ໃນຕອນບ່າຍຂອງວັນທີ 9 ມິຖຸນາ 2021, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຫົງສາ, ໂດຍມີ ທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງ ຫົງສາ ພ້ອມດ້ວຍການນໍາຂອງເມືອງໃຫ້ການຕ້ອນຮັບຢ່າງອົບອຸ່ນ ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງດັ່ງກ່າວ.

ທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງ ຫົງສາ ໄດ້ຂຶ້ນລາຍງານວຽກງານຮອບດ້ານທີ່ພົ້ນເດັ່ນໃນໄລຍະ 5 ເດືອນຕົ້ນປີ 2021 ໂດຍຫຍໍ້, ເຊິ່ງທ່ານໄດ້ລົງເລິກວຽກງານເສດຖະກິດ-ສັງຄົມຄື: ໃນ​ໄລ​ຍະ 5 ເດືອນ​ຜ່ານ​ມາປະຕິບັດລາຍຮັບໄດ້ທັງໝົດ 3,09ຕື້ກີບເທົ່າກັບ 77,66% ຂອງແຜນການປີໃນນັ້ນ: ລາຍຮັບສ່ວຍສາອາກອນ 3,03ຕື້ກີບເທົ່າກັບ 79,74%, ລາຍຮັບຊັບສິນ 62,30 ລ້ານກີບເທົ່າກັບ 34,23%, ປະຕິບັລາຍຈ່າຍໄດ້ທັງໝົດ 1,35ຕື້ກີບເທົ່າກັບ 42,31% ຂອງແຜນການປີ, ມູນຄ່າການຜະລິດພາຍ​ໃນ 28,83ຕື້ກວ່າກີບເທົ່າ​ກັບ 17%, ມູນຄ່າການຈໍາໜ່າຍ35,44 ຕື້ກວ່າກີບເທົ່າ​ກັບ 15% ຂອງ​ແຜນ​ການ​ປີ, ມູນ​ຄ່າສິນຄ້າສົ່ງອອກທັງໝົດ 4,71ຕື້ກີບ​​ເທົ່າ​ກັບ 23%, ມູນຄ່າສິນຄ້ານໍາ​ເຂົ້າພາຍ​ໃນ​ເມືອງທັງໝົດ 12,54 ຕື້ກີບ​ເທົ່າ​ກັບ 27%, ມູນຄ່າສິນຄ້າຈໍລະຈອນພາຍໃນ 47,30ຕື້ກີບເທົ່າ​ກັບ 24%, ພື້ນຖານໂຄງລ່າງພາຍໃນເມືອງເຊັ່ນ: ທະໜົນຫົນທາງ, ໂຮງຮຽນ, ໂຮງໝໍ ແມ່ນໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ, ພ້ອມດຽວກັນກໍ່ໄດ້ຊຸກຍູ້ການປູກພືດລະດູແລ້ງ ໂດຍສະເພາະແມ່ນການປູກພືດສະບຽງອາຫານແລະພືດ​ເປັນ​ສິນ​ຄ້າ ເຊິ່ງມີເນື້ອທີ່ລວມທັງໝົດ 820 ກວ່າເຮັກຕາ, ພົ້ນເດັ່ນແມ່ນການປູກໝາກໂມຂອງນັກລົງທຶນຊາວຈີນໃນຮູບແບບເຊົ່າດິນຂອງປະຊາຊົນເຊິ່ງມີ​ເນື້ອ​ທີ່​ທັງ​ໝົດ 200 ກວ່າເຮັກ​ຕາມາຮອດປະຈຸບັນແມ່ນເກັບກູ້ສໍາເລັດ 100%, ໄດ້ຊຸກຍູ້ການຜະລິດລະດູຝົນເຊິ່ງໄດ້ວາງຄາດໝາຍການປູກພືດທັງໝົດ 5.310 ​ເຮັກຕາ, ​ໃນ​ນີ້: ແຜນການປູກເຂົ້ານາປີ 1.575 ເຮັກຕາ, ມາຮອດປະຈຸບັນໄດ້ຕົກກ້າສໍາເລັດ 80%, ກຽມດິນສໍາເລັດແລ້ວ 75%, ປັກດໍາແລ້ວ  32%, ນອກນີ້ກໍ່ໄດ້ຊຸກຍູ້ໃຫ້ປະຊາຊົນປູກພືດເປັນສິນຄ້າເປັນຕົ້ນແມ່ນ: ປູກສາລີ,ໝາກເດືອຍ, ໝາກງາແລະພືດຜັກຕ່າງໆຕາມມູນເຊື້ອຂອງແຕ່ລະທ້ອງຖິ່ນ, ໂອກາດດັ່ງກ່າວ ທ່ານເຈົ້າແຂວງກໍ່ໄດ້ເນັ້ນໜັກໃຫ້ການນໍາຂອງເມືອງຈົ່ງເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນໃນການຜະລິດລະດູແລ້ງ ໂດຍສະເພາະແມ່ນການປູກເຂົ້ານາປີ ແລະ ການປູກພືດເປັນສິນຄ້າ, ພ້ອມດຽວກັນກໍ່ຕ້ອງສົ່ງເສີມປະຊາຊົນລ້ຽງສັດໃຫຍ່ແບບທອມ ຕິດພັນກັບການປູກຫຍ້າ, ສືບຕໍ່ເກັບລາຍຮັບເຂົ້າງົບປະມານຕາມທ່າແຮງຂອງເມືອງ, ສືກສາອົບການເມືອງແນວຄິດໃຫ້ພະນັກງານ ແລະ ປະຊາຊົນພ້ອມທັງເພີ່ມຄວາມເປັນແບບຢ່າງທີ່ດີໃຫ້ກັບປະຊາຊົນ, ສືບຕໍ່ເຮັດໃຫ້ເມືອງມີຄວາມສະຫງົບຮອບດ້ານ, ຮັກສາໃຫ້ໄດ້ຄວາມສາມັກຄີ, ສືບຕໍ່ປະຕິບັດໃຫ້ເຂັ້ມງວດໃນການປ້ອງກັນ, ຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ກວດກາການລັກລອບເຂົ້າເມືອງແບບບໍ່ຕ້ອງຕາມຊາຍແດນໃຫ້ເປັນປົກກະຕິ, ເຝົ້າລະວັງການລະບາດຂອງພະຍາດໄຂ້ຍຸງລາຍແລະພະຍາດສັດໂດຍສະເພາະແມ່ນພະຍາດອະຫິວາໝູອາຟຣິກກາ ແລະ ພະຍາດຜີວໜັງງົວ-ຄວາຍ, ເອົາໃຈໃສ່ຕໍ່ແກ້ໄຂໃຫ້ໄດ້ກ່ຽວກັບບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ສືບຕໍ່ເອົາໃຈໃສ່ເຊື່ອມຊຶມມະຕິ 11 ຂອງພັກ ຕິດພັນກັບມະຕິຂອງແຂວງ ແລະ ເມືອງໃຫ້ເຂົ້າສູ່ລວງເລິກ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນຢ່າງແທ້ຈິງ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

Loading...