ວັນທີ 14 ເມສາ ປ 2022 ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ແລະ ບັນປະເທດໃກ້ຄຽງ ປະຈໍາວັນທີ 14 ເມສາ ປີ 2022.
ຕໍ່ໄປນີ້ ຂ້າພະເຈົ້າ ຈະຂໍລາຍງານ:
- ສະພາບການຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ບັນດາປະເທດໃກ້ຄຽງ
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:
- ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 501,827,559 (957,690 ໃໝ່),
- ເສຍຊິວິດທັງໝົດ 6,213,023 (2,549 ໃໝ່),
- ປີ່ນປົວຫາຍດີ 451,914,272 (925,829 ໃໝ່).
ສຳລັບ 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ
|
ປະເທດ | ກໍລະນີຕິດເຊື້ອ | ເສຍຊິວີດ | ||
ສະສົມທັງໝົດ | ໃໝ່ | ສະສົມທັງໝົດ | ໃໝ່ | ||
1 | ຫວຽດນາມ | 10,297,587 | +24,623 | 42,878 | +20 |
2 | ໄທ | 3,948,869 | +23,015 | 26,398 | +106 |
3 | ມຽນມາ | 612,460 | +54 | 19,434 | |
4 | ຈີນ | 168,362 | +1,513 | 4,638 | |
5 | ກໍາປູເຈຍ | 135,998 | +18 | 3,055 |
- ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 13 ເມສາ 2022 ໄດ້ກວດວິເຄາະທັງໝົດ 1,943 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 662 ຄົນ (ຕິດເຊື້ອພາຍໃນ 641 ຄົນ ແລະ ນໍາເຂົ້າ 21 ຄົນ). ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 198,980 ຄົນ, ອອກໂຮງໝໍວານນີ້ 483 ຄົນ, ກຳລັງປິ່ນປົວ 2,582 ຄົນ ແລະ ເສຍຊີວິດທັງໝົດ 709 ຄົນ (ເສຍຊີວິດໃໝ່ 2 ກໍລະນີ)
- ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 641 ຄົນ ແມ່ນມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງຕໍ່ໄປນີ້:
1 | ນະຄອນຫຼວງ | 403 | ຄົນ |
2 | ສະຫັວນນະເຂດ | 36 | ຄົນ |
3 | ຄໍາມ່ວນ | 32 | ຄົນ |
4 | ວຽງຈັນ | 23 | ຄົນ |
5 | ສາລະວັນ | 19 | ຄົນ |
6 | ຊຽງຂວາງ | 19 | ຄົນ |
7 | ຫຼວງພະບາງ | 17 | ຄົນ |
8 | ໄຊຍະບູລີ | 17 | ຄົນ |
9 | ຫົວພັນ | 14 | ຄົນ |
10 | ບໍລິຄໍາໄຊ | 12 | ຄົນ |
11 | ອຸດົມໄຊ | 10 | ຄົນ |
12 | ອັດຕະປື | 9 | ຄົນ |
13 | ຜົ້ງສາລີ | 8 | ຄົນ |
14 | ບໍ່ແກ້ວ | 7 | ຄົນ |
15 | ຈໍາປາສັກ | 6 | ຄົນ |
16 | ເຊກອງ | 5 | ຄົນ |
17 | ໄຊສົມບູນ | 3 | ຄົນ |
18 | ຫຼວງນໍ້າທາ | 1 | ຄົນ |
