ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 3 ມີນາ 2022, ເສັ້ນທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ພໍດີຄົບ 3 ເດືອນ, ຕະຫຼອດໄລຍະດັ່ງກ່າວ ໄດ້ມີລົດໄຟຂົນສົ່ງສິນຄ້າທັງໝົດ 1500 ຂະບວນ, ໂດຍໄດ້ຂົນສົ່ງສິນຄ້າໄດ້ 1,1 ລ້ານໂຕນ, ໃນນັ້ນ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນລະຫວ່າງຈີນ-ລາວມີ 350 ກວ່າຂະບວນ, ໂດຍຂົນສົ່ງສິນຄ້າໄດ້ທັງໝົດຫຼາຍກວ່າ 250.000 ໂຕນ, ຕົ້ນທຶນທີ່ຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນຫານະຄອນຄຸນໝິງຈີນໄດ້ຫຼຸດລົງ 40% – 50%. ໃນຂະນະດຽວກັນ, ຕົ້ນທຶນທີ່ຂົນສົ່ງສິນຄ້າພາຍໃນປະເທດລາວກໍ່ໄດ້ຫຼຸດລົງ 20% – 40%.
ນອກນີ້, ຢູ່ຕາມເສັ້ນທາງລົດໄຟຈີນ-ລາວຍັງໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 1,7 ລ້ານກວ່າເທື່ອຄົນ, ໃນນັ້ນ, ການຂົນສົ່ງຜູ້ໂດຍ ສານຢູ່ພາຍໃນປະເທດຈີນມີເຖິງ 1,55 ລ້ານເທື່ອຄົນ; ຢູ່ຕອນທາງປະເທດລາວໄດ້ຂົນສົ່ງຜູ້ໂດຍ ສານເພີ່ມຂຶ້ນຢ່າງໝັ້ນທ່ຽງ, ລວມທັງໝົດໄດ້ຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 150.000 ເທື່ອຄົນ, ໃນມື້ທີ່ມີຜູ້ໂດຍສານຫຼາຍທີ່ສຸດ ໄດ້ຂົນສົ່ງຜູ້ໂດຍສານໄດ້ 2800 ກວ່າ ຄົນ.