ລະຫວ່າງວັນທີ 4-5 ເມສາ 2022 ນີ້ ຢູ່ທີ່ຫ້ອງວ່າການແຂວງເຊກອງ ກົມພັດທະນາຊົນນະບົດ ລະ ສະຫະກອນ ກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບ ອົງການສະຫະພັນສະຫະກອນ ແລະໄຮໄຟເຊີນ ແຫ່ງເຢຍລະມັນ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນ ວຽກງານກຸ່ມການຜະລິດກະສິກຳ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນສົ່ງ ລຳມະຍົດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ, ໂດຍມີຜູ້ຕາງໜ້າພະແນກກະສິກຳ ແລະ ປ່າໄມ້, ຕາງໜ້າກຸ່ມຜະລິດກະສິກຳ ແລະ ຂະແໜງການກ່ຽວຂ້ອງ 3 ແຂວງພາກໃຕ້ຄື: ແຂວງເຊກອງ, ສາລະວັນ ແລະ ແຂວງອັດຕະປືເຂົ້າຮ່ວມ.
ທ່ານ ບຸນສົງ ລຳມະຍົດ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງເຊກອງ ກ່າວໃນກອງປະຊຸມວ່າ: ການຈັດກອງປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນຂອງກຸ່ມການຜະລິດກະສິກຳ 3 ແຂວງຄັ້ງນີ້ ເພື່ອເປັນການຍົກສູງ ແລະ ເສີມຂະຫຍາຍໃຫ້ບັນດາກຸ່ມການຜະລິດກະສິກຳໃນ 3 ແຂວງໃຫ້ມີຄວາມຮູ້ ແລະເຂົ້າໃຈຕໍ່ຄວາມສຳຄັນຂອງວຽກງານຂະບວນການສ້າງຕັ້ງເປັນສະຫະກອນໃນອານາຄົດ ເຊິ່ງຜູ້ແທນກອງປະຊຸມຈະໄດ້ ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນໃນການສ້າງຄວາມເຂົ້າໃຈຕໍ່ວຽກງານດັ່ງກ່າວ. ພ້ອມທັງນຳສະເໜີກ່ຽວກັບການພັດທະນາ ແລະ ແຜນທິດທາງໃນການສົ່ງເສີມບັນດາກຸ່ມ ແລະສະຫະກອນ. ຊຶ່ງປະຈຸບັນລັດຖະບານ ກໍ່ໄດ້ປະກາດໃຊ້ຢ່າງເປັນທາງການສຳລັບດຳລັດ ວ່າດ້ວຍກຸ່ມ ແລະສະຫະກອນ ສະບັບເລກທີ 606/ລບ, ລົງວັນທີ 26 ພະຈິກ 2020 ທີ່ເປັນດຳລັດສະເພາະໄດ້ເວົ້າເຖິ່ງອົງການຈັດຕັ້ງຂອງຊາວກະສິກອນລາວໃນຂອບເຂດທົ່ວປະເທດ, ໂດຍມີຈຸດປະສົງໃຫ້ມີການຈັດຕັ້ງຮ່ວມຕົວກັນ, ໃນການຈັ້ດຕັ້ງເປັນກຸ່ມຫຼືເປັນສະຫະກອນການຜະລິດກະສິກຳດ້ວຍຫຼາຍຮູບແບບ ເພື່ອຊ່ວຍແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ມາຮອດປະຈຸບັນ ອີງຕາມການປະເມີນຜົນຂອງການຈັດຕັ້ງປະຕິບັດວຽກງານຂອງກຸ່ມເປົ້າໝາຍ ແລະສະຫະກອນເຫັນວ່າ ຊາວກະສິກອນສ່ວນຫຼາຍມີຄວາມຕື່ນຕົວ,ເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳ ກໍ່ຄືຕໍ່ອຸດົມການຂອງສະຫະກອນ ທີ່ເປັນລະບົບກົນໄກໜຶ່ງທີ່ສາມາດຊ່ວຍໃຫ້ເຂົາເຈົ້າໄດ້ຮັບຄວາມຍຸຕິທຳໃນການຜະລິດກະສິກຳ ແລະ ມີຄວາມຍືນຍົງທຽບເທົ່າກັບພາກສ່ວນເສດຖະກິດອື່ນໆໄດ້ໃນສັງຄົມ.
ຂ່າວ: ບູ້ສຸວັນ.
Loading...