2 ວັນ ມີຜູ້ເສຍຊີວິດຈາກອຸບັດຕິເຫດແລ້ວ 13 ຄົນ

ກົມຕໍາຫຼວດຈາລະຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໃນວັນທີ 14-15 ເມສາ 2023 ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 139 ຄັ້ງ; ເຮັດໃຫ້ພາຫະນະເປເພທັງໝົດ 250 ຄັນ, ຄົນໄດ້ຮັບບາດເຈັບ 254 ຄົນ ແລະ ເສຍຊີວິດ 13 ຄົນD ແຂວງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ປະກອບມີ: ແຂວງຈໍາປາສັກ ອຸບັດຕິເຫດເກີດຂຶ້ນ 19 ຄັ້ງ, ນະຄອນຫຼວງວຽງຈັນ 15 ຄັ້ງ, ແຂວງວຽງຈັນ 14 ຄັ້ງ, ສ່ວນແຂວງທີ່ມີຜູ້ເສຍຊີວິດຫຼາຍກວ່າໝູ່ປະກອບມີ: ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ແຂວງລະ 3 ຄົນ, ແຂວງຈຳປາສັກ 2 ຄົນ, ແຂວງບໍ່ແກ້ວ, ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງໄຊສົມບູນ, ແຂວງວຽງຈັນ, ເສຍຊີວິດຈາກອຸບັດຕິເຫດແຂວງລະ 1 ຄົນ.

ອຸບັດຕິເຫດ ເກີດຂຶ້ນຫຼາຍ ແມ່ນຍ້ອນບ່ໍ່ເອົາໃຈໃສ່ ປະຕິບັດກົດລະບຽບ

ຈະລາຈອນຢ່າງເຂັ້ມງວດ, ເຊັ່ນ: ມີການດື່ມສິ່ງມືນເມົາແລ້ວບໍ່ຂັບຂັບລົດ, ຂັບຂີ່ລົດໄວເກີນກຳນົດ, ຂັບລົດລ່ວງ ປ້າຍຫ້າມ, ລ່ວງໄຟອໍານາດ, ຂັບຂີ່ບໍ່ຖືກກັບຊ່ອງທາງຈະລາຈອນ, ການຮັກສາໄລຍະຫ່າງຂອງລົດ, ຍັງມີການລົມ ຫຼື ຫຼິ້ນໂທລະສັບໃນເວລາຂັບຂີ່, ແຊງຂຶ້ນໜ້າບໍ່ຮັບປະກັນ, ໃຫ້ກຽດເຊິ່ງກັນແລະກັນ ແລະ ອື່ນໆ.

 

Loading...