນການ.
ມອບໃຫ້ບັນດາກະຊວງ, ອົງການທຽບເທົ່າ,ອົງການປົກຄອງທ້ອງຖິ່ນ ແລະ ຄະນະສະເພາະກິດທຸກຂັ້ນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງ ຂອງແຕ່ລະບ່ອນ ແລະ ເຂັ້ມງວດ.
ຄືດັ່ງທີ່ຄະນະສະເພາະກິດ ໄດ້ຖະແຫຼງໃນຕອນເຊົ້າຂອງວັນທີ 30 ກັນຍາ 2021 ກ່ຽວກັບສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ປະເທດເຮົາ ເຫັນວ່າ ຕົວເລກການຕິດເຊື້ອ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ມີກໍລະນີການລະບາດໃນໂຮງງານ, ຊຸມຊົນທີ່ມີຄົນໜາແໜ້ນ ແລະ ຄອບຄົວ, ສະນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກອົງການຂອງພັກ, ລັດ, ທຸກການຈັດຕັ້ງ ແລະ ທຸກຄົນ ໃນສັງຄົມ ເປັນກຳລັງແຮງ ແລະ ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ຍົກສູງສະຕິຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນ ໃນການປະຕິບັດບັນດາມາດຕະການ ທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ, ເອົາຈິງເອົາຈັງ ແລະ ເຂັ້ມງວດ ຂຶ້ນກວ່າເກົ່າ ໂດຍສະເພາະ ມາດຕະການຫ້າມ ແລະ ຈໍາກັດ ທີ່ກ່າວມາຂ້າງເທິງ, ພ້ອມທັງ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ, ເຖິງແມ່ນວ່າ ບັນດາທ່ານ ຈະໄດ້ຮັບວັກຊີນປ້ອງກັນ COVID-19 ຄົບແລ້ວ ກໍ່ບໍ່ຄວນປະໝາດ ຫຼື ລະເຫຼີງ ເປັນອັນຂາດ ເພາະການໄດ້ຮັບວັກຊີນບໍ່ໝາຍຄວາມວ່າ ຈະສາມາດປ້ອງກັນການຕິດເຊື້ອໄດ້ 100%, ແຕ່ການໄດ້ຮັບວັກຊີນ ແມ່ນໝາຍເຖິງຊ່ວຍຫຼຸດຜ່ອນການຕິດເຊື້ອ ຫຼື ຖ້າຕິດເຊື້ອແລ້ວ ກໍ່ເຮັດໃຫ້ອາການບໍ່ຮຸນແຮງ. ຜູ້ທີ່ໄດ້ຮັບວັກຊີນປ້ອງກັນແລ້ວ ຍັງສາມາດຕິດ ແລະ ນຳເຊື້ອພະຍາດ ໄປແຜ່ໃສ່ຄົນອື່ນໄດ້ ເປັນຕົ້ນ ເດັກນ້ອຍ ແລະ ຜູ້ມີພະຍາດປະຈຳຕົວ ທີ່ຍັງບໍ່ທັນສາມາດຮັບວັກຊີນໄດ້ ຊຶ່ງຈະເຮັດໃຫ້ກຸ່ມຄົນເຫຼົ່ານັ້ນ ທີ່ພູມຄຸ້ມກັນອາດຈະບໍ່ສູງ ຄືກັນກັບຄົນທີ່ໄດ້ຮັບວັກຊີນ ມີຄວາມສ່ຽງສູງ ທີ່ຈະມີອາການຮຸນແຮງ, ທັງຈະເປັນສາເຫດ ເຮັດໃຫ້ພວກເຮົາບໍ່ສາມາດຄວບຄຸມການລະບາດໄວ້ໄດ້.
ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ທົ່ວສັງຄົມ ຖ້າຫາກພົບເຫັນການລະເມີດຂໍ້ຫ້າມ ແລະ ມາດຕະການຕ່າງໆ ທີ່ໄດ້ກ່າວມານັ້ນ ຈ່ົ່ງໄດ້ແຈ້ງອົງການປົກຄອງທ້ອງຖິ່ນ ກໍຄືຄະນະສະເພາະກິດ ເພື່ອມີມາດຕະການແກ້ໄຂ ຢ່າງທັນການ.