ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມຕ້ອນຮັບ ທ່ານທູດແຟງລັງ ເຂົ້າຍື່ນສານຕາຕັ້ງ
ຕອນບ່າຍວັນທີ 05 ຕຸລາ 2021, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ຮ່າໂນ້ຍ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ ເກອີໂຈ ໂນແວນໂຕ (H.E. Mr. KeijoNorvanto) ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ແຟງລັງ ປະຈໍາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ໂດຍມີສຳນັກ ງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.


ຫລັງຈາກຍື່ນສານຕາຕັ້ງ, ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນຄຳຄິດຄຳເຫັນ ໂດຍ ທ່ານເອກອັກຄະລັດຖະທູດແຟງລັງ ໄດ້ສະແດງຄວາມຂອບໃຈຕໍ່ກັບການຕ້ອນ ຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງ ຜ່ານທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອຍື່ນຕໍ່ໄປຍັງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫລວງວຽງຈັນ ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19; ຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ແຟງລັງ ແລະ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂຶ້ນ.
ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ເກອີໂຈ ໂນແວນໂຕ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ແຟງລັງ ປະຈຳ ສປປ ລາວ; ສະແດງຄວາມຍິນດີ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ແຟງລັງ ທີ່ມີບາດກ້າວຂະຫຍາຍຕົວ ໂດຍທັງສອງຝ່າຍໄດ້ມີແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຈໍານວນໜຶ່ງໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ທ່ານ ແສງເພັດ ຮຸ່ງບຸນຍ່ວງ ຍັງໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫລືອດ້ານຕ່າງໆຈາກລັດຖະບານ ແລະ ປະຊາຊົນແຟງລັງ ທີ່ມອບໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການຮ່ວມມືກັນໃນຂະແໜງປົກປ້ອງໄພພິບັດທາງທຳມະຊາດໃນກອບ MRC, ການປົກປັກຮັກສາສິ່ງແວດລ້ອມ, ການສ້າງຄວາມເຂັ້ມແຂງດ້ານການບໍລິການແຜນທີ່ຢູ່ທາງພາກໃຕ້ຂອງ ສປປ ລາວ, ແຜນການນຳໃຊ້ພະລັງງານແບບຍືນຍົງ, ໂຄງການກົດໝາຍສາກົນ ແລະ ອື່ນໆ.
ທ່ານເອກອັກຄະລັດຖະທູດ ສປປ ລາວ ແລະ ທ່ານເອກອັກຄະລັດຖະທູດແຟງລັງ ໄດ້ເຫັນດີຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ກໍຄື ສອງສຳນັກງານຕາງ ໜ້າການທູດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ທັງສອງປະເທດ ໃຫ້ເພີ່ມສູງຂຶ້ນເລື້ອຍໆ.
ສປປ ລາວ ແລະ ສາທາລະນະລັດແຟງລັງ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນ ວັນທີ 21 ມັງກອນ 1975ໂດຍທີ່ ສປປ ລາວ ມີສະຖານທູດຕັ້ງຢູ່ ສະຕ໋ອກໂຮມ, ປະເທດຊູແອດ, ສ່ວນ ແຟງລັງ ແມ່ນມີສະຖານທູດຕັ້ງຢູ່ຮ່າໂນ້ຍ, ສສ ຫວຽດນາມ ເປັນຜູ້ວ່າການ.
ຂ່າວ, ພາບ: ສະຖານທູດລາວທີ່ຮ່າໂນ້ຍ