ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຈັດກິດຈະກໍາຂີ່ລົດຖີບທ່ຽວຊົມສະຖານທີ່ທ່ອງທ່ຽວຂອງເມືອງຈອມເພັດ


ວັນທີ່ 21 ມັງກອນ 2022 ນີ້ ຄະນະນຳພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ ໄດ້ຈັດພິທີຈັດກິດຈະກໍາຂີ່ລົດຖີບທ່ຽວຊົມສະຖານທີ່ທ່ອງທ່ຽວຂອງເມືອງຈອມເພັດ ເຊິ່ງເປັນເມືອງເປົ້າໝາຍຈຸດທ່ອງທ່ຽວສີຂຽວ ທີ່ອົງການປົກຄອງແຂວງໄດ້ກໍານົດເປັນການເປີດການທ່ອງທ່ຽວ ໄລຍະທີ່ 1. ມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ພ້ອມດ້ວຍການນຳຂອງແຂວງ-ເມືອງຈອມເພັດ, ຜູ້ປະກອບການທຸລະກິດທ່ອງທ່ຽວ ແລະສະມາຊິກສະມາຄົມຖີບລົດ ເຂົ້າຮ່ວມ. ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນກ່າວເປີດງານຄັ້ງນີ້ວ່າ: ໄລຍະຜ່ານມາກໍ່ຄືປະຈຸບັນ ແຂວງຫຼວງພະບາງ ໄດ້ປະສົບກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ວຽກງານທ່ອງທ່ຽວໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແຕ່ອົງການປົກຄອງແຂວງ ກໍ່ຄືພາກສ່ວນກ່ຽວຂ້ອງຂອງແຂວງ ໄດ້ສຸມໃສ່ແກ້ໄຂ ດ້ວຍການຫັນແນວທາງຈາກສູນກາງ ເປັນແຜນການຂອງທ້ອງຖີ່ນ ເພື່ອວາງມາດຄະການຄວບຄຸມ ສະກັດກັ້ນ ແລະແກ້ໄຂເປັນແຕ່ລະໄລຍະ ແນໃສ່ເຮັດໃຫ້ພາກທຸລະກິດ ການບໍລິການການທ່ອງທ່ຽວ ແລະປະຊາຊົນບັນດາເຜົ່າ ໄດ້ດຳລົງຊີວິດໃນສະພາບປົກກະຕິຮູບແບບໃໝ່, ທັງເປັນການຝື້ນຝູເສດຖະກິດ ທີ່ໄດ້ຮັບຜົນກະທົບໃນໄລຍະຜ່ານມາ ໃຫ້ຄ່ອຍກັບຄືນສູນການພັດທະນາດີຂື້ນ.
ຂະບວນຖີບລົດຄັ້ງນີ້ ໄດ້ເລີ້ມຈາກຕະຫຼາດຊຸມຊົນບ້ານຊຽງແມນ ໄປຕາມເສັ້ນທາງການທ່ອງທ່ຽວສີຂຽວ ຜ່ານວັດຊຽງແມນ, ວັດຈອມເພັດ, ວັດລ້ອງຄູນ, ວັດຖໍ້າສັກກະລິນ, ວັດຫາດສ້ຽວ, ວັດໜອງສະແກ້ວ ໂດຍມີການທ່ຽວຊົມ ແລະຮັບຟັງການບັນຍາຍປະຫວັດຂອງວັດ ໂດຍຫຍໍ້ ຈາກນັ້ນໄດ້ເດີນທາງໄປບ້ານຈ່ານເໜືອ ເຂົ້າຊົມສູນຫັດຖະກໍາເຄື່ອງປັ້ນດິນເຜົາ ແວ່ຊົມຂົວ(ຂົວອູ່) ຂ້າມນໍ້າຈ່ານ. ສໍາລັບກິດຈະກໍາຖີບລົດ ຄັ້ງຕໍ່ໄປຈະເລີ້ມຈາກນະຄອນ ຫຼວງພະບາງ ໄປຫາ ເມືອງປາກອູ ແລະເມືອງງອຍ ເພື່ອສ້າງໃຫ້ບັນຍາກາດການທ່ອງທ່ຽວ ຢູ່ແຂວງຫຼວງພະບາງມີຄວາມຄຶກຄື້ນ.