ໃນຕອນບ່າຍ ວັນທີ 12 ສິງຫາ 2021 ທີ່ີສຳນັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະລະບາດ ຂອງພະຍາດໂຄວິດ-19 ໄດ້ໃຫ້ກຽດຮັບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອປະກອບສ່ວນ ໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາໂຄວິດ-19 ຈາກ 3 ພາກສ່ວນ, ໂດຍມີຄະນະສະເພາະກິດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພາກສ່ວນທີ່ນຳເງິນ ແລະ ເຄື່ອງມາມອບຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ບໍລິສັດ ຕັນຈົງມໍເຕີລາວ ຈຳກັດ ມອບລົດຕູ້ 12 ບ່ອນນັ່ງ ຈຳນວນ 01 ຄັນ, ມູນຄ່າ 29.800 ໂດລາ; ບໍລິສັດ ທີ່ປຶກສາ ເພື່ອການລົງທຶນ ມອບເງິນສົດ ຈຳນວນ 10.000 ໂດລາ; ແລະ ຄອບຄົວປ້າ ວັນດີ ທຳມະສິດ ມອບເງິນສົດ ຈຳນວນ 70 ລ້ານກີບ; ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ໄດ້ກ່າວສະແດງຄວາມຂອບໃຈ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາພາກສ່ວນ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ຊຶ່ງສະແດງເຖິງ ຄວາມເສຍສະຫຼະ, ຄວາມຕື່ນຕົວສະໝັກໃຈ, ຄວາມເປັນຫ່ວງເປັນໄຍ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມສາມັກຄີເປັນເອກະພາບ, ຄວາມເປັນແບບຢ່າງທີ່ດີ ໃຫ້ແກ່ສັງຄົມ, ທັງເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງ ແກ່ລັດຖະບານ, ພະນັກງານແພດໝໍ, ເຈົ້າໜ້າທີ່ກ່ຽວຂ້ອງ ໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19. ນອກຈາກນີ້, ທ່ານຫົວໜ້າຄະນະສະເພາະກິດ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເຄື່ອງ ແລະ ເງິນຊ່ວຍເຫຼືອດັ່ງກ່າວ ໃຫ້ຖືກກັບຈຸດປະສົງເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.
ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ໃນໂລກ ກໍ່ຄືພາຍໃນ ສປປ ລາວ, ລວມທັງ ຄວາມຄືບໜ້າການແກ້ໄຂ, ຂໍ້ຄົງຄ້າງ-ສິ່ງທ້າທາຍ ທີ່ພວກເຮົາກຳລັງປະເຊີນ. ເຖິງຢ່າງໃດກໍ່ດີ, ລັດຖະບານ ກໍ່ຍັງເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈສູງ ແລະ ເປັນເອກະພາບ ບວກກັບທ່າແຮງທາງດ້ານບົດຮຽນ, ປະສົບການ, ມູນເຊື້ອອັນດີງາມ, ຄວາມສາມັກຄີເປັນປຶກແຜ່ນ ຂອງປວງຊົນລາວທັງຊາດ ແລະ ການຊ່ວຍເຫຼືອ ຂອງບັນດາປະເທດເພື່ອນມິດ ຈະເຮັດໃຫ້ພວກເຮົາ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເອົາຊະນະ ເຊື້ອພະຍາດທີ່ຮ້າຍກາດດັ່ງກ່າວນີ້ ໄດ້.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ






