ຕອນບ່າຍວັນທີ 28 ມິຖຸນານີ້, ປະມຸກລັດສອງປະເທດຈີນແລະຣັດເຊຍໄດ້ພົບປະກັນໂດຍຜ່ານທາງວິດີໂອ ແລະ ໄດ້ອອກຖະແຫຼງການຮ່ວມ ໂດຍໄດ້ຕົກລົງເຫັນດີຢ່າງເປັນທາງການໃຫ້ຕໍ່ອາຍຸ “ສົນທິສັນຍາມິດຕະພາບແລະການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນລະຫວ່າງຈີນແລະຣັດເຊຍ”. ໃນວິດີໂອ, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍມີຄວາມຍິ້ມແຍ້ມແຈ່ມໃສ, ໂບກມືຖາມສະບາຍດີທ່ານປະທານສີຈິ້ນຜິງ. ນະໂອກາດນີ້, ທ່ານປູຕິນກໍໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນຕໍ່ວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ […]