ໃນວັນທີ 24 ມິຖຸນາ 2021 ທີ່ເມືອງເຊໂປນ ໄດ້ມອບ-ຮັບຖາວອນໂຄງ ການກໍ່ ສ້າງເສັ້ນທາງພັດທະນາຊົນນະບົດ ເມືອງເຊໂປນ ແລະ ເມືອງນອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກ ໂຍທາທິການ ແລະຂົນສົ່ງ ແຂວງສະຫວັນນະເຂດ, ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆເຊໂປນ, ທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງໆນອງ, ມີຕາງໜ້າຜູ້ປະສານງານໂຄງການທາ່ນ ລາຍເນີ ຄູນເລີ ໂຄງການກໍ່ສ້າງເສັ້ນທາງເມືອງເຊໂປນ ແລະ ເມືອງນອງແຕ່ວັນທີ 1 ມັງກອນ 2019 ຫາ ທີ 30 ມິຖຸນາ 2020 ລວມ 18 ເດືອນ,ການກໍ່ສ້າງແມ່ນສຳເລັດຕາມຄາດ ໝາຍໂຄງການກໍ່ສ້າງເສັ້ນທາງແຕ່ແຍກ ທາງເລກ 9 ບ້ານດົງ ຫາ ບ້ານສະແລນ ໄດ້ກໍ່ສ້າງສຳເລັດ 100% ໂດຍແມ່ນໂຄງການພັດທະນາຊົນນະບົດ ໄລຍະທີ 1 ( RDP 1 ) ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກປະເທດເຢຍລະມັນທັງໝົດ 85% ໂດຍຜ່ານທະນາຄານເພື່ອການພັດທະນາ (KFW)ປະເທດເຢຍລະມັນ ແລະ ທຶນສົມທົບຂອງລັດຖະບານລາວ 15%ຄື: ກະຊວງ ຍທຂ 10% ແລະ ທຶນ ຍທຂ ແຂວງ 5%.ເສັ້ນທາງດັ່ງກ່າວມີຄວາມຍາວ 24 ກິໂລແມັດກວ່າ,ໃນນັ້ນເສັ້ນທາງປູຢາງ 2 ຊັ້ນທີ່ຜ່ານບ້ານຂອງພໍ່ແມ່ປະຊາ ຊົນແລະບ່ອນສູງຊັນ ມີຄວາມຍາວ 11ກິໂລແມັດກວ່າເສັ້ນທາງປູຫິນແຮ່ ຍາວ 11ກິໂລແມັດກວ່າ,ເສັ້ນທາງປູເບຕົງ 970 ແມັດ ກໍ່ສ້າງທໍ່ດາໂລ 12 ແຫ່ງ, ກໍ່ສ້າງທໍ່ຫຼ່ຽມ 08 ແຫ່ງ ທໍ່ກົມ 20 ແຫ່ງ ກໍ່ສ້າງຝາປີກໃສ່ທໍ່ເກົ່າ 29 ແຫ່ງ,ສ້ອມ ແປງຂົວຈົມທີ່ເປ່ເພ 15ແຫ່ງ,ກໍ່ສ້າງຂົວຈົມ 1 ແຫ່ງ, ນອກນັ້ນທາງໂຄງການຍັງໄດ້ກໍ່ສ້າງທາງເຂົ້າໂຮງຮຽນ,ເຮືອນຄົວແລະສ້ອມແປງຫຼັງຄາໂຮງຮຽນປະຖົມຕື່ມອີກ3 ແຫ່ງ ລວມມູນຄ່າໃນການກໍ່ສ້າງທັງໝົດ 24.040.332.004ກີບໂດຍແມ່ນບໍລິສັດPMS ກໍ່ສ້າງຂົວທາງຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ.
Loading...