ມູນຄ່າການລົງທຶນທັງພາຍໃນ ແລະ ຕ່າງປະເທດຢູ່ລາວ ໄລຍະ 5 ປີຜ່ານມາ ບັນລຸຫຼາຍກວ່າ 1 ແສນຕື້ກີບ, ຫຼາຍກວ່າໝູ່ແມ່ນພາກສ່ວນພະລັງງານ ແລະ ບໍ່ແຮ່, ກວມເອົາ 66 ສ່ວນຮ້ອຍ, ຮອງລົງມາແມ່ນພາກສ່ວນກະສິກຳ ແລະ ການບໍລິການ ມີນັກລົງທຶນຕ່າງປະເທດມາຈາກ 19 ປະເທດ.
ທ່ານ ອຸຕະແກ້ວ ແກ້ວດົມສິນ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ນອກຈາກນັກລົງທຶນຕ່າງປະເທດແລ້ວ, ນັກລົງທຶນພາຍໃນມີບົດບາດສຳຄັນຫຼາຍ ໃນການນຳໃຊ້ທຶນຕົນເອງລົງທຶນໃນຫຼາຍວຽກງານ ເຮັດໃຫ້ພື້ນຖານເສດຖະກິດຂອງຊາດເຂັ້ມແຂງສົມຄວນ, ພ້ອມນັ້ນພັກ ແລະ ລັດຖະບານ ຍັງເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ເສັ້ນທາງຄົມມະນາຄົມໃຫ້ເຊື່ອມໂຍງ ແລະ ເຊື່ອມຈອດກັບປະເທດອ້ອມຂ້າງ ເພື່ອແກ້ໄຂບັນຫາການຂົນສົ່ງໃຫ້ສະດວກກວ່າເກົ່າ ທັງເປັນການດຶງດູດນັກລົງທຶນຈາກຕ່າງປະເທດໃຫ້ສົນໃຈຢາກມາລົງທຶນຢູ່ລາວຫຼາຍຂຶ້ນ.
ມາຮອດປັດຈຸບັນ ທົ່ວປະເທດມີໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດທັງໝົດ 4,695 ໂຄງການ, ມູນຄ່າຫຼາຍກວ່າ 4 ໝື່ນຕື້ໂດລາສະຫະລັດ ຫຼື ເທົ່າກັບປະມານ 4 ແສນຕື້ກວ່າກີບ, ໃນນີ້ການລົງທຶນພາກເອກະຊົນມູນຄ່າຫຼາຍກວ່າ 14 ຕື້ໂດລາສະຫະລັດ ຫຼື ເທົ່າກັບປະມານ 1 ແສນຕື້ກວ່າກີບ, ການລົງທຶນຂອງລັດຖະບານຫຼາຍກວ່າ 3 ຕື້ໂດລາສະຫະລັດ ຫຼື ເທົ່າກັບປະມານ 3 ໝື່ນຕື້ກວ່າກີບ ແລະ ທຶນລັດຖະບານຫຸ້ນສ່ວນກັບຕ່າງປະເທດ 2 ໝື່ນ 6 ພັນ ຕື້ກວ່າໂດລາສະຫະລັດ ຫຼື ເທົ່າກັບປະມານເກືອບ 3 ແສນຕື້ກີບ.