- ສໍາລັບການຕິດເຊື້ອນໍາເຂົ້າ ມີ 21 ຄົນ ຈາກ ຈໍາປາສັກ 09 ຄົນ, ນະຄອນຫຼວງ 08 ຄົນ, ແຂວງສະຫວັນນະເຂດ 01 ຄົນ, ບໍລິຄໍາໄຊ 01 ຄົນ ແລະ ຄໍາມ່ວນ 02 ຄົນ, ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
- ສ່ວນຜູ້ເສຍຊີວິດໃໝ່ 02 ຄົນ ຈາກນະຄອນຫຼວງ
ຂ້າພະເຈົ້າຂໍສະແດງຄວາມເສຍໃຈ ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
- ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
- ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
- ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
- ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
- ຢູ່ນະຄອນຫຼວງວຽງຈັນມີ ຄື :
- ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
- ໂຮງໝໍເມືອງ 9 ຕົວເມືອງ
- ສໍາລັບຈຸດບໍລິການນອກສະຖານທີ່ ແມ່ນພັກປີໃໝ່ (14-17 ເມສາ 2022)
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
- ປະຈຸບັນ ສະພາບການແຜ່ລະບາດຂອງພະຍາດ COVID-19 ໃນທົ່ວໂລກແມ່ນຍັງມີການຕິດເຊື້ອໃໝ່ເພີ້ມຂຶ້ນ ( ມຶ້ວານນີ້ ແມ່ນ ເກືອບ 1 ລ້ານຄົນ ໃນທົ່ວໂລກ), ແຕ່ ອັດຕາການເສຍຊິວິດທົ່ວໂລກແມ່ນຫຼຸດລົງ ເຮັດໃຫ້ຫຼາຍປະເທດເລີມຜ່ອນຜັນບາງມາດຕະການ ໂດຍການເປີດປະເທດ ຕ້ອນຮັບບັນດານັກທ່ອງທ່ຽວ ແລະ ຜູ້ເດີນທາງເຂົ້າປະເທດເປັນຈໍານວນຫຼາຍ ໂດຍບໍ່ໄດ້ກັກບໍລິເວນ ເຮັດໃຫ້ການເດີນທາງໄປມາຫາສູ່ຂອງຫຼາຍປະເທດ ໃນທົ່ວໂລກມີຄວາມສະດວກ ຂື້ນເທື່ອລະກ້າວ. ແລະ ສຳລັບ ສປປລາວ ກໍແມ່ນ ກະກຽມ ເປີດຮັບນັກທ່ອງທ່ຽວ ເຂົ້າມາໃນເຂດພື້ນທີ່ ທ່ອງທ່ຽວສີຂຽວ ໄລຍະ ທີ 2
- ສະຖານະການ ຢູ່ ສປປ ລາວ ມາຮອດມື້ນີ້ ກໍເຫັນວ່າຍັງມີການ ລາຍງານຕິດເຊື້ອໃໝ່ໃນແຕ່ລະວັນ ແລະ ມື້ນີ້ຖືວ່າ ເປັນອີກມື້ນຶ່ງທີ່ການຕິດເຊື້ອໃນທົວປະເທດ ຕໍ່າກວ່າ 1,000 ຄົນ, ແຕ່ຖ້າທຽບອັດຕາການຕີດເຊື້ອພະຍາດແມ່ນຍັງມີ ເປີເຊັນສູງຢູ່, ມື້ວານນີ້ ແຂວງທີ່ມີອັດຕາການຕິດເຊື້ອໃໝ່ສູງກວ່າໝູ່ ແມ່ນ ມີເຖິງ 83,33% (ສົມທຽບ ຈຳນວນໃຫ້ຜົນບວກ ກັບ ຈຳນວນຕົວຢ່າງທີ່ກວດ)
- ສໍາລັບ ສປປ ລາວ ເຮົາກໍ່ມີແຜນການກຽມເປີດປະເທດ ເຕັມຮູບແບບ, ຈະມີການຖະແຫຼງຂ່າວຢ່າງເປັນທາງການ ໃນໄວໆນີ້. ທຸກຄົນທີ່ຈະເດີນທາງເຂົ້າມາ ສປປ ລາວ ຕ້ອງໄດ້ກວດ RT-PCR ພາຍໃນ 72 ຊົ່ວໂມງ ກ່ອນການເດີນທາງ ເຊິງມາດຕະການດັ່ງກ່າວເຫັນວ່າມີຄວາມຈໍາເປັນ, ໃນກໍລະນີທີ່ເຄີຍຕິດເຊື້ອ ແລະ ປິ່ນປົວຄົບກໍານົດແລ້ວ ແມ່ນບໍ່ໃຫ້ກວດ RT-PCR ແຕ່ຕ້ອງມີໃບຢັ້ງຢືນຈາກແພດຢ່າງເປັນທາງການ.
