ໄລຍະ 5 ເດືອນ ຄື: ນັບແຕ່ເດືອນມັງກອນ ຫາ ເດືອນພຶດສະພາ 2021 ແຂວງຫລວງນໍ້າທາ ສົ່ງອອກພືດກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ຈຳ ນວນ 10 ຊະນິດ ບັນລຸ 60 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະ 5 ເດືອນຂອງປີຜ່ານມາ ເພີ່ມຂຶ້ນ 68%.
ອີງຕາມຂໍ້ມູນຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ພືດກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ 10 ຊະນິດ ທີ່ສົ່ງອອກນີ້ ລວມມີ: ອ້ອຍລໍາ, ຢາງພາລາອົບແຫ້ງ, ຢາງພາລາກ້ອນ, ໝາກກ້ວຍ, ແປ້ງມັນຕົ້ນ, ໝາກໂມ, ໝາກອຶ, ຖົ່ວເຫລືອງ, ໝາກຕາວ ແລະ ຊາແຫ້ງ. ໃນນີ້ ສາມາດສົ່ງອອກຫລາຍກວ່າໝູ່ແມ່ນ ອ້ອຍລໍາ ຈຳນວນ 684.971 ໂຕນ, ມູນຄ່າ 30 ລ້ານກວ່າໂດລາສະຫະລັດ, ຮອງລົງມາແມ່ນ ຢາງພາລາອົບແຫ້ງ ຈໍານວນ 9.263 ໂຕນ, ມູນຄ່າ 10 ລ້ານກວ່າໂດລາສະຫະລັດ ແລະ ຢາງພາລາກ້ອນ ຈໍານວນ 8.787 ໂຕນ, ມູນຄ່າ 6 ລ້ານກວ່າໂດລາສະຫະລັດ. ສຳລັບຕະຫລາດສົ່ງອອກຕົ້ນຕໍແມ່ນ ສປ ຈີນ.
ຂ່າວ: ມົດແດງນ້ອຍ
ພາບປະກອບ

