ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 05 ພຶດສະພາ ປີ 2022.
- ສະພາບການຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ບັນດາປະເທດໃກ້ຄຽງ
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:
- ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 515,194,051 (686,472 ໃໝ່)
- ເສຍຊິວິດທັງໝົດ 6,268,012 (3,045 ໃໝ່)
- ປີ່ນປົວຫາຍດີ 469,804,242 (770,464 ໃໝ່).
ສຳລັບ 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ
|
ປະເທດ | ກໍລະນີຕິດເຊື້ອ | ເສຍຊິວີດ | ||
ສະສົມທັງໝົດ | ໃໝ່ | ສະສົມທັງໝົດ | ໃໝ່ | ||
1 | ຫວຽດນາມ | 10,662,446 | 3,088 | 43,047 | 3 |
2 | ໄທ | 4,290,824 | 9,288 | 28,863 | 82 |
3 | ມຽນມາ | 612,951 | 27 | 19,434 | |
4 | ຈີນ | 218,198 | 362 | 5,128 | 16 |
5 | ກໍາປູເຈຍ | 136,258 | 1 | 3,056 |
- ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 04 ພຶດສະພາ 2022 ໄດ້ກວດວິເຄາະທັງໝົດ 2,323 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 230 ຄົນ (ຕິດເຊື້ອພາຍໃນ 210 ຄົນ ແລະ ນໍາເຂົ້າ 20 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 208,368 ຄົນ (ຕິດເຊື້ອພາຍໃນ 192,375 ຄົນ ແລະ ນໍາເຂົ້າ 15,993 ຄົນ), ອອກໂຮງໝໍວານນີ້ 62 ຄົນ, ກຳລັງປິ່ນປົວ 436 ຄົນ, ເສຍຊີວິດສະສົມທັງໝົດ 748 ຄົນ (ຜູ້ເສຍຊີວິດໃໝ່ 02 ຄົນ ຈາກແຂວງຫຼວງພະບາງ 1 ຄົນ ແລະ ອັດຕະປື 1 ຄົນ)
- ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 210 ຄົນ ແມ່ນມາຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງຕໍ່ໄປນີ້:
- ນະຄອນຫຼວງ 128 ຄົນ
- ຊຽງຂວາງ 12 ຄົນ
- ໄຊຍະບູລີ 12 ຄົນ
- ວຽງຈັນ 11 ຄົນ
- ຫຼວງພະບາງ 08 ຄົນ
- ອັດຕະປື 07 ຄົນ
- ສາລະວັນ 05 ຄົນ
- ສະຫັວນນະເຂດ 05 ຄົນ
- ຄໍາມ່ວນ 04 ຄົນ
- ອຸດົມໄຊ 04 ຄົນ
- ຫົວພັນ 03 ຄົນ
- ໄຊສົມບູນ 03 ຄົນ
- ບໍລິຄໍາໄຊ 03 ຄົນ
- ເຊກອງ 02 ຄົນ
- ບໍ່ແກ້ວ 01 ຄົນ
- ຈໍາປາສັກ 01 ຄົນ
- ຜົ້ງສາລີ 01 ຄົນ
- ສໍາລັບການຕິດເຊື້ອນໍາເຂົ້າ ມີ 20 ຄົນ ຈາກ ສະຫວັນນະເຂດ 09 ຄົນ, ຈໍາປາສັກ 4 ຄົນ ແລະ ຄໍາມ່ວນ 04 ຄົນ, ບໍລິຄໍາໄຊ 02 ຄົນ ແລະ ນະຄອນຫຼວງ 01 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ມາຍັງບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
- ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
- ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
- ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
- ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
- ຢູ່ນະຄອນຫຼວງວຽງຈັນມີ ຄື :
- ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
- ໂຮງໝໍເມືອງ 9 ຕົວເມືອງ
- ນອກນັ້ນ ຍັງມີຈຸດບໍລິການວັກຊີນ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ(ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ, ເມືອງຈັນທະບູລີ (ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).
- ປັດຈຸບັນ ທົ່ວໂລກຍັງມີລາຍງານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ການເສຍຊີວິດ ເຊິ່ງເຫັນວ່າ ມີທ່າອ່ຽງຫຼຸດລົງ. ເຖິງແມ່ນວ່າ ການເສຍຊີວິດຈະຫຼຸດລົງຫຼາຍ ເມື່ອສົມທຽບໃສ່ໄລຍະຜ່ານມາ ແຕ່ມີບາງປະເທດໃນຢູໂຣບ ແລະ ໃນທະວີບອາເມລິກາ ຍັງມີລາຍງານການຕິດເຊື້ອສູງຂຶ້ນໃນແຕ່ລະວັນ ເຊິ່ງສືບເນື່ອງມາຈາກການປ່ຽນແປງທາງດ້ານພັນທຸກຳຂອງສາຍພັນໂອໄມຄຣອນ ເຮັດໃຫ້ສາມາດຕິດເຊື້ອໄດ້ງ່າຍ ແລະ ໄລຍະການບົ່ມເຊື້ອສັ້ນກວ່າສາຍພັນອື່ນໆ.
