ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
1. ສະໜາມທົ່ງໄຫຫີນ ສະໜາມກິລາໃໝ່ ເປັນສະໜາມຮອງຮັບພິທີເປີດ-ປິດ, ຈະແຂ່ງຂັນ 3 ປະເພດກິລາຄື: ເຕະບານຊາຍ, ແລ່ນລານ ແລະ ໝາກຂ່າງ.
2. ສະໜາມໄຊຊະນະ (ສະໜາມບ້ານໂພນມີໄຊ) ຈະແຂ່ງຂັນ 9 ປະເພດກິລາຄື: ເຕະບານຍິງ, ບານສົ່ງ, ດອກປີກໄກ່, ເທັນນິສ, ບານບ້ວງ, ໝາກແລ້, ເທຄວັນໂດ້, ປິ່ງປ່ອງ ແລະ ຍິງທະນູ.
3. ສະໜາມວິທະຍາໄລຄູຄັງໄຂ ຈະແຂ່ງຂັນ 6 ປະເພດກິລາຄື: ກະຕໍ້, ກະຕໍ້ຊິນລ້ອນ, ມວຍປໍ້າ, ມວຍວູຊູ, ປັນຈັກສີລັດ ແລະ ຄາຣາເຕໂດ້.
4. ສະໜາມກິລາໃນຮົ່ມສວນມອນ (ບ້ານໂງຍ) ຈະແຂ່ງຂັນ 3 ປະເພດກິລາຄື: ເປຕັງ, ມວຍສາກົນ ແລະ ມວຍລາວ.
5 ສະໜາມຍິງປືນ ໂຮງຮຽນນາຍສິບ ປກສ ແຂວງ ແຂ່ງ 1 ປະເພດກິລາຄື: ກິລາຍິງປືນ ບາງລາຍການ, ສ່ວນຫລາຍລາຍການແຂ່ງຢູ່ສະໜາມຍິງປືນ 5 ເມສາ ນະຄອນຫລວງວຽງຈັນ.
– ກິລາລອຍນໍ້າ ມາແຂ່ງຂັນຢູ່ນະຄອນຫລວງວຽງຈັນ ສະລອຍນໍ້າ ບໍລິເວນສະໜາມກິລາແຫ່ງຊາດ ຫລັກ 16.
– ສ່ວນກິລາກັອຟ ຈະແຂ່ງຂັນຢູ່ສະໜາມກັອຟ ພູກູດທອງຄຳ ແລະ ສະໜາມແຂ່ງຂັນກິລາລົດຖີບ ແມ່ນກຳນົດຕາມເສັ້ນທາງພາຍໃນ ບ້ານປ້າງປາງ ເມືອງພູກູດ ເຖິງເທດສະບານໂພນສະຫວັນ.
Image: Saylom Ounmyxai