ຂ່າວດີຂອງແຂວງອຸດົມໄຊສາມາດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ດີແລະໄດ້ ອອກໂຮງຫມໍ ສາມກໍລະນີ6-7-8 ໃນນີ້ເພດຍິງ 2 ກໍລະນີ ແລະ ເພດຊາຍ 1 ກໍລະນີ ທັງສາມກໍລະນີຢູ່ບ້ານ ປາກແບງ,ເມືອງປາກແບງ,ແຂວງອຸດົມໄຊ ໄດ້ຢັ້ງຢືນຈາກໂຮງໝໍແຂວງໃຫ້ທັງສາມຄົນອອກໂຮງໝໍເພື່ອຕິດຕາມອາການຢູ່ເຮືອນ, ທັງສາມຄົນໄດ້ສະແດງຄວາມຂອບໃຈມາຍັງຄະນະແພດປິ່ນປົວຢູ່ໂຮງໝໍແຂວງອຸດົມໄຊທີ່ໄດ້ທຸ່ມເທກຳລັງກາຍກຳລັງໃຈເອົາໃຈໃສ່ເຂົ້າໃນການປິ່ນປົວຄົນເຈັບທີ່ຕິດເຊືິ້ອຈົນຫາຍດີ ປັດຈຸບັນພວມປິ່ນປົວອີກ1ກໍລະນີ ເປັນກໍລະນີທີ່9ຂອງແຂວງອຸດົມໄຊຫວັງວ່າອີກບໍ່ດົນຄົງຈະຫາຍດີແລະອຸດົມໄຊເຮົາຈະກັບຄືນສູ່ສະພາບປົກກະຕິໃນໄວໆນີ້.ຂໍໃຫ້ທຸກຄົນຮ່ວມແຮງຮ່ວມໃຈກັນປ້ອງກັນແລະແກ້ໄຂການລະບາດຂອງພະຍາດໂຄວິດ-19.

Loading...