ໃນວັນທີ 11 ກຸມພາ 2021 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຊີ້ນໍາ ວຽກງານສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ແລະ ວຽກງານ ການຈັດຕັ້ງປະຕິບັດ ຍົກລະດັບເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງປາກລາຍເຊິ່ງໄດ້ລົງຊຸກຢູ້ວຽກງານດັ່ງກ່າວຢູ່ 2 ບ້ານຄື: ບ້ານເມືອງວາ ແລະ ບ້ານໃຫຍ່ພັດທະນາບວມເລົາ-ຜ່າແກ້ວ ເມືອງປາກລາຍ, ເຂົ້າຮ່ວມມີ ທ່ານ ກອງສີ ວົງສີ ເຈົ້າເມືອງ ພ້ອມດ້ວຍການນໍາຂອງເມືອງ ອໍານາດການປົກຄອງບ້ານພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ທ່ານ ນາຍບ້ານເມືອງວາ ແລະ ບ້ານໃຫຍ່ພັດທະນາບວມເລົາ-ຜ່າແກ້ວ ກໍ່ໄດ້ລາຍງານການກະກຽມຄວາມພ້ອມວຽກງານຕ່າງໆ, ໂດຍສະເພາະ ວຽກງານການເລືອກຕັ້ງແມ່ນໄດ້ເຂົ້າຮວ່ມຊຸດອົບຮົມ ແລະ ເຊື່ອມຊືມບັນດາເອກະສານກ່ຽວກັບການເລືອກຕັ້ງ, ເກັບກໍາສະຖິຕິຈໍານວນພົນຜູ້ມີສິດປ່ອນບັດເລືອກຕັ້ງ, ບ້ານເມືອງວາມີຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ທັງໝົດ1.143 ຄົນ, ຍິງ 580 ຄົນ ໃນນີ້ມີໜ້າຕົວຈິງ 884 ຄົນ, ຍິງ 440 ຄົນ, ໄປອອກແຮງງານ, ສຶກສາຮໍ່າຮຽນຢູ່ທ້ອງຖິ່ນອື່ນ 186 ຄົນ, ຍິງ 109 ຄົນ ແລະ ບ້ານໃຫຍ່ພັດທະນາບວມເລົາ-ຜ່າແກ້ວມີຜູ້ມີສິດປອ່ນບັດ 2.929 ຄົນ, ຍິງ 1.347 ຄົນ ໃນນັ້ນມີໜ້າຕົວຈິງ 2.619 ຄົນ, ຍິງ 1.347 ຄົນ, ໄປສຶກສາຮໍ່າຮຽນ ແລະ ອອກແຮງງານຢູ່ທ້ອງຖິ່ນອື່ນ 310 ຄົນ, ຍິງ 160 ຄົນ ນອກຈາກນັ້ນກໍ່ຍັງໄດ້ຍົກໃຫ້ເຫັນ, ວຽກງານການຈັດຕັ້ງປະຕິບັດຍົກລະດັບເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວຽກງານການຜະລິດຂອງພໍ່ແມ່ປະຊາຊົນພາຍໃນບ້ານຕື່ມອີກ ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ກໍ່ໄດ້ຮຽກຮ້ອງໃຫ້ການນໍາຂອງເມືອງ ແລະ ບ້ານຈົ່ງພ້ອມເອົາໃຈໃສ່ຕໍ່ວຽກງານການເລືອກຕັ້ງ, ເຮັດໃຫ້ການເລືອກຕັ້ງຄັ້ງນີ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ຮັກສາໃຫ້ໄດ້ຄວາມສະຫງົບປອດໄພຮອບດ້ານໃນມື້ເລືອກຕັ້ງ, ເອົາໃຈໃສ່ເຝົ້າລະວັງຢ່າງເຂັ້ມງວດຕໍ່ການລະບາດຂອງພະຍາດໂຄວິດ-19 ແລະ ປະຕິບັດຕາມມາດຕະການຕ່າງຢ່າງເຂັ້ມງວດ, ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນປູກພືດລະດູແລ້ງໃຫ້ຫຼາຍຢູ່ແຕ່ລະທ້ອງຖິ່ນທີ່ເຫັນວ່າມີຄວາມເໝາະສົມ ເພື່ອສ້າງເສດຖະກິດຄອບຄົວໃຫ້ມີການພັດທະນາດີຂຶ້ນເປັນກ້າວໆ ຈາກນັ້ນທາງທີມງານຂອງທ່ານເຈົ້າແຂວງ ແລະ ເມືອງກໍ່ໄດ້ໄປຢຽ້ມຢາມເບິ່ງໂຄງການກໍ່ສ້າງຂົວຂ້າມນໍ້າລາຍບ້ານບົວບານໂດຍແມ່ນທຶນຂອງພໍ່ແມ່ປະຊາຊົນ, ລານຕາກມັນແຫ້ງທຸລະກິດແບບຄອບຄົວທີ່ບ້ານໃຫຍ່ພັດທະນາບວມເລົາ-ຜາແກ້ວ ,ໂຮງງານຜະລິດແປ້ງມັນຕົ້ນ ແລະ ໂຮງງານຜະລິດປຸຍຂອງບໍລິສັດ ກ້າວໜ້າລາວຢູ່ບ້ານນໍ້າຊົ້ງຕື່ມອີກ.