- ມາຮອດປັດຈຸບັນ ພົບໂອໄມຄຣອນ ໃນສາຍພັນຍ່ອຍລົງໄປ ເຊັ່ນ: 1, BA.2, BA.3, BA.4, BA.5 ເຊິ່ງແຕ່ລະສາຍພັນຍ່ອຍ ກໍ່ໄດ້ແຕກອອກເປັນສາຍພັນຍ່ອຍລົງໄປອີກ ເຊັ່ນ: BA.1.1, BA.2.1, BA.2.2…. ປັດຈຸບັນນີ້ ສາຍພັນ BA.4 & BA.5 ທີ່ກຳລັງລະບາດຢູ່ອາຟຣິກາໃຕ້ ເຫັນວ່າ ມີຄວາມສາມາດຫຼົບຫຼີກພູມປ້ອງກັນຂອງຮ່າງກາຍ ບໍ່ວ່າ ຈະເປັນພູມປ້ອງກັນ ທີ່ເກີດຈາກການຕິດເຊື້ອທີ່ຜ່ານມາ ຫຼື ພູມປ້ອງກັນທີ່ເກີດຈາກການສັກວັກຊີນ ແລະ ສາຍພັນດ່ັງກ່າວກໍ່ປະກົດຕົວ ຢູ່ໃນຫຼາຍປະເທດຂອງທະວີບຢູໂຣບ ລວມທັງ ຫຼາຍລັດຂອງອາເມລິກາ.
- ນັກວິທະຍາສາດ ກຳລັງຕິດຕາມຢ່າງໃກ້ຊິດ ຕໍ່ສາຍພັນດັ່ງກ່າວ ວ່າຈະມີຄວາມຮຸນແຮງ ກວ່າສາຍພັນດັັ້ງເດີມ 2 ຫຼື ບໍ່ ແລະ ສາມາດຫຼີກລ້ຽງພູມປ້ອງກັນ ດ່ັງທີ່ໄດ້ກ່າວມາ ໄດ້ສໍ່າໃດ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາປະເທດດັ່ງກ່າວ ແມ່ນມີການຜ່ອນຜັນມາດຕະການ ໂດຍການເປີດປະເທດຢ່າງເຕັມຮູບແບບ, ແຕ່ຄຽງຄູ່ກັນນັ້ນ ກໍ່ມີການເຝົ້າລະວັງ ທ່າອ່ຽງຂອງການລະບາດ ລວມທັງ ການປະກົດຕົວຂອງສາຍພັນໃໝ່ ເພື່ອເປັນບ່ອນອິງ ໃນການຄົ້ນຄວ້າມາດຕະການ ເພື່ອຮອງຮັບກັບສະພາບຄວາມເປັນຈິງ ໃນອະນາຄົດຂ້າງໜ້າ.
- ສະເພາະ ສປປ ລາວ ມື້ນີ້ຕົວເລກຜູ້ຕິດເຊື້ອ ແມ່ນຫຼຸດລົງ ແລະ ຕໍ່າກວ່າ 500 ຄົນ/ວັນ ນັບຕັ້ງແຕ່ວັນທີ 27 ເມສາ 2022 ເປັນຕົ້ນມາ ເຊິ່ງເຫັນໄດ້ວ່າ ທ່າອ່ຽງຂອງການລະບາດໃນປະເທດເຮົາ ແມ່ນຢູ່ໃນຂາລົງ, ພ້ອມດຽວກັນນັ້ນ ອັດຕາຜູ້ຕິດເຊື້ອທີ່ມີອາການເບົາບາງ 62%, ມີອາການປານກາງ 22 % ແລະ ອາການໜັກ 16%.
- ຈາກການເຝົ້າລະວັງ ສາຍພັນທີ່ສັນຈອນໃນປະເທດຂອງພວກເຮົາ ໂດຍການສຸ່ມເກັບຕົວຢ່າງຈາກຜູ້ທີ່ເດີນທາງເຂົ້າມາ ລວມທັງ ຈາກຕົວຢ່າງໃນຊຸມຊົນໃນຫຼາຍແຂວງ ພົບວ່າ ສາຍພັນ2 ເປັນສາຍພັນທີ່ພົບຫຼາຍກວ່າໝູ່. ນອກຈາກນັ້ນ, ກໍ່ຍັງພົບສາຍພັນເດວຕ້າ ແຕ່ມີຈຳນວນໜ້ອຍ.
- ມາຮອດປັດຈຸບັນນີ້ ຍັງບໍ່ທັນກວດເຫັນ ສາຍພັນ 4 ແລະ BA.5 ເທື່ອ ແຕ່ກະຊວງສາທາລະນະສຸກ ຈະໄດ້ສືບຕໍ່ ເຝົ້າລະວັງ ສາຍພັນດັ່ງກ່າວ ລວມທັງ ສາຍພັນໃໝ່ ທີ່ອາດຈະເກີດຂຶ້ນໃນເງື່ອນໄຂ ທີ່ປະເທດເຮົາ ເປີດປະເທດຢ່າງເຕັມຮູບແບບ ເພື່ອເປັນບ່ອນອິງ ໃຫ້ແກ່ຄະນະສະເພາະກິດໃນການຄົ້ນຄວ້າ ອອກມາດຕະການທີ່ແທດເໝາະກັບຕົວຈິງ, ສາມາດຄວບຄຸມການລະບາດໃຫ້ຢຸດຕິລົງໂດຍໄວ ໄດ້ແຕ່ຫົວທີ ແລະ ສິ່ງທີ່ພວກເຮົາຈະຕ້ອງເລັ່ງ ກໍ່ຄືການສັກວັກຊີນ ໃຫ້ແກ່ກຸ່ມເປົ້າໝາຍ ລວມທັງ ກຸ່ມສ່ຽງ ໃຫ້ບັນລຸສູງກວ່າ 80% ໂດຍໄວ ເພື່ອຫຼຸດຜ່ອນອັດຕາການຕິດເຊື້ອໂຄວິດ-19 ໃຫ້ເຫຼືອໜ້ອຍທີ່ສຸດ ແລະ ຫຼຸດຜ່ອນບໍ່ໃຫ້ມີການສູນເສຍຊີວິດ ຍ້ອນບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19.