ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 29 ເມສາ 2022, 3 ອົງ ການຈັດຕັ້ງມະຫາຊົນຂອງ ກະ ຊວງການຕ່າງປະເທດ ນໍາໂດຍ ທ່ານ ນ. ໄກມະນີ ອໍລະບູນ, ປະ ທານຄະນະບໍລິຫານງານສະຫະ ພັນແມ່ຍິງກະຊວງການຕ່າງປະ ເທດ (ສຍລ ຕປທ), ທ່ານ ຄໍາໄພ ພັນທອງດີ, ຮອງປະທານຄະນະບໍລິຫານງານສະຫະພັນກຳມະ ບານ ແລະ ທ່ານ ມິຖຸນາ ສຸກທຳມະວົງ, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ຕປທ ໄດ້ນຳ ພາຄະນະໄປມອບເຄື່ອງຊ່ວຍ ເຫຼືອໃຫ້ແກ່ສະຫະພັນແມ່ຍິງ ແລະ ອຳນາດການປົກຄອງເມືອງສັງທອງ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນ ແລະ ຄອບຄົວທີ່ຍັງມີຄວາມຫຍຸ້ງຍາກ-ຂາດເຂີນ.
ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ ເຄື່ອງຕ້ານພະຍາດໂຄວິດ-19 (ສະບູລ້າງມື, ໜ້າກາກອັດປາກ- ດັງ ແລະ ເຄື່ອງວັດແທກອຸນ ນະພູມ) ແລະ ອຸປະກອນສົ່ງເສີມການພັດທະນາຂອງເດັກນ້ອຍ ຈຳນວນໜຶ່ງ.
ໃນພິທີມອບ-ຮັບເຄື່ອງຊ່ວຍ ເຫລືອ ພາຍຫລັງທີ່ ທ່ານ ນ. ເກສອນ ຂວັນພະໄຊ, ປະທານສະຫະພັນແມ່ຍິງເມືອງສັງທອງ ໄດ້ກ່າວຈຸດປະສົງ ແລະ ແຈ້ງສະພາບໂດຍຫຍໍ້ ໃຫ້ຊາບແລ້ວ; ທ່ານ ນ. ໄກມະນີ ອໍລະບູນ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນ ກ່າວມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ລຸນທອງ ບຸນມະນີ, ຮອງເລຂາພັກເມືອງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ໂດຍມີຄະນະບໍລິຫານງານສະຫະພັນແມ່ຍິງ, ກຳມະ ບານ, ຊາວໜຸ່ມ ແລະ ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ; ສະຫະພັນແມ່ຍິງເມືອງ, ຜູ້ຕາງ ໜ້າຈາກອົງການຈັດຕັ້ງກຳມະ ບານ, ຊາວໜຸ່ມເມືອງ, ຄະນະພັກ ແລະ ຫ້ອງການປົກຄອງເມືອງສັງທອງ ເຂົ້າຮ່ວມເປັນສັກຂີພະ ຍານ.
ກິດຈະກຳມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ ແມ່ນໜຶ່ງໃນກິດຈະກຳສະເຫຼີມສະຫລອງວັນແມ່ຍິງສາກົນ (8 ມີນາ) ຄົບຮອບ 112 ປີ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ, ເຊິ່ງສະຫະພັນແມ່ຍິງກະຊວງ ໂດຍສົມທົບກັບອົງການຈັດຕັ້ງກຳມະບານ ແລະ ຊາວໜຸ່ມ ຍັງຈະສືບຕໍ່ເຄື່ອນໄຫວ ເພື່ອນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ພາກສ່ວນຕ່າງໆ ທັງຢູ່ນະຄອນຫວງວຽງຈັນ ແລະ ບັນດາແຂວງຕ່າງໆຕື່ມອີກໃນຕໍ່ໜ້າ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