- ສໍາລັບນັກທ່ອງທ່ຽວທີ່ເດີນທາງມາຮອດ ສປປ ລາວ ແລ້ວຕ້ອງໄດ້ກວດ RDT ໂດຍນຳໃຊ້ ເຄື່ອງກວດທີ່ອົງການອະນາໄມໂລກຮັບຮອງ, ໄລຍະເວລາລໍຖ້າຜົນກວດ ແມ່ນອີງໃສ່ຈຳນວນຜູ້ໂດຍສານທີ່ເຂົ້າມາ; ພ້ອມກັນນັ້ນ, ສະເໜີໃຫ້ ສະໜາມບິນ ແລະ ດ່ານພາກພື້ນດິນກະກຽມສະຖານທີ່ກວດ ແລະ ລະບົບການຈໍາກັດຂີ້ເຫຍື້ອແຍກເຊື້ອ, ຖ້າຜົນກວດ RDT ເປັນລົບ ບໍ່ໃຫ້ຈໍາກັດບໍລິເວນ, ແຕ່ຖ້າຜົນກວດ RDT ເປັນບວກ ຕ້ອງອີງໃສ່ກໍລະນີໜັກ ຫຼື ເບົາບາງ ເຊັ່ນ: ຖ້າກໍລະນີເບົາບາງໃຫ້ນໍາສົ່ງໄປໂຮງແຮມ ທີ່ກໍານົດໄວ້ ແຕ່ຖ້າກໍລະນີໜັກໃຫ້ນໍາສົ່ງໄປໂຮງໝໍທີ່ກໍານົດໄວ້; ສຳລັບຂັ້ນແຂວງ ແມ່ນນຳສົ່ງໂຮງໝໍແຂວງ, ຖ້າມີໂຮງໝໍເອກະຊົນທີ່ມີເງື່ອນໄຂປີ່ນປົວຄົນເຈັບໄດ້ ກໍ່ໃຫ້ໂຮງໝໍເອກະຊົນຊ່ວຍປີ່ນປົວ ຖ້າມີອາການໜັກ ແຂວງທີ່ບໍ່ມີເງື່ອນໄຂເຊີດຊູ ແມ່ນໃຫ້ນຳສົ່ງມາໂຮງໝໍສູນກາງ
- ບັນດາທ່ານທີ່ນັບຖື ປະຈຸບັນ ພົບວ່າ ຫຼາຍຄົນທີ່ຕິດເຊື້ອນັ້ນ ແມ່ນມີອາການສະແດງອອກ ຄ້າຍຄືໄຂ້ຫວັດ. ດັ່ງນັ້ນ, ຈຶ່ງຂໍໃຫ້ທຸກທ່ານ ໝັ່ນສັງເກດອາການຂອງຕົນເອງຢ່າງເປັນປະຈຳ ຖ້າມີອາການຜິດປົກກະຕິເມື່ອໃດ ໂດຍສະເພາະ ຜູ້ທີ່ມີອາຍຸຫຼາຍກວ່າ 60 ປີ, ຜູ້ທີ່ມີພະຍາດປະຈໍາຕົວ, ແມ່ຍິງຖືພາ ແມ່ນຕ້ອງຮີບຮ້ອນມາພົບແພດ ແລະ ເກັບຕົວຢ່າງກວດທັນທີ ເພື່ອຈະໄດ້ເຂົ້າຮັບການປິ່ນປົວຢ່າງທັນການ.
