ກຳລັງຊາວໜຸ່ມ, ກຳມະບານ ແລະ ແມ່ຍິງ 3 ພາກສ່ວນຂອງອົງການຈັດຕັ້ງ ຄື: ພະແນກຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຫ້ອງວ່າການແຂວງ ແລະ ນັກສຶກສາ-ຄູອາຈານ ຈາກໂຮງຮຽນເຕັກນິກວິຊາຊີບ ແບບປະສົມແຂວງສາລະວັນ ສ້າງຂະບວນການອອກແຮງງານອະນາໄມສະຖານທີ່ທ່ອງທ່ຽວ ຕາດເລາະ ໃຫ້ມີຄວາມສະອາດ, ສວຍ ງາມ ເພື່ອແນໃສ່ຮອງຮັບໃຫ້ແກ່ການທ່ອງທ່ຽວ ກັບມາມີບັນຍາກາດຄຶກຄຶ້ນ ອີກຄັ້ງ.
ທ່ານ ບຸນກອງ ເກດທອງຄຳ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສາລະວັນ ໃຫ້ສຳພາດວ່າ: ການສ້າງຂະບວນການອະນາໄມສະຖານທີ່ທ່ອງທ່ຽວ ຕາດເລາະ ໃນຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ມີຄວາມສະອາດ, ສວຍງາມ ແລະ ໜ້າທ່ຽວຊົມ, ທັງເປັນການປັບປຸງສະຖານທີ່, ອະນາໄມ, ເອື້ອອຳ ນວຍຄວາມສະດວກ ເພື່ອກະ ກຽມຕ້ອນຮັບນັກທ່ອງທ່ຽວ ໃນໄລຍະຟື້ນຟູການທ່ອງທ່ຽວຂອງແຂວງສາລະວັນ ກັບມາມີບັນ ຍາກາດຄຶກຄື້ນ ອີກຄັ້ງ. ເຊີ່ງໄດ້ນໍາໃຊ້ກຳລັງແຮງງານຂອງພະນັກ ງານລັດຖະກອນ, ນັກສຶກສາ ກໍ່ຄືກຳລັງຂອງກຳມະບານ, ຊາວໜຸ່ມ ແລະ ແມ່ຍິງ ຈາກ 3 ພາກສ່ວນອົງການຈັດຕັ້ງ ເກືອບ 100 ຄົນ ເປັນຕົ້ນ: ປັດກວາດໃບໄມ້, ຕັດຖ່າງ ກິ່ງງ່າໄມ້, ພຸ່ມໄມ້, ເກັບສິ່ງເສດເຫຼືອຕ່າງໆ ແລະ ຂົນຫີນ. ເຊີ່ງອະນາໄມ ຢູ່ໃນຂອບເຂດອ້ອມບໍລິເວນ, ທາງຍ່າງ ແລະ ຈຸດບ່ອນນັ່ງພັກຜ່ອນ, ຈຸດທາງຍ່າງເຂົ້າຊົມຕາດ.
ທ່ານ ສິດທິເດດ ຈັນທະບຸດດີ ຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ ໃຫ້ສຳພາດອີກວ່າ: ຂະບວນການດັ່ງກ່າວແມ່ນໄດ້ນຳໃຊ້ແຮງງານນັກສຶກສາ ອະນາໄມສະຖານທີ່ດັ່ງກ່າວຢ່າງເປັນຂະບວນ ເຊັ່ນດຽວກັບກັບປີຜ່ານມາ, ທັງມີສ່ວນ ຮ່ວມໃນການສ້າງສິ່ງເອື້ອອຳນວຍຄວາມສະດວກ ເປັນຕົ້ນ: ສ້າງຂົວໄມ້ເຂົ້າທ່ຽວຊົມ ນ້ຳຕົກຕາດ ແລະ ມີຄວາມກຽມພ້ອມ ໃນການປະກອບສ່ວນ ເພື່ອເຮັດໃຫ້ຂະ ບວນການຕ່າງໆ ມີຄວາມຟົດຟື້ນ. ເຊີ່ງນອກຈາກອະນາໄມສະຖານ ທີ່ທ່ອງທ່ຽວແລ້ວ ຍັງໄດ້ອະນາໄມຂອບເຂດອ້ອມຮອບໂຮງຮຽນ, ບ້ານ ແລະ ສະຖານທີ່ອື່ນໆ ຕາມເງື່ອນໄຂ.
ຂະບວນການດັ່ງກ່າວ ຈັດຂຶ້ນໃນວັນທີ 2 ກຸມພາ 2022, ໂດຍການເຂົ້າຮ່ວມນຳພາ ແລະ ຕິດຕາມຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກ ງານວັດທະນະທຳ-ສັງຄົມ, ມີທ່ານຮອງຫົວໜ້າພະແນກ ຖວທ ແຂວງ, ຕາງໜ້າ 3 ພາກສ່ວນ ແລະ ສະມາຊິກກຳມະບານ, ຊາວ ໜຸ່ມ, ແມ່ຍິງ, ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ
ຂ່າວ-ພາບ: ວິໄລວອນ ສິດທິໄຊ
May be an image of 9 people, people standing, outdoors and tree
Loading...