- ພ້ອມກັນນີ້ ສັງເກດເຫັນວ່າ ຫຼາຍຄົນທີ່ຕິດເຊື້ອ ແລະ ບໍ່ສະແດງອາການ ມີຄວາມຄິດວ່າ ການຕິດເຊື້ອພະຍາດໂຄວິດ ບໍ່ແມ່ນສິ່ງທີ່ໜ້າຢ້ານກົວ, ແຕ່ບໍ່ແມ່ນຄວາມຈິງ ເພາະທ່ານກໍາລັງເຂົ້າໃຈຜິດ ເມື່ອທ່ານຕິດເຊື້ອໂຄວິດ-19 ແລະ ປິ່ນປົວຫາຍດີ ອອກໂຮງໝໍໄປແລ້ວ ເຖິງວ່າໃນໄລຍະທໍາອິດ ບໍ່ສາມາດແຜ່ເຊື້ອໃຫ້ຄົນອື່ນໄດ້ກໍ່ຕາມ, ແຕ່ວ່າ ຜູ້ກ່ຽວສາມາດ ມີອາການຫຼົງເຫຼືອຢູ່ ເຖິງຈະປິ່ນປົວຫາຍດີແລ້ວກໍ່ຕາມ ເຊັ່ນ: ສຸຂະພາບປອດອ່ອນແອຊໍາເຮື້ອ, ບາງຄົນກິນເຂົ້າບໍ່ແຊບ-ນອນບໍ່ຫຼັບ ແບບບໍ່ເຄີຍເປັນມາກ່ອນ ຫຼື ຫຼາຍຄົນມີອາການເມື່ອຍງ່າຍ ແລະ ອື່ນໆ. ສະນັ້ນ, ການຕິດເຊື້ອໂຄວິດນີ້ ແມ່ນໄພຂົ່ມຂູ່ຕໍ່ສຸຂະພາບຢ່າງແທ້ຈິງ ທັງໃນໄລຍະທີ່ທ່ານກໍາລັງຕິດເຊື້ອ ແລະ ໃນໄລຍະຍາວ. ດ້ວຍເຫດນັ້ນ ພັກ-ລັດຖະບານ ຈຶ່ງມີຄວາມເປັນຫ່ວງເປັນໃຍທີ່ສຸດ ບໍ່ຢາກໃຫ້ປະຊາຊົນລາວທຸກຄົນຕິດເຊື້ອ ຫຼື ຖ້າມີການຕິດເຊື້ອ ກໍ່ໃຫ້ມີໜ້ອຍທີ່ສຸດ ພ້ອມທັງ ສົ່ງເສີມໃຫ້ທຸກຄົນເພິ່ມທະວີການປ້ອງກັນຕົນເອງຢ່າງເຂັ້ມງວດ ແລະ ໄປຮັບການສັກວັກຊິນເພື່ອເສີມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ.
- ຖ້າທ່ານໃດທີ່ກວດຫາເຊື້ອແບບໄວດ້ວຍຕົນເອງ ແລ້ວຂື້ນ 2 ຂີດ, ເຊິງການເບິ່ງແຍງຕົນເອງ ຫຼື ເບິງແຍງຄົນທີ່ທ່ານຮັກ ທີ່ຕິດເຊື້ອໂຄວິດ-19 ຢູ່ ເຮືອນນັ້ນ ທ່ານອາດຈະມີບາງຄໍາຖາມຢູ່ໃນໃຈ ເວລາໃດເຮົາຕ້ອງເບິ່ງແຍງເມື່ອມີເຫດການສຸກເສີນ, ໃຊ້ເວລາດົນເທົ່າໃດໃນການແຍກປ່ຽວປິ່ນປົວຕົນເອງ, ຈະເຮັດແນວໃດເພື່ອປ້ອງກັນບໍ່ໃຫ້ແຜ່ເຊື້ອ ແລະ ຈະເຮັດແນວໃດເພື່ອບໍ່ໃຫ້ບໍ່ມີຄວາມຕຶງຄຽດ, ຂ້າພະເຈົ້າຈະຂໍອະທິບາຍໃຫ້ບັນທ່ານຮັບຊາບວ່າ ຫຼາຍຄົນທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ມີອາການເບົາບາງແມ່ນປິ່ນປົວຫາຍດີກັບມາໃຊ້ຊິວິດປົກກະຕິໄດ້ ແມ່ນໃຊ້ເວລາເປັນອາທິດ ຫຼື ຫຼາຍກວ່ານັ້ນ ສໍາລັບການປິ່ນປົວກໍ່ແມ່ນປິ່ນປົວຕາມອາການ ເຊັ່ນ:
- ດື່ມນໍ້າໃຫ້ພຽງພໍ,
- ຖ້າທ່ານມີອາການປວດຕາມຕົນໂຕ ຫຼື ມີໄຂ້ ຕ້ອງກິນຢາລົດໄຂ້ຫຼືແກ້ປວດທັນທີ, ໄອກໍ່ກິນຢາດີໄອ
- ຕ້ອງພັກຜ່ອນໃຫ້ພຽງພໍ ຢ່າງຕໍ່າ 8-12 ຊົ່ວຕໍ່ມື້,
- ຖ້າທ່ານມີອາການຊຸດໂຊມລົງ ແມ່ນໃຫ້ໂທປຶກສາສາຍດ່ວນ 163/164
- ຖ້າທ່ານມີບັນຫາດ້ານສຸຂະພາບຈິດ ຫຼື ກົດດັນ, ກະວົນກະວາຍ ຄວນເບິ່ງແຍງຕົນເອງໂດຍການ ກິນອາຫານເພື່ອສຸຂະພາບທີ່ມີປະໂຫຍດ, ດື່ມນໍ້າໃຫ້ຫຼາຍ, ອອກກໍາລັງກາຍ, ບໍ່ດື່ມສິ່ງມຶນເມົາ ຫຼື ສູບຢາ, ນັ່ງສະມາທິ ຢືດເສັ້ນຢືດເອັນ, ແບ່ງປັນຄວາມຮູ້ສືກກັບບັນດາຄົນໃກ້ຊິດ, ເນັ້ນໜັກກິດຈະກໍາມ່ວນຊືນ, ຢຸດການເສບຂ່າວທາງສື່ອອນລາຍກ່ຽວກັບໂຄວິດ, ຖ້າຫາກອາການທ່ານຍັງບໍ່ດີຂື້ແມ່ນໃຫ້ໂທປືກສາ ແພດໝໍສະເພາະທາງຢູ່ໃກ້ບ້ານທ່ານ.
- ຄຽງຄູ່ກັນນັ້ນ, ສິ່ງສໍາຄັນອີກປະການໜຶ່ງທີ່ທ່ານຄວນປະຕິບັດ ກ່ອນອື່ນໝົດແມ່ນໃຫ້ ທ່ານ
- ໂທຫາ 163/164 ຫຼື ລົງທະບຽນຜ່ານມືຖື ເພື່ອແຈ້ງເຈົ້າໜ້າທີ່, ຕິດຕາມອາການ, ຂໍລະຫັດຄົນເຈັບ ແລະ ບໍ່ໃຫ້ປິດບັງເວລາເຈັບເປັນ ສາມາດເຂົ້າໄປປິ່ນປົວໃຫ້ທັນເວລາ, ບໍ່ໄດ້ເປີດເຜີຍຄວາມລັບຂອງທ່ານ
- ແຍກໂຕເອງອອກຈາກຄົນອື່ນໃນຄອບຄົວ ແລະ ບ່ອນເຮັດວຽກ
- ທ່ານ ສາມາດ ຕິດຕາມຕົນເອງຢູ່ເຮືອນໄດ້ ຖ້າຫາກ ທ່ານ ອາຍຸຕໍ່າກວ່າ 60 ປີ, ບໍ່ມີພະຍາດປະຈໍາໂຕ ແລະ ໄດ້ຮັບວັກຊິນຄົບລວມທັງເຂັມກະຕຸ້ນ
- ເປີດປະຕູປ່ອງຢ້ຽມຫ້ອງນອນ ເພື່ອໃຫ້ອາກາດຖ່າຍເທ ແລະ ໝູນວຽນດີ
- ບໍ່ໃຊ້ເຄື່ອງຮ່ວມກັນ, ລວມທັງໂທລະສັບມືຖື ຮ່ວມກັບຜູ້ອື່ນ. ກຳນົດເວລາຕິດຕາມປິ່ນປົວໂຕເອງຢູ່ເຮືອນ
- ໄລຍະການຕິດຕາມປິ່ນປົວຕົນເອງຢູ່ເຮືອນ:
- ໃຫ້ຕິດຕາມປິ່ນປົວຕົນເອງ ຢູ່ເຮືອນໃຫ້ຄົບ 10 ວັນ ນັບແຕ່ມື້ເລີ້ມມີຜົນກວດ 02 ຂີດ , ຖ້າຫາກທ່ານບໍ່ມີອາການຫັຍງກໍ່ເຄື່ອນໄຫວປົກກະຕິໄດ້
- ແຕ່ຖ້າຫາກພາຍຫຼັງຕິດຕາມປິ່ນປົວ ຄົບ 10 ວັນ ຫາກຍັງມີອາການ ໄອ ເຈັບຄໍ ແລະ ອື່ນໆ ແມ່ນໃຫ້ ຕິດຕາມຕື່ມອີກ 03 ວັນ ລວມເປັນ 13 ວັນກໍ່ເຄື່ອນໄຫວປົກກະຕິໄດ້
- ມາຮອດມື້ນີ້ອັດຕາການ ສັກວັກຊີນ ໃນທົວປະເທດ ມີດັ່ງນີ້:
- ກຸ່ມອາຍຸ 6-11 ປີ ເຂັ້ມ 1 ສັກໄດ້ 69,6 %, ເຂັ້ມ 2 ສັກໄດ້ 21,6%.
- ກຸ່ມອາຍຸ 12-17 ປີ ເຂັ້ມ 1 ສັກໄດ້ 73,6% ແລະ ເຂັ້ມ 2 ສັກໄດ້ 56,2 %.
- ທົ່ວປະເທດ ເຂັມທີ 1 ສັກໄດ້ 5,732,256 (ອັດຕາປົກຄຸມ 78.12%) ແລະ ທຸກເຂັມທີ່ແນະນໍາ 4,727,576 (ອັດຕາປົກຄຸມ 64,43%). ແລະ ເຂັ້ມກະຕຸ້ນ ສັກໄດ້ 18,3%.
- ເນື່ອງໃນໂອກາດບຸນກຸດສົງການປີໃໝ່ ລາວ ພສ 2565 ຕ່າງໜ້າຄະນະສະເພາະກິດ, ການນໍາກະຊວງສາທາລະນະສຸກຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານ ພ້ອມດ້ວຍຄອບຄົວ ຍາດຕິພີ່ນ້ອງ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຄວາມສຸກຄວາມຈະເລີນ ທັງກາຍ ແລະ ໃຈ ໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສໍາເລັດໃນໜ້າທີການງານ ທີ່ທ່ານຮັບຜິດຊອບ, ສໍາລັບ ທ່ານທີ່ຈະເດີນທາງ ໄປຖິ່ນຖານບ້ານເກີດເມືອງນອນ ກໍ່ຂໍໃຫ້ເດີນທາງ ໄປ ແລະ ກັບ ດ້ວຍ ຄວາມສະຫວັດດີພາບ, ແລະ ຂໍໃຫ້ທຸກຄົນມີຄວາມສຸກາຍສະບາຍໃຈ ປັດສະຈາກໂລກໄພໄຂ້ເຈັບ ແລະ ປອດໄພຈາກພະຍາດໂຄວີດ 19